ພາຍຸໄຕ້ຝຸ່ນ Soulik ໄດ້ບັງຄັບໃຫ້ປະຊາຊົນ 300,000 ຄົນຕ້ອງໄດ້ພາກັນຍົກຍ້າຍໜີ ເວລາມັນປະທະເຂດຕາເວັນອອກສຽງໃຕ້ຂອງຈີນ ດ້ວຍລົມແຮງເກືອບ 120 ກິໂລແມັດຕໍ່ຊົ່ວໂມງ.
ສູນພະຍາກອນອາກາດແຫ່ງຊາດຂອງຈີນ ໄດ້ລຸດລະດັບຄວາມແຮງຂອງ ໄຕ້ຝຸ່ນດັ່ງ ກ່າວ ລົງມາເປັນພາຍຸອາກາດຕໍ່າເຂດຮ້ອນ ໃນວັນອາທິດມື້ນີ້ ເວລາລົມອ່ອນແຮງລົງໄປ ຫຼັງຈາກໄດ້ພັດເຂົ້າຝັ່ງແລ້ວ ແຕ່ກໍເຕືອນວ່າ ພາຍຸຍັງຈະເຮັດໃຫ້ຝົນຕົກໜັກ ຢູ່ຫຼາຍໆເຂດໃນພາກຕາເວັນອອກຂອງຈີນ.
ໄຕ້ຝຸ່ນລູກນີ້ ໄດ້ພັດຊ້າລົງ ນັບຕັ້ງແຕ່ໄດ້ພັດເຂົ້າຝັ່ງ ຢູ່ເຂດຝັ່ງທະເລຕາເວັນອອກສຽງເໜືອຂອງເກາະໄຕ້ຫວັນ ໃນຕອນເຊົ້າຂອງວັນເສົາວານນີ້ ໂດຍໄດ້ເອົາຊີວິດສອງຄົນໄປ ແລະເຮັດໃຫ້ບາດເຈັບອີກຫຼາຍກວ່າ 100 ຄົນ.
ຝົນຕົກໜັກເມື່ອບໍ່ດົນມານີ້ ຢູ່ທົ່ວຫຼາຍໆເຂດອັນກວ້າງໃຫຍ່ຂອງຈີນ ໄດ້ຍັງຜົນໃຫ້ເກີດນໍ້າຖ້ວມ ດິນເຈື່ອນ ແລະສົ່ງຜົນໃຫ້ມີຜູ້ເສຍຊີວິດ ຫຼືຫາຍສາບສູນ 200 ຄົນ.
ເບິ່ງວີດີໂອ: