ໄດ້ເສຍຊີວິດ ຫລັງຈາກລົມພາຍຸເຂດຮ້ອນຮ້າຍແຮງ ໄດ້ພັດ
ຖະຫລົ່ມພາກເໜືອຂອງປະເທດໃນຕອນເຊົ້າວັນເສົາມື້ນີ້.
ພວກເຈົ້າໜ້າທີ່ກ່າວວ່າ ພາຍຸໄຕ້ຝຸ່ນ Nari ໄດ້ພັດຖະຫລົ່ມ
ແຄມຝັ່ງທະເລກໍ້າຕາເວັນອອກ ປະມານຕອນທ່ຽງຄືນວັນສຸກ
ເຮັດໃຫ້ຕົ້ນໄມ້ ແລະເສົາໄຟຟ້າຫັກ ແລະພາໃຫ້ເກີດຝົນຕົກ
ໜັກຢູ່ທົ່ວເຂດປູກເຂົ້າໃນ ບໍລິເວນທົ່ງຮາບພາກກາງຂອງ
ເກາະ Luzon.
ບັນດາເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ພາຍຸດັ່ງກ່າວນີ້ ເຮັດໃຫ້ປະຊາຊົນ ຫລາຍກວ່າ 2 ລ້ານ
ຄົນ ບໍ່ມີໄຟຟ້າໃຊ້.
ພ້ອມດຽວກັນນີ້ ຍັງມີການຍົກຍ້າຍປະຊາຊົນຫລາຍພັນຄົນ ອອກຈາກໝູ່ບ້ານໃນເຂດຊາຍ
ຝັ່ງທະເລ ກ່ອນພາຍຸນາຣີໄປເຖິງ.
ພາຍຸ Nari ໄດ້ບັງຄັບ ໃຫ້ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຕ້ອງຍົກ
ເລີກການເດີນທາງໄປຢ້ຽມຢາມ ນະຄອນຫຼວງ ມະນິລາ ຊຶ່ງມີກຳນົດໃສ່ວັນສຸກ ແລະເສົາມື້
ນີ້.ທ່ານ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພະຫັດຜ່ານມາວ່າ ທ່ານຈະພະຍາຍາມເຮັດໝາຍ ກຳນົດການໃໝ່ ການເດີນທາງໄປຢ້ຽມຢາມຟີລິບປິນ ໃນສອງສາມອາທິດ ຂ້າງໜ້ານີ້.