ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຈຳຄຸກ ນັກສິນລະປິນ 2 ຄົນ ໃນຂໍ້ຫາ ໂຄສະນາ ຕໍ່ຕ້ານລັດ (ວີດີໂອ)


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ
ນັກ​ດົນ​ຕີ​ທີ່​ມີ​ຊື່​ສຽງ​ສອງ​ຄົນ​ຂອງ ຫວຽດນາມໄດ້​ຖືກ​ຕັດສິນໂທດ​
ຈຳ​ຄຸກ ​ໃນ​ຖານ​ນຳ​ເຜີຍແຜ່​ເພງທີ່​ຕຳ​ໜິຕິຕຽນລັດຖະບານ.

ສານຢູ່​ທີ່​ນະຄອນ Ho Chi Minh ​ໄດ້​ຕັດສິນໂທດ ທ່ານ Vo Minh Tri ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Viet Khang ​ໃຫ້​ຕິດ​ຄຸກ 4 ປີ ​ແລະ ທ່ານ Tran Vu Anh Binh ​ໃຫ້ຕິດ​ຄຸກ 6 ປີ ຫຼັງຈາກ​ການ​ດຳ​ເນີນ ຄະດີ​ເປັນ​ເວລາ​ສັ້ນໆ ​ໃນ​ວັນ​ອັງ​ຄານມື້ນີ້.

ທະນາຍຄວາ​ມຄົນ​ນຶ່ງຂອງນັກຮ້ອງ​ທັງສອງ​ ກ່າວ​ວ່າ ​ເຂົາ​ເຈົ້າຍັງ​ໄດ້​ຖືກ​ສັ່ງ​ໃຫ້​ກັກ​ບໍລິ​ເວນ​ຢູ່​ແຕ່ໃນ​ເຮືອນ​ອີ​ກສອງ​ປີ ຫລັງ​ຈາກ​ມີ​ການ​ປ່ອຍ​ໂຕ​ແລ້ວ.

​ຜູ້​ຊາຍທັງ​ສອງ ທີ່​ຖືກ​ຈັບ​ໃນທ້າຍ​ປີ 2011 ​ໄດ້​ແຕ່ງ​ເພງປະນາມການ ປາບ​ປາມ​ຂອງ
ຫວຽດນາມຕໍ່​ພວກນັກ​ເຄື່ອນ​ໄຫວ​ປະ​ທ້ວງ​ຈີນ. ​ເຂົາ​ເຈົ້າ ຍັງ​ໄດ້​ຕິຕຽນ​ການ​ຕັດສິນ​ໂທດ​ຈຳ​ຄຸກ ​ຕໍ່​ພວກ​ຄັດຄ້ານ​ລັດຖະບານ​ນໍາ.

ບັນດາກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດໄດ້​ປະນາມ​ການ​ກ່າວ​ຫາຂອງ​ທາງ​ການ ຫວຽດນາມ ​ໂດຍ​ກ່າວ​ວ່າ ​ບຸກຄົນ​ທັງ​ສອງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ ​ການ​ປາບ​ປາມ​ທີ່​ຂະຫຍາຍ​ວົງກວ້າງ
ອອກ ຕໍ່​ພວກ​ທີ່​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເສລີ.

​ໃນ​ເດືອນ​ແລ້ວ​ນີ້ ນັກ​ຂຽນ​ຂ່າວ​ທາງ​ອິນ​ເຕີ​ແນັດ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ 3 ຄົນ ​ໄດ້​ຕັດສິນ
ໂທດຈຳ​ຄຸກ ​ແຕ່ 4 ຫາ 12 ປີ ​ໃນ​ຂໍ້​ຫາເຜີຍ​ແຜ່ “​ໂຄສະນາ​ຊວນ​ເຊື່ອ​ຕໍ່​ຕ້ານ​ລັດຖະບານ.”

XS
SM
MD
LG