ພາຍຫລັງທີ່ລົມພາຍຸໄຕ້ຝຸ່ນຮ້າຍແຮງໄດ້ເຮັດໃຫ້ 6,200 ຄົນເສຍຊີວິດ ເມື່ອ 5 ປີ
ກ່ອນນັ້ນແລ້ວ ຊາວຟີລິບປິນ ກໍໄດ້ຖອດຖອນບົດຮຽນຈາກປະສົບການ ທີ່ປະເທດ
ຂອງພວກເຂົາເຈົ້າໄດ້ຮຽນມາ. ການເຕືອນໄພກ່ອນພາຍຸຈະໄປເຖິງ ແລະ ການຮັບ
ມືກັບໄພຫາຍະນະ ຄວນໄດ້ຮັບການປັບປຸງ, ນັ້ນຄືຄໍາເວົ້າຂອງ ທ່ານ ເບນິກໂຍ
ອາກິໂນ (Benigno Aquino) ຊຶ່ງເປັນປະທານາທິບໍດີໃນຕອນນັ້ນ.
ໃນເດືອນນີ້ ພາຍຸໄຕ້ຝຸ່ນທີ່ຮ້າຍແຮງອີກຫົວນຶ່ງ ກໍໄດ້ສັງຫານຊີວິດຂອງຄົນໄປ 74 ຄົນ
ໃນຕອນທີ່ມັນພັດເຂົ້າປະທະເຂດສາຍພູພາກກາງຂອງຟີລິບປິນ.
ດຽວນີ້ ພວກເຈົ້າໜ້າທີ່ ກໍາລັງຫາທາງປັບປຸງອີກຄັ້ງນຶ່ງ ໃນຂະນະທີ່ພວກເພິ່ນ ໄດ້
ເຫັນການຂຸດບໍ່ແຮ່ທີ່ຜິດກົດໝາຍ ແລະຄວາມບົກຜ່ອງ ໃນລະບົບການ ຍົກຍ້າຍ
ຄົນຜູ້ຄົນ ໃນຂະນະທີ່ ເນັ້ນໃຫ້ເຫັນສາຍເຫດຂອງການເສຍຊີວິດນັ້ນ. ພວກຂຸດບໍ່ແຮ່ ຢູ່ໃນໝູ່ບ້ານອີໂຕກອນ (Itogon) ທີ່ຢູ່ເທິງພູ ພາກັນບໍ່ຍອມຍົກ ຍ້າຍໜີ ກ່ອນໜ້າທີ່
ພາຍຸໄຕ້ຝຸ່ນມັງຄຸດຈະໄປຖະຫລົ່ມເຂດດັ່ງກ່າວ ໃນວັນເສົາແລ້ວນີ້, ອີງຕາມຄໍາເວົ້າ
ຂອງເຈົ້າເມືອງ ທີ່ອົງການຂ່າວທ້ອງຖິ່ນ ໄດ້ອ້າງເຖິງຢູ່ໃນລາຍງານຂອງເຂົາເຈົ້າ.
ລັດຖະບານຄວນກວດເບິ່ງໄພອັນຕະລາຍຂອງການຂຸດບໍ່ແຮ່ “ແບບບໍ່ມີການຄວບຄຸມ”
ໂດຍລວມ, ນັ້ນຄືຄໍາເວົ້າຂອງປະທານາທິບໍດີໂຣດຣິກໂກ ດູເຕີເຕ (Rodrigo Duterte)
ຢູ່ໃນເວັບໄຊຂອງຫ້ອງການທ່ານ.
ທ່ານເຮີແມນ ຄຣາຟ (Herman Kraft) ອາຈານສອນວິຊາລັດຖະສາດ ທີ່ມະຫາ
ວິທະຍາໄລຟີລິບປິນ ດີລິແມນ ໃນເຂດນະຄອນຫລວງມະນີລາ ເວົ້າວ່າ "ຂ້າພະ
ເຈົ້າຄິດວ່າ ສິ່ງທີ່ຂາດໃນທີ່ນີ້ ແມ່ນການບັງຄັບໃຊ້ລະບຽບການ ເຖິງຂັ້ນວ່າ ເຈົ້າ
ບໍ່ປ່ອຍໃຫ້ເຂົາມີທາງເລືອກອັນອື່ນໃດອີກຕໍ່ໄປ.”