ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນນຶ່ງຕາຍ ແລະ 5 ຄົນ ຫາຍສາບສູນ ຍ້ອນໄຕ້​ຝຸ່ນ Utor ​​ຢູ່​ພາກ​ໃຕ້​ຈີນ


ຊາຍໜຸ່ມກ້າລຸຍ ຜ່າພາຍຸ ແຂ່ງລົມຝົນ ທີ່ປະທະຈີນ
ຊາຍໜຸ່ມກ້າລຸຍ ຜ່າພາຍຸ ແຂ່ງລົມຝົນ ທີ່ປະທະຈີນ
ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ລົມພາຍຸ​ໄຕ້​ຝຸ່ນ Utor ​ໄດ້​ສັງຫານ​ຢ່າງ​ນ້ອຍ
1 ຄົນ ​ແລະ​ເຮັດໃຫ້ 5 ຄົນ​ຫາຍ​ສາບ​ສູນໃນ​ພາກ​ໃຕ້​ຂອງ​ຈີນ​ໃນແຂວງ
​ກວາງຕຸ້​ງ ກ່ອນ​ທີ່​ຈະ​ອ່ອນ​ແຮງ​ລົງ​ກາຍ​ມາ ເປັນ​ລົມພາຍຸເຂດ​ຮ້ອນ​
ທໍາ​ມະ​ດາ ​ໃນ​ວັນ​ພະຫັດ​ມື້​ນີ້.

ພາຍຸ​ດັ່ງກ່າວ​ໄດ້​ພັດ​ເຂົ້າປະ​ທະຝັ່ງ ​ໃນວັນພຸດ​ວານ​ນີ້ ພ້ອມ​ກັບ​ລົມ​ທີ່ມີ
ຄວາມໄວເຖິງ 150 ກິໂລແມັດຕໍ່ຊົ່ວໂມງ ​ແລະ​ຝົນຕົກໜັກ ຊຶ່ງ​ສື່​ຂອງ
​ລັດເວົ້າ​ວ່າ ມັນ​ໄດ້ເຮັດ​ໃຫ້​ມີ​ນໍ້າ​ຖ້ວມຂັງ​ແລະ​ນໍ້າ​ປ່າໄຫລລົງ​ມາ​ຈາກ
ພູຜາ.

ຜູ້​ຄົນ​ຈໍານວນ​ຫຼາຍ​ໝື່ນຄົນ​ໄດ້​ຖືກ​ຍົກຍ້າຍ​ ກ່ອນ​ໜ້າ​ລົມ​ພາຍຸມາ​ເຖິງ
ທີ່​ບັງຄັບໃຫ້​ມີການອັດໂຮງຮຽນ​ຫ້ອງການຕ່າງໆ ແລະການຂົນ​ສົ່ງ​ມວນ​ຊົນໃນ​ບາງ​ເຂດ. ​ມີ​ລາຍ
​ງານ​ວ່າ ມີ​ຄວາມ​ເສຍ​ຫາຍ​ພຽງເລັກນ້ອຍ​ເທົ່າ​ນັ້ນ.

​ໃນເຊົ້າວັນ​ພຸດ​ວານ​ນີ້, ເຈົ້າໜ້າທີ່ຮົງກົງ ໄດ້ງົດຖ້ຽວບິນລົງ ​ແລະ​ອັດຕະຫລາດ​ຄ້າຫຸ້ນຫຼັກ​ຂອງ
ຮົງກົງ ​ເພາະ​ພາຍຸ​ດັ່ງກ່າວ.

ລົມພາຍຸໄຕ້ຝຸ່ນດັ່ງກ່າວ ໄດ້ພັດຜ່ານ ຟີລິບປີນຕົ້ນອາທິດນີ້ ພາໃຫ້ມີດິນເຈື່ອນແລະນໍ້າຖ້ວມ
ທີ່ຍັງຜົນໃຫ້ມີຢ່າງນ້ອຍ 6 ຄົນເສຍຊີວິດແລະອີກ 30 ພັນຄົນ ບໍ່ມີທີ່ຢູ່ອາໄສ. ​
XS
SM
MD
LG