ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸໄຕ້ຝຸ່ນ ພັດຖະຫຼົ່ມເຂົ້າປະເທດ ຟີລິບປິນ


ຜູ້ຊາຍຄົນໜຶ່ງຍ່າງຕາມຖະນໜົນເສັ້ນໜຶ່ງພາຍໃຕ້ຝົນທີ່ຕົກລົງມາບໍ່ແຮງປານໃດໃນນະຄອນຫຼວງ ມະນິລາ, ຟີລິບປິນ. 16 ຕຸລາ
ຜູ້ຊາຍຄົນໜຶ່ງຍ່າງຕາມຖະນໜົນເສັ້ນໜຶ່ງພາຍໃຕ້ຝົນທີ່ຕົກລົງມາບໍ່ແຮງປານໃດໃນນະຄອນຫຼວງ ມະນິລາ, ຟີລິບປິນ. 16 ຕຸລາ

ປະເທດ ຟີລິບປິນ ກຳລັງຖືກພັດຖະຫຼົ່ມໂດຍພາຍຸໄຕ້ຝຸ່ນ Sarika.

ຝົນທີ່ຕົກໜັກ ແລະ ລົມທີ່ພັດຮຸນແຮງຂອງພາຍຸ ໄດ້ພັດເຂົ້າເກາະໃຫຍ່ Luzon ຂອງ ຟີ ລິບປິນ ໃນຕອນເຊົ້າຂອງວັນອາທິດມື້ນີ້, ບັງຄັບໃຫ້ປະຊາຊົນຫຼາຍກວ່າ 12,000 ຄົນ ຕ້ອງອົບ ພະຍົບອອກຈາກບ້ານຂອງພວກເຂົາເຈົ້າໄປ. ຝົນທີ່ຕົກລົງມາຢ່າງໜັກໄດ້ເຮັດ ໃຫ້ມີດິນ ເຈື່ອນເລັກນ້ອຍ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ກັບເຄື່ອງປູກຂອງຝັງ.

ນັກພະຍາກອນອາກາດກ່າວວ່າ ພາຍຸໄຕ້ຝຸ່ນ Sarika ມີຄວາມແຮງລົມພັດສູງສຸດ 130 ກິໂລແມັດຕໍ່ຊົ່ວໂມງ.

ບັນດາເຈົ້າໜ້າທີ່ ສະພາບອາກາດກ່າວວ່າ ພາຍຸ Sarika ກຳລັງເຄື່ອນຍ້າຍມຸ່ງໜ້າໄປທະ ເລຈີນໃຕ້, ແຕ່ມັນຈະເຮັດໃຫ້ຂາດໄຟຟ້າໃຊ້ ແລະ ມີລົມທີ່ສາມາດສ້າງຄວາມເສຍຫາຍ ໄດ້.

ພາຍຸດັ່ງກ່າວໄດ້ບັງຄັບໃຫ້ມີການຍົກເລີກຖ້ຽວບິນພາຍໃນ ແລະ ສາກົນຫຼາຍກວ່າ 100 ຖ້ຽວ ແລະ ໄດ້ເຮັດໃຫ້ຜູ້ໂດຍສານຫຼາຍພັນຄົນຕິດຄ້າງຢູ່ສະໜາມບິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG