ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນ Kalmaegi ​ຖະຫລົ່ມ ​​ພາກ​​ໃຕ້​ ຂອງ​ຈີນ


ແມ່ນຍິງ ຍ່າງຜ່າລົມແຮງ ໃນ ຮົງກົງ, 15 ກັນຍາ 2014.
ແມ່ນຍິງ ຍ່າງຜ່າລົມແຮງ ໃນ ຮົງກົງ, 15 ກັນຍາ 2014.

ໄຕ້ຝຸ່ນໃຫຍ່ຫົວນຶ່ງ ​ໄດ້​ນຳ​ເອົາ​ລົມ​ແຮງ​ແລະ​ຝົນ​ຕົກ​ໜັກ​ ມາສູ່
​ພາກໃຕ້​ຂອງ​ຈີນ ຊຶ່ງ​ພາ​ໃຫ້​ມີ​ການຍົກເລີກຖ້ຽວບິນ ​ແລະການ
ຍົກຍ້າຍ​ຜູ້​ຄົນ.

ໄຕ້ຝຸ່ນ Kalmaegi ​ໄດ້​ພັດຖະຫຼົ່ມຂົງ​ເຂດ​ ໃນ​ເຊົ້າ​ວັນ​ອັງຄານ​
ມື້​ນີ້ ​ທີ່ເກາະ Hainan ​ຊຶ່ງເປັນແຂວງ​ໃຕ້​ສຸດຂອງ​ຈີນ. ອົງການ
ຂ່າວ​ຊິນ​ຫົວ ຂອງທາງ​ການ​ຈີນ ກ່າວ​ວ່າ ມີຖ້ຽວ​ບິນຢ່າງ​ນ້ອຍ
170ຖ້ຽວ ຖືກ​ຍົກ​ເລີກ ​ແລະ​ໄດ້​ມີ​ການ​ອົບ​ພະຍົບຜູ້​ຄົນ​ເຖິງ
90 ພັນ​ຄົນ​ຈາກ​ແຄມຝັ່ງທະເລ ທາງກ້ຳຕາ​ເວັນອອກຂອງເກາະ
ດັ່ງກ່າວ.

​ຢູ່ນອກຝັ່ງທະເລຂອງເ​ເຂ​ວງ​ Guangdong ທາງພາກ​ໃຕ້ຂອງຈີນນັ້ນ ອົງການ​ຊິນ​ຫົວ ກ່າວ​ວ່າ ວິກິດ​ການສາມາດຫລີກລ່ຽງໄດ້ ເວລາເຮືອບິນ​ເຮລິ​ຄອບ​ເຕີ​ ໄດ້​ຊ່ອຍ​ກູ້​ໄພ ຊາວ​ປະມົງ​ຈີນ 12 ຄົນ ທີ່​ເຮືອ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ເລີ້ມ​ຈົມ​ລົງ​ ຍ້ອນ​ລົ​ມ​ແຮງຈາກໄຕ້ຝຸ່ນ Kalmaegi ນັ້ນ.

ກ່ອນ​ໜ້າ​ນີ້ ໄຕ້ຝຸ່ນດັ່ງກ່າວ ​ໄດ້​ພັດຜ່ານຢູ່ທາງໃຕ້ຂອງ​ເກາະ​ຮົງ​ກົງໜ້ອຍນຶ່ງ ທີ່​ມີລົມ​ເ​ເຮງ ເຖິງ 160 ກິ​ໂລແມັດຕໍ່​ຊົ່ວ​ໂມງ. ພາຍຸ​ຫົວ​ນີ້ ​ໄດ້​ເຮັດໃຫ້ຖ້ຽວບິນ ມີຊັກ​ຊ້າ​ຢ່າງ​ນ້ອຍ 500 ຖ້ຽວ ​ໃນ​ສະໜາມ​ບິນ​ຮົງ​ກົງ ​ແລະ​ບັງ​ຄັບ​ໃຫ້​ຕະຫຼາດ​ຮຸ້ນ​ໃນ​ຮົງ​ກົງ ​ປິດ​ການ​ຊື້​ຂາຍ​ລົງ​ໃນ ຕອນ​ເຊົ້າມື້ນີ້​. ການ​ຊື້ຂາຍຢູ່ທີ່ຕະຫຼາດ​ຮຸ້ນ ​ໄດ້​ເປີດ​ຄືນ ເວລາ​ເຈົ້າ​ໜ້າ​ທີ່​ໄດ້ຫລຸດການ ​ເຕືອນ​ກ່ຽວກັບຄວາມ​ແຮງ​ຂອງລົ​ມພາຍຸ​ໄຕ້ຝຸ່ນນີ້​ລົງ.

ໄຕ້ຝຸ່ນ Kalmaegi ​ໄດ້​ພັດ​ຜ່ານ ຟິລິບ​ປີນ​ໃນ​ວັນ​ອາທິດ​ແລ້ວ​ນີ້ ທີ່​ພາ​ໃຫ້ເກີດ​ດິນ​ເຈື່ອນ​ແລະ​ນ້ຳຖ້ວ​ມ ​ຢູ່ໃນເຂດຊົນນະບົດບາງແຫ່ງ.

ໄຕ້ຝຸ່ນດັ່ງກ່າວ​ ​ພວມມຸ່ງໜ້າສູ່ທິດ ຕາ​ເວັນ​ອອກສຽງ​ເໜືອ ​ແລະ​ຄາດ​ວ່າ​ຈະພັດເຂົ້າ​ປະ​ທະ​ຫວຽດນາມ​ ໃນ​ແລງ​ວັນ​ອັງ​ຄານ​ມື້​ນີ້.

XS
SM
MD
LG