ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະ​ຫານ ສະ​ຫະ​ລັດ ເສຍ​ຊີ​ວິດ​ສອງ​ຄົນ ໃນ​ອຸ​ບັດ​ຕິ​ເຫດເຮ​ລິ​ຄັອບ​ເຕີຕົກ ໃນ ອັ​ຟ​ກາ​ນິ​ສ​ຖານ


ເຮ​ລິ​ຄັອບ​ເຕີ ກອງ​ທັບ ສະ​ຫະ​ລັດ ບິນຢູ່​ເໜືອ​ສະ​ຖານ​ທີ່​ລະ​ເບີດ​ລົດ​ສະຫຼະ​ຊີບ, ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 31 ພຶດ​ສະ​ພາ, 2019.
ເຮ​ລິ​ຄັອບ​ເຕີ ກອງ​ທັບ ສະ​ຫະ​ລັດ ບິນຢູ່​ເໜືອ​ສະ​ຖານ​ທີ່​ລະ​ເບີດ​ລົດ​ສະຫຼະ​ຊີບ, ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 31 ພຶດ​ສະ​ພາ, 2019.

ກອງ​ທັບ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ທະ​ຫານ​ຂອງ​ເຂົາ​ເຈົ້າ​ສອງ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ ເຮ​ລິ​ຄັອບ​ເຕີ ຕົກ​ໃນ​ປະ​ເທດ ອັ​ຟກ​ນິ​ສ​ຖານ.

ສາ​ເຫດ​ການ​ຂອງ​ອຸ​ບັດ​ຕິ​ເຫດ​ນັ້ນ​ແມ່ນ​ຍັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ສອບ​ສວນ​, ແຕ່​ແນວ​ໃດ​ກໍ​ຕາມ ລາຍ​ງານ​ເບື້ອງ​ຕົ້ນ​ບໍ່​ໄດ້​ລະ​ບຸ​ວ່າ ມັນ​ມີ​ສາ​ເຫດ​ມາ​ຈາກ​ການ​ຖືກ​ຍິງ​ຂອງ​ສັດ​ຕູ, ອີງ​ຕາມ​ການ​ປະ​ກາ​ດ​ຢ່າງ​ເປັນ​ທາງ​ການ.

ການ​ເສຍ​ຊີ​ວິດ​ຄັ້ງຫຼ້າ​ສຸດ​ໄດ້​ເຮັດ​ໃຫ້​ຕົວ​ເລກ​ທະ​ຫານ ອາ​ເມ​ຣິ​ກັນ ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ປີນີ້ ໃນ​ການ​ປະ​ຕິ​ບັດ​ການ​ທີ່​ກ່ຽວ​ຂ້ອງ​ກັບ ສົງ​ຄາມ​ໃນ ອັ​ຟ​ກາ​ນິ​ສ​ຖານ​ ເປັນ​ຢ່າງ​ໜ້ອຍ 18 ຄົນ.

ກ່ອນ​ໜ້ານີ້, ກຸ່ມ​ກະ​ບົດ ຕາ​ລີ​ບານ ໄດ້​ອ້າງວ່ານັກ​ຮົບ​ຂອງ​ພວກ​ເຂົາ​ໄດ້​ຍິງ​ເຮ​ລິ​ຄັອບ​ເຕີ ຊີ​ນຸກ ຂອງກອງ​ທັບ ສະ​ຫະ​ລັດ ຕົກ​ໃນ​ແຂວງ ໂລ​ກາ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອັ​ຟ​ກາ​ນິ​ສ​ຖານ.

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ໄດ້​ກ່າວ​ວ່າ ເຮ​ລິ​ຄັອບ​ເຕີ ໄດ້​ຖືກ​ສົ່ງ​ໄປ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ກະ​ບົດ​ໃນ​ບໍ​ລິ​ເວນ​ນັ້ນ.

ມັນ​ຍາກ​ທີ່​ຈະ​ສືບ​ໃຫ້​ຮູ້​ແນ່​ຈາກ​ແຫຼ່ງ​ຂ່າວ​ອິດ​ສະຫຼະ ວ່າ​ກຸ່ມ​ກະ​ບົດ​ນັ້ນ​ໄດ້​ອ້າງ​ເຖິງ​ເຫດ​ການ​ດຽວ​ກັນຫຼືບໍ່. ການ​ກ່າວ​ອ້າງ​ໂຈມ​ຕີໃສ່​ກອງ​ກຳ​ລັງ​ຕ່າງ​ປະ​ເທດ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ໃນ ອັ​ຟ​ກາ​ນິ​ສ​ຖານ ​ໂດຍ​ກຸ່ມ​ຕາ​ລີ​ບານ ໃນ​ສະ​ໜາມ​ຮົບນັ້ນແມ່ນ​ມັກ​ຈະ​ເກີນ​ຄວາມ​ຈິງ.

ໃນ​ເຫດ​ການ​ຕ່າງ​ກັນ, ການ​ບຸກ​ໂຈມ​ຕີ​ຂ້າ​ມ​ຄືນ​ຂອງກຸ່ມ​ຕາ​ລີ​ບານ ໃນ​ຖານ​ທັບ​ແຫ່ງ​ນຶ່ງ​ໃນ​ແຂວງ ຄັນ​ດຸ​ສ ທາງ​ພາກ​ເໜືອ​ຂອງ​ປະ​ເທດນັ້ນ ໄດ້​ສັງ​ຫານ​ກຳ​ລັງ​ ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ໜ້ອຍ 13 ຄົນ ແລະ ບາດ​ເຈັບ​ອີກຫຼາຍ​ຄົນ. ສື່ມວນ​ຊົນ ອັ​ຟ​ກາ​ນິ​ສ​ຖານ ໄດ້​ລາຍ​ງານ​ວ່າ​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ອີ​ມາມ ຊາ​ຮິບ.

ກຸ່ມ​ຕາ​ລີ​ບານ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ການ​ດຳ​ເນີນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ນັ້ນ, ໂດຍ​ເວົ້າ​ວ່າ​ພວກ​ນັກ​ຮົບ​ກະ​ບົດ ຍັງ​ໄດ້​ຍຶດ​ເອົາ​ອຸ​ປະ​ກອນ​ທາງ​ທະ​ຫານ​ຈາກ​ຖານ​ທັບ​ດັ່ງ​ກ່າວ.

ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ນຶ່ງວັນ​ຫຼັງ​ຈາກ​ການ​ແລກ​ປ່ຽນ​ນັກ​ໂທດ​ຄົນ​ສຳ​ຄັນ​ລະ​ຫວ່າງ ກຸ່ມ​ກະ​ບົດ ກັບ ສະ​ຫະ​ລັດ ທີ່​ໄດ້​ເຮັດ​ໃຫ້​ຕົວ​ປະ​ກັນ​ຕ່າງ​ປະ​ເທດ​ສອງ​ຄົນ​ຖືກ​ປ່ອຍ​ເປັນ​ອິດ​ສະຫຼະ, ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ໂທດ​ອາ​ວຸ​ໂສ​ຂອງ​ກຸ່ມ​ກະ​ບົດ​ສາມ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG