ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຕ້​ຝຸ່ນ Fitow ປະ​ທະ ​​ພາກ​ຕາ​ເວັນ​ອອກ ​ຂອງຈີນ (ວີດີໂອ)


Typhoon Fitow Makes Landfall
please wait

No media source currently available

0:00 0:00:49 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ບັນດາ​ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນທີ່​ຮ້າຍ​ແຮງ ​ໄດ້ພັດ​
ເຂົ້າຝັ່ງ ​ປະ​ທະແຂວງ Fujian ທາງ​ພາກ​ຕາ​ເວັນ​ອອກ​ຂອງ
ປະ​ເທດ ບັງຄັບ​ໃຫ້ມີ​ການ​ຍົກຍ້າຍປະຊາຊົນ​ໜີ ສົ່ງ​ຜົນໃຫ້
ໄຟຟ້າ​ມອດ​ ທໍາ​ລາຍ​ເຮືອນ​ຊານ​ບ້ານ​ຊ່ອງ ​ແລະ​ເຮັດ​ໃຫ້
ການ​ຄົມມະ​ນາ​ຄົມຂົນ​ສົ່ງ ທາງ​ລົດ​ໄຟ​ແລະ​ທາງ​ອາກາດ
​ປິດ​ລົງ.

ສູນ​ອຸຕຸນິຍົມ​ແຫ່ງ​ຊາດ​ຂອງ​ຈີນ ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນ Fitow
​ໄດ້​ປະ​ທະ​ເມືອງ Fuding ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ດ້ວຍ​ຄວາມ​ແຮງ
150 ກິ​ໂລເເມັດ ຕໍ່​ຊົ່ວ​ໂມງ ​ແລ້ວ​ກໍ​ອ່ອນ​ກໍາລັງ​ລົງ ​ຢ່າງ​ໄວວາ
​ແລະກາຍ​ມາເປັນພາຍຸ​ເຂດ​ຮ້ອນ​ທໍາ​ມະດາ.


ທາງ​ການ​ໄດ້​ອົບ​ພະຍົບປະຊາກອນ​ຫຼາຍ​ກວ່າ ​ເຄິ່ງລ້ານ​ຄົນ ອອກ​ຈາກ​ພື້ນ​ທີ່ ​ໃນ​ຂະນະ​ທີ່​
ພາຍຸ​ລູກ​ນີ້ ນໍາ​ເອົາຝົນ​ຕົກໜັກ ຫຼາຍ​ກວ່າ 200 ມິລ​ລີແມັດ ​ມາສູ່​ຂົງ​ເຂດ.

ພະຍາກອນ​ອາກາດ​ຍັງ​ກ່າວ​ວ່າ ໄຕ້​ຝຸ່ນ Fitow ​ຈະເຄື່ອນ​ຍ້າຍຕໍ່​ໄປ ທາງພາກ​ຕາ​ເວັນຕົກ​
ສຽງ​ເໜືອ ​ແລະ​ກໍ​ຈະອ່ອນ​ກໍາລັງ​ລົງ​ໂດຍ​ໄວ.

Fitow ​ແມ່ນ​ຊື່ຂອງ​ດອກ​ໄມ້ ຈາກ​ເກາະ Micronesia. ​ໄຕ້​ຝຸ່ນລູກ​ນີ້ ​ແມ່ນ​ລູກ​ທີ 23 ທີ່​ໄດ້​
ປະ​ທະ​ຈີນ​ ​ໃນ​ປີ​ນີ້.
XS
SM
MD
LG