ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ໄຕ້ຝຸ່ນ Soudelor ຈະພັດຖະຫລົ່ມ ເກາະໄຕ້ຫວັນ ໂດຍກົງ


ໃນຂະນະທີ່ ໄຕ້ຝຸ່ນ ກຳລັງເຄຶ່ອນຍ້າຍເຂົ້າມາ ຊາວປະມົງຄົນນຶ່ງ ກຳລັງມ້ຽນມັດຕາໜ່າງຫາປາ ຢູ່ໃນເມືອງ Yilan.
ໃນຂະນະທີ່ ໄຕ້ຝຸ່ນ ກຳລັງເຄຶ່ອນຍ້າຍເຂົ້າມາ ຊາວປະມົງຄົນນຶ່ງ ກຳລັງມ້ຽນມັດຕາໜ່າງຫາປາ ຢູ່ໃນເມືອງ Yilan.

ບັນດາ​ເຈົ້າ​ໜ້າໄຕ້ຫວັນ​ ​ໄດ້ປິດ​ຫ້ອງການ​ຕ່າງໆແລະໂຮງຮຽນ
​ແລະຊາວ​ເກາະ​ໄຕ້ຫວັນຫລາຍ​ພັນ​ຄົນ ​ໄດ້​ຫລົບໜີ​ໄປ​ຢູ່​ທີ່​ບ່ອນ
ສູງໃນ​ວັນ​ສຸກ​ມື້​ນີ້ ລ່ວງໜ້າກ່ອນທີ່ລົມພາຍຸຮ້າຍ​ແຮງ ຈະໄປຮອດ​.

​ໄຕ້​ຝຸ່ນ Soudelor ຄາດ​ວ່າ​ ຈະພັດເຂົ້າ​ຖະຫລົ່ມໂດຍ​ກົງ ​ໃສ່
​ເກາະ​ໄຕ້​ຫວັນ ​ໃນ​ຕອນແລງ​ໃນ​ສຸກ​ມື້​ນີ້ ຫລື​ເຊົ້າ​ວັນ​ເສົາ ​ແລະ​ຍັງ​
ຈະນຳ​ເອົາ​ລົມແຮງ ​ແລະ​ຝົນ​ຕົກ​ໜັກ​ມາສູ່​ເກາະດັ່ງກ່າວນຳດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ​ນຶ່ງ​ຄົນ ​ເດັກຍິງ​ອາຍຸ​ແປດ​ປີ
​ໄດ້​ເສຍຊີວິດ ຫລັງ​ຈາກໄດ້​ຖືກ​ນຳ້ພັດ​ອອກສູ່​ທະ​ເລ. ​ແລະ​ອີກ​
ຢ່າງ​ໜ້ອຍ​ນຶ່ງ​ຄົນມີ​ລາຍ​ງານ​ວ່າ ຫາຍ​ສາບ​ສູນ.

​ມາຮອດ​ຕອນ​ທ່ຽງ​ຂອງ​ວັນ​ສຸກ​ມື້​ນີ້ ພາຍຸຫົວນີ້ມີລົມ​ແ​ແຮງ​ເຖິງ 173 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ
​ໃກ້​ກັບຈຸດ​ສູນ​ກາງ. ບັນດາ​ນັກ​ພະຍາກອນ​ອາກາດກ່າວ​ວ່າ ພາຍຸນີ້​ອາດຈະມີ​ກຳລັງເພີ້ມ
​ຂື້ນ ກ່ອນພັດ​ຂຶ້ນຝັ່ງ.

​ຖ້ຽວ​ບິນຈຳນວນນຶ່ງ ທັງ​ເຂົ້າ​ແລະ​ອອກ​ຈາກ​ເກາະໄຕ້ຫວັນໄດ້​ຖືກ​ຍົກເລີກ. ການ​ບໍລິການ​
ເຮືອ​ຂ້າມ​ຟາກ​ກໍໄດ້ຢຸດເປັນການຊົ່ວຄາວ​ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ​ໄດ້​ຕັ້ງ​ສິ່ງກີດ​ຂວາ​ງໄວ້
​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ບັນດາ​ນັກ​ທ່ອງ​ທ່ຽວ ​ແລະ​ຄົນ​ອຶ່ນໆ​ເຂົ້າ​ໄປ​ໃກ້​ຫາດ​ຊາຍ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ພາກັນ​ກະກຽ​ມສູນ​ກາງຫລົບ​ໄພແຫ່ງຕ່າງໆ ​ໃຫ້ແກ່​ຫລາຍ​ສິບ​ພັ​ນ
ຄົນ ​ແລະ​ຢ່າງ​ໜ້ອຍທະຫານ 32,000 ​ຄົນ ໄດ້​ຮັບຄຳສັ່ງໃຫ້ກຽມພ້ອມ​ເພື່ອ​ລໍຖ້າການ​
ປະຕິບັດງານບັນ​ເທົາ​ທຸກ​ສຸກ​ເສີນ.

Taiwan Typhoon
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG