ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນນຶ່ງ ເສຍຊີວິດ ແລະ ຫຼາຍຄົນ ບາດເຈັບ ຍ້ອນລົມພາຍຸ ຢູ່ໄຕ້ຫວັນ (ວີດີໂອ)


ລົດທີ່ໄດ້ຮັບຄວາມເສຍຫາຍ ຍ້ອນລົມແຮງ ຈາກໄຕ້ຝຸ່ນ Soulik ທີ່ນະຄອນຫລວງໄທເປ (13 ກໍລະກົດ 2013)
ລົດທີ່ໄດ້ຮັບຄວາມເສຍຫາຍ ຍ້ອນລົມແຮງ ຈາກໄຕ້ຝຸ່ນ Soulik ທີ່ນະຄອນຫລວງໄທເປ (13 ກໍລະກົດ 2013)
ໄຕ້ຝຸ່ນ Soulik ໄດ້ພັດຂຶ້ນຝັ່ງ ທາງພາກຕາເວັນອອກສຽງເໜືອ
ຂອງເກາະໄຕ້ຫວັນໃນວັນເສົາມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະໄດ້ຮັບບາດເຈັບອີກຢ່າງໜ້ອຍ 21 ຄົນ.

ສູນກາງປະຕິບັດງານ ຮັບມືກັບໄພສຸກເສີນຂອງໄຕ້ຫວັນ ກ່າວ
ວ່າ ຕຳຫຼວດອາຍຸ 50 ປີຄົນນຶ່ງໄດ້ເສຍຊີວິດຍ້ອນລົມພັດດິນຈີ່ ມາຕຳໃສ່ລາວຂະນະທີ່ພວມເດີນທາງກັບຄືນບ້ານໃນຄືນແລ້ວ
ນີ້. ພວກທີ່ໄດ້ຮັບບາດເຈັບສ່ວນໃຫຍ່ແມ່ນຖືກງ່າໄມ້ຫຼືສິ່ງຂອງ
ທີ່ລົມແຮງພັດມາຕຳໃສ່.

ໂຮງຮຽນແລະທຸລະກິດຕ່າງໆໄດ້ອັດກິດຈະການ ແລະມີການ
ເຕືອນໃຫ້ປະຊາຊົນພາກັນຢູ່ແຕ່ໃນຢ້າວໃນເຮືອນ. ລົມແຮງແລະຝົນຕົກໜັກໄດ້ລົບກວນ ການສັນຈອນໄປມາທາງ ລົດໄຟ ທາງລົດ ແລະທາງອາກາດ ຢູ່ທົ່ວເກາະໄຕ້ຫວັນ.

ພວກນັກພະຍາກອນອາກາດທຳນາຍວ່າ ລົມພາຍຸຫົວນີ້ຈະສືບຕໍ່ມີຜົນກະທົບຢູ່ທົ່ວເກາະ ໄຕ້ຫວັນໃນວັນເສົາມື້ນີ້ ເຖິງແມ່ນວ່າສູນກາງຂອງລົມພາຍຸໄດ້ພັດຜ່ານໄຕ້ຫວັນໄປແລ້ວ ກໍຕາມ. ໄຕ້ຝຸ່ນ Soulik ກຳລັງມຸ່ງໜ້າໄປສູ່ແຂວງ Fujian ແລະແຂວງ Zhejiang ຂອງຈີນ.

ຝົນຕົກໜັກເມື່ອບໍ່ດົນມານີ້ ຢູ່ໃນບໍລິເວນສ່ວນໃຫຍ່ຂອງຈີນເຮັດໃຫ້ມີຜູ້ເສຍຊີວິດຫຼືຫາຍ ສາບສູນໄປແລ້ວ 200 ຄົນ.

ວີດີໂອ ໄຕ້ຝຸ່ນ Soulik ຖະຫຼົ່ມໄຕ້ຫວັນ
please wait

No media source currently available

0:00 0:00:53 0:00
XS
SM
MD
LG