ຜູ້ຍິງສອງຄົນທີ່ນະຄອນນິວຢອກ ໄດ້ຖືກຈັບໃນຂໍ້ຫາພະຍາ
ຍາມສ້າງລະເບີດ ທີ່ເຮັດດ້ວຍຕົນເອງ ເພື່ອທຳການໂຈມຕີ
ກໍ່ການຮ້າຍ ຢູ່ໃນສະຫະລັດ.
ສຳນວນຟ້ອງຂອງລັດຖະບານກາງ ທີ່ເປີດເຜີຍໃຫ້ຮູ້ ໃນ
ວັນພະຫັດວານນີ້ແຈ້ງວ່າ ນາງ Noelle Velentzas ແລະ
ນາງ Asia Siddiqui ໄດ້ຖືກຈັບໃນຂໍ້ຫາສົມຮູ້ຮ່ວມຄິດ
ຈະໃຊ້ອາວຸດທີ່ມີອະນຸພາບຮ້າຍແຮງ.
ບັນດາໄອຍະການ ກ່າວວ່າ ພວກເຈົ້າໜ້າທີ່ສືບສວນ ທີ່ໄດ້ດຳເນີນການແບບລັບໆລົງ
ຄວາມເຫັນວ່າ ຜູ້ຍິງທັງສອງພາກັນວາງແຜນໂຈມຕີຕຳຫລວດ ເປົ້າ ໝາຍຂອງ
ລັດຖະບານ ຫລືເປົ້າໝາຍທາງທະຫານ ທີ່ອີງຕາມ “ຄວາມເຊື່ອໃນ ການກໍ່ຄວາມ
ຮຸນແຮງທາງສາສະໜານັ້ນ.”
ບັນດາເຈົ້າໜ້າທີ່ ກ່າວວ່າ ສາທາລະນະຊົນບໍ່ໄດ້ຕົກຢູ່ໃນອັນຕະລາຍໃດໆເລີຍ.
ສຳນວນຟ້ອງກ່າວຫາວ່າ ພວກຈຳເລີຍມີຖັງແກັສ ແລະຄຳແນະນຳ ທີ່ບອກວິທີ ທີ່ຈະ
ປ່ຽນແປງໃຫ້ຖັງແກັສເຫຼົ່ານີ້ເປັນລະເບີດ.
ບັນດາເຈົ້າໜ້າທີ່ສືບສວນ ກ່າວວ່າ ນາງ Velentzas ໄດ້ສະແດງຄວາມສົນໃຈອອກມາ
ຊໍ້າແລ້ວຊໍ້າອີກ ທີ່ຈະທຳການໂຈມຕີກໍ່ການຮ້າຍຢູ່ໃນສະຫະລັດ ໂດຍກ່າວຫາວ່າ ນາງໄດ້
ສັນລະເສີນການໂຈມຕີໃນວັນທີ 11 ເດືອນກັນຍາຫຼື 9/11 ແລະກ່າວວ່າ ການຕາຍເພື່ອ
ພະເຈົ້າ ໂດຍການໂຈມຕີສະຫລະຊີບນັ້ນ ແມ່ນຄໍ້າ ປະກັນວ່າ ຈະໄດ້ຂຶ້ນສະຫວັນ.