ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ອາຈານ​ສອນ​ສອງ​ຄົນ ຈາກມະຫາວິທະຍາໄລ ຖືກດັກສະກັດສັງຫານ ຢູ່ພາກຕາເວັນອອກ ຂອງ ເຄັນຢາ


ພວກເຈົ້າໜ້າທີ່ຕິດອາວຸດ ຢູ່ບ່ອນເກີດເຫດ ບ່ອນທີ່ແມ່ຍິງ ສອງຄົນ ຖືກສັງຫານ ຢູ່ເມືອງ Ukunda ຝັ່ງທະເລພາກໃຕ້ຂອງ ນະຄອນ Mombasa ປະເທດ Kenya ທີ 10 ຕຸລາ 2017.

ສະມາຊິກຄະນະອາຈານ​ສອນ​ສອງ​ຄົນ​ໄດ້​ຖືກ​ສັງຫານ​ຢູ່​ທີ່ ມະຫາວິທະຍາ​ໄລ​ເທັກ​ນິກ
​ໃນ​ວັນ​ອັງຄານ​ມື້​ນີ້ ​ເວລາ​ຂະ​ບວນລົດ​ເຂົາ​ເຈົ້າ​ໄດ້​ຖືກ​ລອບ​ດັກ​ສະກັດ​ຍິງ ​ໃນ​ຂະນະ​ທີ່​
ຂັບ​ໄປ​ຕາມ​ຊາຍ​ຝັ່ງ​ມະຫາ​ສະໝຸດ​ອິນ​ເດຍຂອງ​ເຄັນ​ຢາ.

ຫົວໜ້າ​ຕຳຫລວດ​ທ້ອງ​ຖິ່ນ ທ່ານ Larry Kieng ກ່າວວ່າ ​ພວກນັກສຶກສາ​ກຸ່ມນຶ່ງ ​ແລະ​ສະມາຊິກຄະນະ​ອາຈານ​ສອນ​ຈາກ​ມະຫາວິທະຍາ​ໄລ​ທັກ​ນິກ ຂອງ​ເມືອງ Mombassa
​ໄດ້​ຖືກ​ນຳພາ​ ຈາກ​ທີ່​ພັກ​ຂອງເຂົາ​ເຈົ້າ​ໄປ​ມະຫາວິທະຍາ​ໄລ ​ເວລາ​ກຸ່ມມື​ປືນ​ເຕັ້ນ​ອອກ​
ມາ​ຈາກ​ຟຸ່ມ​ໄມ້ ​ແລະ​ເປີດ​ສາກ​ຍິງໃສ່.

ຄົນ​ຂັບ​ລົດຜູ້​ນຶ່ງ ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສອງ​ຄົນ ທີ່​ອາລັກຂາ​ຂະ​ບວນລົດ ​ຄັນດັ່ງ
ກ່າວ ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີນັ້ນ.

​ຍັງ​ບໍ່​ທັນ​ພິສູດ​ໄດ້​ເທື່ອວ່າ ພວກ​ມື​ປືນແມ່ນໃຜ ​ແຕ່​ທ່ານ Kieng ກ່າວ​ວ່າ ພວກ​ຫົວ​ຮຸນ
​ແຮງ al-Shabab ​ເປັນ​ທີ່​ຕ້ອງ​ສົງ​ໄສ​ວ່າມີ​ການ​ພົວພັນ. ພວກ​ຫົວ​ຮຸນ​ແຮງ​ອິສລາມ ​
ໄດ້​ນຳພາການປະຕິບັດ​ການ​ໂຈມ​ຕີ​ຢູ່​ຕາມ​ຊາຍ​ຝັ່ງ​ເຄັນຢາ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່າ​ນມາ.
ກຸ່ມ​ມື​ປືນ al-Shabab ​ໄດ້​ສັງຫານນັກ​ສຶກສາ 148 ຄົນ​ລະຫວ່າງ​ການ​ໂຈມ​ຕີ​ຢູ່​ມະຫາ
ວິທະຍາ​ໄລ Garissa ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເຄັນ​ຢາ ​ໃນ​ວັນ​ທີ 15 ​ເດືອນ
​ເມສາ ປີ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG