ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ສ​ຫລ 2 ຄົນ ຖືກຂ້າຕາຍ ໃນຂະນະ ປະຕິບັດການ ຢູ່ໃນ ອັຟການິສຖານ

ພວກທະຫານປະຈຳ ກອງພົນ ໜ່ວຍທີ 101 Resolute Support Sustainment, ກຳລັງຮັກສາດິນແດນ ລັດໄອໂອວາ ແລະ ກຳລັງທະຫານປະຈຳຟູ ໜ່ວຍ10, ກອງພັນທະຫານບົກໜ່ວຍທີ 2-14 ກຳລັງຂຶ້ນເຮລີຄອບເຕີ Chinook ເພື່ອອອກໄປປະຕິບັດການ ຢູ່ໃນອັຟການິສຖານ, ວັນທີ 15 ມັງກອນ 2019.

ທະຫານສະຫະລັດສອງຄົນ ໄດ້ຖືກຂ້າຕາຍ ໃນຂະນະທີ່ ກຳລັງປະຕິບັດການ ຢູ່ໃນ
ອັຟການິສຖານ ໃນວັນສຸກມື້ນີ້.

ສະຫະລັດ ແລະກອງກຳລັງ ທີ່ນຳພາໂດຍອົງການເນໂຕ້ ບໍ່ໄດ້ໃຫ້ຂໍ້ມູນລາຍລະອຽດ
ໃດໆຕື່ມອີກ.

ກຳລັງທະຫານ ສະຫະລັດ ປະມານ 14,000 ຄົນ ຍັງປະຈຳການຢູ່ໃນປະ​ເທດ
ອັຟການິສຖານຢູ່ ອັນເປັນພາກສ່ວນນຶ່ງ ຂອງພາລະກິດ ໃຫ້ການສະໜັບສະໜຸນ
ທີ່ເດັດດ່ຽວ​ຂອງ​ນາໆ​ຊາດ ຫຼືເອີ້ນວ່າ Resolute Support Mission ​ຊຶ່ງ​ມີພາ​ລະ
ໜ້າທີ່ໃຫ້ການສະໜັບສະໜຸນ ແລະການຝຶກແອບແກ່ ພວກທະຫານ ຂອງ
ອັຟການິສຖານ.

ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນ ເຖິງແມ່ນ ກຸ່ມຕາລີບານ ໄດ້ເປີດການເຈລະຈາ
ສັນຕິພາບ ກັບເຈົ້າໜ້າທີ່ສະຫະລັດ ມາແລ້ວຫຼາຍຮອບກໍຕາມ. ການເຈລະຈາຮອບ
ຫລ້າສຸດ ໄດ້ສະຫລຸບລົງໃນເດືອນນີ້ ໂດຍທີ່ທັງສອງຝ່າຍຕ່າງກໍເວົ້າວ່າ ມີຄວາມກ້າວ
ໜ້າ ແຕ່ຍັງບໍ່ມີການຕົກລົງຫຍັງກັນເທື່ອ ເພື່ອຍຸຕິສົງຄາມທີ່ແກ່ຍາວມາໄດ້ 17 ປີ
ແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG