ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຝຸ່ນ Meranti ເຮັດໃຫ້ 8 ຄົນເສຍຊີວິດ


ຕຳຫລວດສຳລອງພາກັນຊ່ວຍຍົກຍ້າຍຕົ້ນໄມ້ລົ້ມ ຫລັງຈາກພາຍຸ Meranti ໄດ້ຜັດຜ່ານເມືອງ Xiamen, ແຂວງ Fujian ປະເທດຈີນ.
ຕຳຫລວດສຳລອງພາກັນຊ່ວຍຍົກຍ້າຍຕົ້ນໄມ້ລົ້ມ ຫລັງຈາກພາຍຸ Meranti ໄດ້ຜັດຜ່ານເມືອງ Xiamen, ແຂວງ Fujian ປະເທດຈີນ.

ມີ​ຢ່າງ​ໜ້ອຍ 9 ຄົນ​ເສຍ​ຊີວິດ​ຍ້ອນ​ລົມ​ໄຕ້​ຝຸ່ນ Meranti ທີ່​ພັດ​ເຂົ້າຖະຫຼົ່ມພາກຕາ​ເວັນ​ອອກ ສຽງ​ໃຕ້​ຂອງ​ຈີນ ​ແລະ​ເກາະໄຕ້​ຫວັນ. ນອກນັ້ນ​ແລ້ວຍັງ​ມີ​ອີກ​ຫຼາຍໆ ຄົນ​ໄດ້​ຫາຍ​ສາບ​ສູນ.

​ໄຕ້​ຝຸ່ນ​ Meranti ຊຶ່ງ​ພັດ​ເຂົ້າຖະຫຼົ່ມຈີນ​ແຜ່ນດິນໃຫຍ່​ໃນ​ຕອນ​ເຊົ້າວັນ​ພະຫັດ​ວານ​ນີ້ ​ເປັນ​ລົມ​ໄຕ້​ຝຸ່ນ​ທີ່​ແຮງ​ສຸດ ທີ່​ພັດ​ເຂົ້າຖະຫຼຼົ່ມພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ປະ​ເທດ ນັັບ​ຕັ້ງແຕ່​
ໄດ້​ມີ​ການ​ກໍ່ຕັ້ງປະ​ເທດ​ຄອມ​ມູນິສຈີນ ​ໃນ​ປີ 1949 ​ແລະ​ເປັນ​ລົມພາຍຸ​ທີ່​ແຮງທີ່​ສຸດ ຂອງ​ໂລກ​ ພາຍ​ໃນ​ປີນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຊິນ​ຫົວ.

ມີ​ຫລາຍ​ຮ້ອຍ​ພັນ​ຄົນ​ຕ້ອງ​ໄດ້​ຍົກຍ້າຍ​ອອກ​ໜີ​ລ່ວງ​ໜ້າ ກ່ອນ​ທີ່​ລົມພາຍຸ​ຈະ​ໄປ​ຮອດ ​ແລະ​ຖ້ຽວ​ບິນ​ຫຼາຍສິບ​ຖ້ຽວ​ແລະ​ການ​ບໍລິການ​ທາງ​ລົດ​ໄຟ​ຈຳນວນ​ນຶ່ງ​ຕ້ອງ ​ໄດ້​ມີ​ການ​ຍົກ​ເລີກ.

ລົມພາຍຸ​ຫົວນີ້ ຖືກ​ຈັດ​ວ່າ ​ເປັນ​ຊູ​ເປີ້​ໄຕ້​ຝຸ່ນ ກ່ອນ​ທີ່​ຈະ​ອ່ອນ​ກຳລັງ​ລົງຫລັງ​ຈາກ​ໄດ້​ພັດ​ເຂົ້າ​ຖະຫຼົ່ມພາກ​ໃຕ້​ຂອງເກາະ​ໄຕ້​ຫວັນ.

​ໄຕ້​ຝຸ່ນ​ແມ່ນມັກ​ເກີດ​ຂຶ້ນຢູ່​ເລື້ອຍໆ​ໃນ​ໄລຍະ​ນີ້ຂອງ​ປີ ຊຶ່ງ​ມີ​ກຳລັງ​ແຮງ​ເພີ້ມຂຶ້ນ ​ໃນ​ຂະນະ​ທີ່​ລົມພາຍຸ​ພັດ​ຜ່ານ​ນ້ຳ​ທະ​ເລ​ທີ່​ມີ​ຄວາມ​ອຸ່ນ​ຂອງ​ມະຫາ​ສະມຸດ​ປາຊີ​ຟິກ ​ແລະ​ນຳ​ເອົາ​ລົມ​ແຮງ​ແລະ​ຝົນຕົກ​ໜັກ​ໄປ​ສູ່​ທີ່​ລົມພາຍຸ​ດັ່ງກ່າວ​ພັດ​ເຂົ້າຖະຫຼົ່ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG