ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸໄຕ້ຝຸ່ນ ແດມຣີ ສັງຫານ ປະຊາຊົນ ຫຼາຍສິບຄົນໃນ ຫວຽດນາມ


ພະນັກງານສ້ອມແປງເສົາໄຟຟ້າທີ່ລົ້ມໃນແຂວງ ພູ ເຢັນ, ຫວຽດນາມ. 4 ພະຈິກ 2017.
ພະນັກງານສ້ອມແປງເສົາໄຟຟ້າທີ່ລົ້ມໃນແຂວງ ພູ ເຢັນ, ຫວຽດນາມ. 4 ພະຈິກ 2017.

ພາຍຸໄຕ້ຝຸ່ນ ແດມຣີ ໄດ້ພັດຖະຫຼົ່ມເຂົ້າຊາຍຝັ່ງພາກກາງຂອງ ຫວຽດນາມ, ເຮັດໃຫ້
ປະຊາຊົນຢ່າງໜ້ອຍ 27 ຄົນເສຍຊີວິດ.

ພວກເຈົ້າໜ້າທີ່ໄພພິບັດກ່າວວ່າ ພາຍຸ ແດມຣີ ໄດ້ພັດເອົາຫຼັງຄາເຮືອນຫຼາຍກວ່າ
1,000 ຫຼັງອອກໄປ, ຖອນຮາກຕົ້ນໄມ້ ແລະ ພັດເສົາໄຟຟ້າລົ້ມຢ່າງຫຼວງຫຼາຍ.

ແຂວງ ແຄ່ງ ຮົວ ໄດ້ສູນເສຍປະຊາຊົນ 14 ຄົນ ເມື່ອເຮືອນຫຼາຍຫຼັງໄດ້ພັງລົງ ຫຼື
ຖືກພັດໂດຍນໍ້າຖ້ວມ, ອີງຕາມອົງການໄພພິບັດແຂວງ.

ອົງການດັ່ງກ່າວໄດ້ເວົ້າວ່າ ເຮືອນຫຼາຍກວ່າ 300 ຫຼັງ ໄດ້ຖືກທຳລາຍຢ່າງຮາບຄາບ,​
ແລະ ອີກປະມານ 25,000 ຫຼັງໄດ້ສູນເສຍຫຼັງຄາ. ເຂົາເຈົ້າກ່າວວ່າ ເຮືອ 112 ລຳ ກໍ
ໄດ້ຈົມນໍ້າ ໃນພາຍຸດັ່ງກ່າວ. ໄຟຟ້າໄດ້ດັບໃນຫຼາຍຂົງເຂດ ແລະ ຖ້ຽວບິນຫຼາຍສິບ
ຖ້ຽວແມ່ນໄດ້ຖືກຍົກເລີກ.

ເພື່ອການປ້ອງກັນຕົນເອງ, ປະຊາຊົນຫຼາຍພັນຄົນໄດ້ອົບພະຍົບໄປພື້ນທີ່ໆສູງກວ່າ
ກ່ອນພາຍຸໄຕ້ຝຸ່ນຈະພັດຂຶ້ນບົກ.

ພາຍຸ ແດມຣີ ແມ່ນພາຍຸທີ່ຮຸນແຮງທີ່ສຸດ ທີ່ໄດ້ພັດເຂົ້າໃນຂົງເຂດດັ່ງກ່າວໃນຢ່າງໜ້ອຍ
16 ປີ ອີງຕາມອົງການ NASA.

ໃນຂະນະດຽວກັນ, ປະຊາຊົນຢ່າງໜ້ອຍ 3 ຄົນກໍໄດ້ເສຍຊີວິດ ແລະ ເກືອບ 2,000
ຄົນໄດ້ຖືກຍົກຍ້າຍອອກຈາກພື້ນທີ່ ຫຼັງຈາກພາຍຸທີ່ຮຸນແຮງ ໄດ້ກະຕຸ້ນໃຫ້ເກີດນໍ້າຖ້ວມ
ຮ້າຍແຮງທີ່ສຸດໃນຮອບຫຼາຍປີ ທີ່ເກາະ ປີນັງ ຂອງປະເທດ ມາເລເຊຍ.

ຖະໜົນຫຼາຍເສັ້ນໃນນະຄອນ ຈໍຈ໌ ທາວ ຂອງລັດ ປີນັງ, ເຊິ່ງແມ່ນເມືອງມໍລະ
ດົກໂລກຂອງອົງການ UNESCO ແລະ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິ
ຍົມສຳລັບຄົນພາຍໃນ ແລະ ຕ່າງປະເທດນັ້ນ, ໄດ້ຈົມເລິກຢູ່ໃນນໍ້າທີ່ເປິເປື້ອນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຝົນຕົກອາດຈະມີສ່ວນມາຈາກພາຍຸໄຕ້ຝຸ່ນ ແດມຣີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG