ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາຍຸ​​ Nangka ຖະຫຼົ່ມຍີ່ປຸ່ນ ເຮັດໃຫ້ 2 ຄົນ ເສຍຊີວິດ


ບັນດາຜູ້ໂດຍສານພາກັນເບິ່ງປ້າຍຕາຕະລາງລົດໄຟ ທີ່ສະຖານີລົດໄຟ Osaka ໃນພາກຕາເວັນຕົກຍີ່ປຸ່ນ
ບັນດາຜູ້ໂດຍສານພາກັນເບິ່ງປ້າຍຕາຕະລາງລົດໄຟ ທີ່ສະຖານີລົດໄຟ Osaka ໃນພາກຕາເວັນຕົກຍີ່ປຸ່ນ

ພາຍຸ​ເຂດຮ້ອນ​ທີ່​ຮ້າຍ​ແຮງກຳລັງ​ພັດຖະຫຼົ່ມພາກ​ຕາ​ເວັນ​ຕົກ​
ຂອງຍີ່ປຸ່ນ ໂດຍໄດ້ນຳ​ເອົາ​ລົມແຮງ ​ແລະ​ພາໃຫ້ມີຝົນຕົກ​ໜັກ
ທີ່ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີວິດ.

ຫລາຍ​ສິບ​ພັນ​ຄົນ​ໄດ້​ຖືກ​ເຕືອນ​ໃຫ້ຍົກຍ້າຍ ​ເພາະ​ການຂົ່ມຂູ່
​ທີ່ຈະເກີດນຳ້ຖ້ວມ ​ແລະ​ດິນເຈື່​ອນ ຍ້ອນລົມພາຍຸ​ເຂດ​ຮ້ອນ
Nangka.

ບາງ​ເຂດ​ໃນເກາະ Honshu ທີ່ເປັນ​ເກາະໃຫຍ່​ສຸດຂອງຍີ່ປຸ່ນ
ແມ່ນມີ​ຝົນໜັກ​ຫລາຍ​ກວ່າ600 ມິນ​ລີ​ແມັດ ນັບແຕ່​ລົມພາຍຸ​
ດັ່ງກ່າວໄດ້​ໄປ​ເຖິງ​ໃນ​ວັນ​ພະຫັດ​ວານ​ນີ້.

ລົມພາຍຸ​ຫົວນີ້ໄດ້​ອ່ອນ​ແຮງ​ລົງ​ຈາກ​ລົມ​ໄຕ້​ຝຸ່ນ ​ແຕ່​ຍັງ​ພັດຖະຫລົ່ມ​ຢູ່​ໃນ​ຂົງ​ເຂດ​ໃນ​ວັນ​ສຸກ​
ມື້​ນີ້ ດ້ວຍ​ລົມ​ແຮງ​ເຖິງ 150 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໝ້ອຍສອງ​ຄົນ​ໄດ້​ຈົມ​ນຳ້ຕາຍ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ
​ຂະນະ​ທີ່​ກະກຽມ​ຮັບ​ມື​ກັບ​ລົມພາຍຸ ຮວມທັງ​ຜູ້​ຊາຍ​ອາຍຸ 71 ປີ ທີ່​ໄດ້​ຕົກລົງ​ໄປ​ຮ່ອງ​ທີ່​ນໍ້າ​
ກຳລັງ​ຖ້ວມ ​ໃນ​ຂະນະ​ທີ່​ແປງ​ປະຕູ​ປ່ອງຢ້ຽມຢູ່​ນັ້ນ. ຢ່າງ​ໜ້ອຍ 17 ຄົນ​ມີ​ລາຍ​ງານ​ວ່າ​ໄດ້
​ຮັບ​ບາດ​ເຈັບ.

ສາຍ​ການບິນ​ຫລາຍ​ຖ້ຽວ​ໄດ້​ມີການຍົກເລີກ ​ແລະ​ການ​ຄົມມະນາຄົມ​ອຶ່ນໆ ຮວມທັງ​ລົດ​
ໄຟ ​ແລະ​ການ​ບໍລິການເຮືອ​ຂ້າມ​ຟາກ ກໍ​ໄດ້​ມີ​ການຊັກ​ຊ້າ.

ລົມພາຍຸ Nangka ​ຊຶ່ງເປັນ​ຊື່​ໝາກ​ໄມ້ເຂດ​ຮ້ອນ ກຳລັງ​ມຸ້ງ​ໜ້າ​ໄປທາງທິດ​ເໜືອ​ສູ່ທະ​ເລ​
ຍີ່ປຸ່ນ ​ແ​ຕ່ວ່າບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ມັນ​ອາດ​ອ່ວຍ​ກັບ​ຄືນ ​ແລະພັດເຂົ້າ
​ຖະຫລົ່ມ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຂອງ​ຍີ່ປຸ່ນ​ໃນ​ຕົ້ນ​ອາທິດ​ໜ້າ​ນີ້ກໍເປັນໄດ້.

XS
SM
MD
LG