ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸລະດູຮ້ອນ ໃຕ້ຝຸ່ນ ອ່ອນກຳລັງລົງ ໃນພາກ ຕາເວັນອອກຂອງ ຈີນ


ຄື້ນຟອງນ້ຳ ຈາກພາຍຸລະດູຮ້ອນໃຕ້ຝຸ່ນ Chan Hom, ປະ​ທະ​​ແຄມ​​ຝັ່ງ​ທະ​ເລ ​ໃກ້ກັບ​ຕຶກ​ອາຄານ​ທີ່ຢູ່​ຂອງ​ປະ​ຊາ​ຊົນ ​ໃນ​ເມືອງ Wenling, ​ແຂວງ Zhejiang ປະ​ເທດ ຈີນ. 10 ກໍລະກົດ 2015.
ຄື້ນຟອງນ້ຳ ຈາກພາຍຸລະດູຮ້ອນໃຕ້ຝຸ່ນ Chan Hom, ປະ​ທະ​​ແຄມ​​ຝັ່ງ​ທະ​ເລ ​ໃກ້ກັບ​ຕຶກ​ອາຄານ​ທີ່ຢູ່​ຂອງ​ປະ​ຊາ​ຊົນ ​ໃນ​ເມືອງ Wenling, ​ແຂວງ Zhejiang ປະ​ເທດ ຈີນ. 10 ກໍລະກົດ 2015.

ພາຍຸ​ລະ​ດູ​ຮ້ອນ​ໃຕ້​ຝຸ່ນ ​ໄດ້​ຫຼຸດກຳລັງ​ ​ແລະ ອ່ອນແຮງ​ລົງ ໃນ​ຂະນະ​ທີ່​ມັນ​ເຄື່ອນໂຕ​ເຂົ້າ​ໃນ​ຝັ່ງ ຜ່ານພາກ​ຕາ​ເວັນ​ອອກ​ຂອງ ຈີນ ຫຼັງ​ຈາກ​ໄດ້​ເຮັດ​ໃຫ້ຝົນ​ຕົກໜັກ​ສູງ​ກວ່າ 10 ຊັງ​ຕີ​ແມັດ​ໃນເຂດ​ຊາຍ​ຝັ່ງ​ທະ​ເລ.

ປະຊາ​ຊົນ​ໃນ​ແຂວງ Zhejiang and Jiangsu ຫຼາຍກວ່າໜຶ່ງລ້ານ ຄົນໄດ້ອົບພະຍົບ ອອກຈາກພື້ນທີ່ ແລະ ກ່ຳປັ່ນ 30,000 ລຳໄດ້ຖືກ ສັ່ງໃຫ້ກັບຄືນເຂົ້າສູ່ທ່າເຮືອ. ປະຊາຊົນຄົນໜຶ່ງ ທີ່ຍັງຢູ່ຕໍ່ໄດ້ກ່າວວ່າ ລົມພະຍຸແມ່ນມີພະລັງແຮງພໍ ທີ່ຈະພັດເອົານ້ຳຝົນຜ່ານເຂົ້າໃນປ່ອງ ຢ້ຽມທີ່ໄດ້ຖືກອັດໄວ້. ເຈົ້າໜ້າທີ່ ຈີນ ໄດ້ກ່າວວ່າ ພະຍຸລູກນີ້ອາດຈະ ເປັນພະຍຸທີ່ແຮງທີ່ສຸດ ທີ່ໄດ້ໂຈມຕີພາກ ຕາເວັນອອກຕັ້ງແຕ່ພັກ ຄອມມູນິສ ໄດ້ຍຶດອຳນາດໃນປີ 1949.

ເຖິງແມ່ນວ່າສະພາບອາກາດຈະຮຸນແຮງ, ແຕ່ກໍບໍ່ມີການລາຍງານເຖິງ ການເສຍຊີວິດ ຫຼື ບາດ ເຈັບແຕ່ຢ່າງໃດ.

ພະຍຸ Chan-Hom ໄດ້ໂຈມຕີ ຈີນ ຫຼັງຈາກໄດ້ພັດເຂົ້າທາງພາກໃຕ້ ຂອງ ຍີ່ປຸ່ນ ແລະ ພາກ ເໜືອຂອງ ຟີລິບປິນ.

ນີ້ແມ່ນພະຍຸທີ່ມີກຳລັງແຮງລູກທີສອງທີ່ໄດ້ພັດເຂົ້າໃນ ຈີນ ໃນສັບປະດາທີ່ຜ່ານມາ, ຫຼັງຈາກ ພະຍຸລະດູຮ້ອນໄຕ້ຝຸ່ນໄດ້ພັດເຂົ້າ ໃນແຂວງ Guangdong ທາງພາກໃຕ້ຂອງ ຈີນ.

XS
SM
MD
LG