ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນ Sanba ກະໜໍ່າ ເກົາຫລີໃຕ້


ຄື້ນຟອງນໍ້າທະເລ ທີ່ເກີດຈາກໄຕ້ຝຸ່ນ Sanba ຊັດກະໜໍ່າ ຊາຍຫາດ Haeundae ໃນເມືອງ Busan ທາງທິດໃຕ້ ຂອງນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 17 ກັນຍາ 2012
ຄື້ນຟອງນໍ້າທະເລ ທີ່ເກີດຈາກໄຕ້ຝຸ່ນ Sanba ຊັດກະໜໍ່າ ຊາຍຫາດ Haeundae ໃນເມືອງ Busan ທາງທິດໃຕ້ ຂອງນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 17 ກັນຍາ 2012
ພາຍຸໄຕ້​ຝຸ່ນ Sanba ​ໄດ້​ພັດ​ຖະຫລົ່ມເກົາຫຼີ​ໃຕ້ໃນ​ວັນ​ຈັນ​ມື້ ​
ພ້ອມ​ກັບ​ຝົນທີ່​ທັ່ງ​ເທ​ລົງ​ມາ​ຢ່າງ​ໜັກ ຈົນ​ພາ​ໃຫ້​ມີ​ການ​ອົບ​ພະ
ຍົບຜູ້​ຄົນ​ຫຼາຍ​ພັນ​ຄົນ​ນັ້ນ.

ລົ​ມຂອງໄຕ້​ຝຸ່ນ Sanba ຫົວ​ນີ້ ມີຄວາມ​ໄວ​ເຖິງ 155 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ແລະພັດ​ທັ່ງມາ​ດ້ວຍ​ກະ​ແສ​ຄວາມ​ເ​ເຮ​ງສູງກ່ວາ​ນັ້ນ​ອີກ.

ພາຍຸໄຕ້​ຝຸ່ນ Sanba ​ໄດ້​ກະໜໍ່າລົງ​ທີ່​ເກາະ Jeju ທາງ​ພາກ​ໃຕ້ ​ເຮັດ​ໃຫ້​ປະມານ 10 ພັນ​ ຄົນບໍ່​ມີໄຟຟ້າ​ໃຊ້.

ຫຼາຍ​ໆ​ເຂື່ອນ​ໃນເກົາຫຼີ​ໃຕ້ ​ໄດ້ພາກັນ​ປ່​ອຍນໍ້າ​ອອກ​ຈາກ​ເຂື່ອນ ໃນ​ຄວາມ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ລະດັບ​ຂອງ​ນໍ້າ​ໃນ​ເຂື່ອນ.

ກະຊວງ​ການ​ຄົມມະນາຄົມ​ ຖະ​ແຫຼ​ງວ່າ ການ​ເດີນທາງ​ທາງ​ອາກາດ​ແລະ​ເຮືອຂ້າມ​ຟາກ
ແມ່ນ​ໄດ້​ຍົກ​ເລີກ​ໃນ​ທົ່ວປະເທດ.

ປະທານາທິບໍດີເກົາຫຼີ​ໃຕ້ ທ່ານ Lee Myung-bak ​ໄດ້​ມີ​ຄໍາສັ່ງໃຫ້​ກອງທັບແລະ​ອົງການ​ ​ກູ້ໄພ​ຕ່າງໆ ​ໃຫ້​ຕຽມ​ຕົວ​ພ້ອມ​ສໍາລັບການບັນ​ເທົາ​ທຸກ​ສຸກ​ເສີນ​ ແລະ​ການ​ປະຕິບັດ​ການຊ່ອຍ​ກູ້​ໄພ​ຕ່າງໆ.
XS
SM
MD
LG