ລົມທີ່ພັດຮຸນແຮງ ໄດ້ກະທົບໃສ່ສາຍໄຟຟ້າຢູ່ໃນເມືອງທີ່ເປັນຈຸດໝາຍປາຍທາງ ສໍາລັບນັກທ່ອງທ່ຽວໃນເກາະ ໂອກິນາວາ, ສົ່ງຜົນເຮັດໃຫ້ໄຟຟ້າມອດໃນຫຼາຍ ກວ່າ 200,000 ຄອບຄົວໃນຕອນເຊົ້າວັນພຸດມື້ນີ້, ໃນຂະນະທີ່ພາຍຸໄຕ້ຝຸ່ນ ຄານຸນທີ່ມີຄວາມແຮງນັ້ນ ຄ່ອຍໆເຄື່ອນເຂົ້າມາໃກ້ກັບເກາະທີ່ຕັ້ງຢູ່ທາງທິດຕາ ເວັນຕົກສຽງໃຕ້ຂອງປະເທດແຫ່ງນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.
ຈົນເຖິງຂະນະນີ້ ມີລາຍງານວ່າມີນຶ່ງຄົນເສຍຊີວິດ ແລະໄດ້ຮັບບາດເຈັບອີກ 11 ຄົນ. ຜູ້ຊາຍຄົນທີ່ເສຍຊີວິດນັ້ນ ຖືກອັດຢູ່ໃຕ້ຄອກລົດທີ່ພັງລົງມາ ແລ້ວເຮັດ ໃຫ້ມີພາວະຫົວໃຈຢຸດເຕັ້ນ, ອີງຕາມໜ່ວຍງານຮັບມືກັບບັນຫາໄຟໄໝ້ ແລະ ໄພພິບັດ. ສື່ມວນຊົນລາຍງານວ່າ ລາວຖືກພົບຕອນທີ່ເສຍຊີວິດແລ້ວ.
ມີປະຊາຊົນປະມານ 700,000 ຄົນ ທີ່ອາໄສຢູ່ໃນແຂວງເຂດຮ້ອນແຫ່ງນີ້, ເຊິ່ງເປັນແຂວງເປົ້າໝາຍປາຍທາງທີ່ມີຊື່ສຽງຂອງນັກທ່ອງທ່ຽວ ໂດຍມີໄລຍະ ທາງປະມານ 1,600 ກິໂລແມັດຫ່າງຈາກນະຄອນຫຼວງໂຕກຽວ ໄປທາງທິດຕາ ເວັນຕົກສຽງໃຕ້ຂອງປະເທດ, ໄດ້ຖືກແນະນໍາໃຫ້ພາກັນຍົກຍ້າຍອອກຈາກພື້ນທີ່ ເນື່ອງຈາກພາຍຸໄດ້ເຄື່ອນໂຕເຂົ້າມາທາງທິດຕາເວັນຕົກສຽງເໜືອ ດ້ວຍຄວາມ ແຮງ 10 ກິໂລແມັດຕໍ່ຊົ່ວໂມງ, ອີງຕາມການກ່າວຂອງກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນ ຫຼື JMA.