ລົມພາຍຸໄຕ້ຝຸ່ນ Haikui ໄດ້ພັດຖະຫລົ່ມພາກຕາເວັນອອກຂອງຈີນ ຊຶ່ງເປັນລົມພາຍຸ
ຫົວທີສາມ ທີ່ໄດ້ພັດເຂົ້າປະທະເຂດດັ່ງກ່າວ ໃນອາທິດນີ້.
ລົມພາຍຸຫົວນີ້ໄດ້ພັດຂຶ້ນຝັ່ງທີ່ແຂວງ Zhejiang ໃນຕອນເຊົ້າຂອງວັນພຸດມື້ນີ້ ຊຶ່ງພາ
ໃຫ້ເກີດຝົນຕົກໜັກ ແລະລົມແຮງເຖິງ 150 ກິໂລແມດຕໍ່ຊົ່ວໂມງ.
ໄດ້ມີການຍົກຍ້າຍປະຊາຊົນຫລາຍກວ່າ 1 ລ້ານ 5 ແສນຄົນ ອອກໄປຈາກ ເຂດດັ່ງ
ກ່າວ ກ່ອນລົມພາຍຸຈະໄປເຖິງ ຊຶ່ງຄາດຄະເນວ່າ ຈະພັດຜ່ານແຂວງ Zhejiang ເກືອບ
ຕະຫລອດທັງວັນ ໃນວັນພຸດມື້ນີ້.
ນະຄອນ Shanghai ຊຶ່ງເປັນສູນກາງການເງິນຂອງຈີນ ສາມາດຫລີກລ້ຽງຈາກການ
ພັດຖະຫຼົ່ມໂດຍກົງ. ແຕ່ວ່າ ນັກພະຍາກອນອາກາດ Evan Duffey ທີ່ສູນກາງພະຍາ
ກອນອາກາດສະຫະລັດ ກ່າວຕໍ່ວີໂອເອວ່າ ຍັງຈະມີຝົນຕົກໜັກ ທີ່ນະຄອນ Shanghai.
ລົມພາຍຸຫົວນີ້ ໄດ້ເຮັດໃຫ້ມີການຍົກເລີກຖ້ຽວບິນທ້ອງຖິ່ນ ແລະຕ່າງປະເທດຈຳນວນນຶ່ງ
ຈາກສະໜາມບິນນະຄອນ Shanghai ສອງແຫ່ງ. ບັນດາເຮືອປະມານ 30.000 ລໍາ ໄດ້
ມາຈອດຢູ່ທ່າເຮືອ ຕັ້ງແຕ່ວັນອາທິດແລ້ວ ໃນການຄາດຄະເນກ່ຽວກັບການມາເຖິງຂອງ
ລົມພາຍຸ Haikui. ກິດຈະການຕ່າງໆຢູ່ນອກບ້ານໄດ້ ມີການປະກາດຫ້າມ. ບັນດາສວນ
ສາທະລະນະ ແລະໂຮງຮຽນລະດູຮ້ອນໄດ້ຖືກສັ່ງໃຫ້ປິດ ແລະການກໍ່ສ້າງຕ່າງໆຢູ່ທາງ
ນອກ ກໍໄດ້ຢຸດສະງັກລົງ.
ລົມພາຍຸສອງຫົວກ່ອນນີ້ກໍຄື ລົມພາຍຸໄຕ້ຝຸ່ນ Damrey ແລະລົມພາຍຸເສົາຫຼາ ໄດ້ພັດ
ຖະຫລົ່ມເມືອງ Zhejiang ເຮັດໃຫ້ເກີດນໍ້າຖ້ວມ ແລະດິນເຈື່ອນ. ເຈົ້າໜ້າທີ່ກ່າວວ່າ 23
ຄົນໄດ້ເສຍຊີວິດ ແລະອີກ 9 ຄົນຍັງຫາຍສາບສູນ.
ລົມພາຍຸໄຕ້ຝຸ່ນເຫຼົ່ານີ້ບໍ່ພໍພຽງເປັນຜົນສະທ້ອນຕໍ່ຈີນ ແຕ່ຍັງມີຜົນກະທົບຕໍ່ບັນດາປະ
ເທດເພື່ອນບ້ານອື່ນໆ ທີ່ຢູ່ໃນຂົງເຂດທະເລຈີນໃຕ້ນັ້ນ. ໃນອາທິດນີ້ ກຸງມານິລາ ເມືອງ
ຫລວງຂອງຟິລິບປີນ ໄດ້ປະສົບກັບດິນເຈື່ອນ ແລະນໍ້າຖ້ວມຈາກລົມພະຍເສົາຫຼາ.
ຢ່າງໜ້ອຍ 20 ຄົນໄດ້ເສຍຊີວິດທີ່ກຸງມານິລາ ອັນເປັນຜົນສະທ້ອນຈາກໄພນໍ້າຖ້ວມມາ
ເປັນເວລາກວ່ານຶ່ງອາທິດ ຂອງລະດູລົມມໍລະສຸມ. ເຈົ້າໜ້າທີ່ກ່າວວ່າ ເຄິ່ງນຶ່ງຂອງນະຄອນ
ຫຼວງຟີລິບປິນໄດ້ຖືກນໍ້າຖ້ວມ. ລາຍງານແຈ້ງວ່າ ນໍ້າໄດ້ບົກລົງແດ່ແລ້ວ ແຕ່ວ່າສ່ວນໃຫຍ່
ຂອງນະຄອນດັ່ງກ່າວ ຍັງຖືກນໍ້າຖ້ວມຢູ່.
ເບິ່ງສະໄລດ໌ຮູບກ່ຽວກັບລົມພາຍຸໄຕ້ຝຸ່ນ Haikui ທີ່ທີ່ພັດຖະຫລົ່ມແຂວງ Zhejiang