ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນພາຍຸໄຕ້ຝຸ່ນ ຮາກູປິດ ປະທະ ພາກຕາເວັນອອກ ຂອງຟີລິບປີນ


ລົມແຮງ ແລະຄື້ນຟອງສູງ ຈາກພາຍຸຮາກູປິດ ຊັດເຂົ້າປະທະ ກຳແພງກັນຟອງທະເລ ໃນເມືອງ Legazpi City, ແຂວງ Albay, ວັນທີ 7 ທັນວາ 2014.
ລົມແຮງ ແລະຄື້ນຟອງສູງ ຈາກພາຍຸຮາກູປິດ ຊັດເຂົ້າປະທະ ກຳແພງກັນຟອງທະເລ ໃນເມືອງ Legazpi City, ແຂວງ Albay, ວັນທີ 7 ທັນວາ 2014.

ລົມພາຍຸ​ໄຕ້​ຝຸ່ນ ຮາ​ກູ​ປິດ ໄດ້ເຮັດໃຫ້ ຢ່າງນ້ອຍ 2 ຄົນເສຍຊີວິດ
ຂະນະທີ່ກຳລັງ​ພັດ​ຂ້າມ​ພາກ​ກາງ​ຟີ​ລິບ​ປີນ ຫຼັງຈາກພັດ​ຂຶ້ນ​ຝັ່ງ​
ທະ​ເລ​ກ້ຳຕາ​ເວັນ​ອອກ ​ໃນ​ຄືນ​ຜ່ານມາ​ນີ້. ພາຍຸ​ໃຫຍ່​ລູກ​ນີ້ ທີ່ມີ
​ລົມ​ພັດ​ແຮງ​ເຖິງ 210 ກິ​ໂລ​ແມັດ​ຕໍ່ຊົ່ວ​ໂມງ ໄດ້ເຮັດໃຫ້ເກີດນ້ຳ
ຖ້ວມ ຄື້ນຟອງສູງ ແລະໄຟຟ້າມອດ.

ອົງການ​ພະຍາກ​ອນອາກາດ​ທ້ອງ​ຖິ່ນ Pagasa ກ່າວ​ໃນ​ວັນ​ອາ
ທິດ​ມື້​ນີ້​ວ່າ ພາຍຸລູກ​ນີ້​ໄດ້​ຖະຫລົ່ມພວກ​ປະຊາ​ຄົມ​ຊາວ​ປະມົງ​ໃນ
​ເຂດ​ສອກຫຼີກ​ຫ່າງ​ໄກຂອງເກາະ Samar ​ໂດຍ​ໄດ້​ຮື້​ຖອນຫຼັງຄາ​
ອອກ​ຈາກຕຶກ​ອາຄານ​ຫຼາຍ​ຫຼັງ ​ແລະພັດປິວ​ໄປ​ຕົກລົງ​ໃສ່ມະຫາ​
ສະມຸດ​ປາຊີ​ຟິກ ພ້ອມກັບເຮັດ​ໃຫ້ໄຟຟ້າ​ມອດ​ໃນ​ທົ່ວຂົງ​ເຂດ ​ແລະ​
ພວກ​ຖະໜົນຫົນທາງ​ກໍ​ເຕັມ​ໄປ​ດ້ວຍ​ງ່າ​ໄມ້ ​ແລະ​ແຜ່ນ​ສັງກະສີ​
ມຸງ​ຫຼັງຄາ​ເຮືອນ.

ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ພາຍຸ Hagupit ອາດ​ຈະ​ໃຊ້​ເວລາ ຮອດ 3 ມື້​ ຈຶ່ງ​ຈະ
ພັດ​ຜ່ານ​ຂ້າມ​ພາກ​ກາງຂອງ​ຟີ​ລິບ​ປີນ​ໄປ. ປະຊາຊົນ​ຫລາຍ​ກວ່າ 1 ລ້ານ​ຄົນ​ ໄດ້​ຖືກ​ຍົກ
ຍ້າຍ​ຈາກ​ໝູ່​ບ້ານແຄ​ມທະ​ເລ ​ແລະ​ຂົງເຂດ​ທີ່​ມັກ​ເກີດ​ດິນ​ເຈື່ອນ ​ ​ໄປ​ອາ​ໄສ​ຢູ່ໃນບ່ອນ​ພັກຊົ່ວຄາວແຫ່ງ​ຕ່າງໆ.

At Least 2 Dead as Typhoon Batters Philippines
please wait

No media source currently available

0:00 0:01:46 0:00

ພວກ​ທະຫານ​ຢູ່​ໃນ​ທ່າ​ຕຽມ​ພ້ອມ ​ເພື່ອ​ຮັບ​ມື​ກັບ​ບັນ​ຫາໃຫຍ່ໆໃດໆ​ທີ່ອາດ​ຈະ​ເກີດ​ຂຶ້ນ​ໄດ້​ນັ້ນ.

ພວກ​ນັກ​ອຸຕຸນິຍົມ​ວິທະຍາ ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນ ຮາ​ກູ​ປິດ (Hagupit) ​ເປັນລົມພາຍຸ​ລູກ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ປະ​ທະ​ຟີ​ລິບ​ປີນ​ໃນ​ປີ​ນີ້ ​ແຕ່ກໍ​ບໍ່​ແຮງ​ເທົ່າ​ກັນ​ກັບ​ລົມພາຍຸ​ໄຫ​ຢ້ຽນ ທີ່​ປະ​ທະ​ໃນ​ປີ​ແລ້ວ​ນີ້ ຊຶ່ງ​ໄດ້ສັງຫານ​ຜູ້​ຄົນ ​ຫຼາຍ​ກວ່າ 7,300 ຄົນ.

ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຫຼາຍ​ພັນ​ຄົນ ຈາກ​ພາຍຸໄຫ​ຢ້ຽນ ຍັງ​ພັກອາ​ໄສຢູ່​ໃນ​ຕູບ​ຜ້າໃບ​ຢູ່ ນຶ່ງ​ປີ​ຫຼັງ​ລົມພາຍຸ​ລູກ​ນີ້ ປະ​ທະ​ໄປ​ຕາມ​ແລວ​ດຽວ​ກັນ​ກັບ​ລົມພາຍຸ Hagupit ນີ້.

philippinestyphoon7december14
please wait

No media source currently available

0:00 0:01:13 0:00

XS
SM
MD
LG