ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ກຳ​ລັງ ຮັກ​ສາສັນ​ຕິ​ພາບ ສ​ປ​ຊ 2 ຄົນ ຖືກ​ຂ້າ​ຕາຍ ຢູ່​ ມາ​ລີ


ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ລາດ​ຕະ​ເວນ ຢູ່ນອກວັດ​ອິ​ສ​ລາມ​ແຫ່ງ​ນຶ່ງ ທີ່​ເມືອງ​ມັອບ​ຕີ ​ໃນ​ເຂດ​ພາກ​ກາງ ຂອງ​ປະ​ເທດ​ມາ​ລີ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2018.
ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ລາດ​ຕະ​ເວນ ຢູ່ນອກວັດ​ອິ​ສ​ລາມ​ແຫ່ງ​ນຶ່ງ ທີ່​ເມືອງ​ມັອບ​ຕີ ​ໃນ​ເຂດ​ພາກ​ກາງ ຂອງ​ປະ​ເທດ​ມາ​ລີ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2018.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ 2 ຄົນ ຈາກ​ສ​ຣີ​ລັງ​ກາ ໄດ້​ເສຍ​ຊີ​ວິດ ເວ​ລາ​ຂະ​ບວນ​ລົດ​ຂອງ​ພວກ​ເຂົາ​ເຈົ້າ ​ຢຽບ​ລະ​ເບີດຝັງ​ດິນ ຢູ່​ປະ​ເທດ​ມາ​ລີ ທີ່​ຕັ້ງ​ຢູ່​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ.

ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນີ​ໂອ ກິວ​ເຕເຣ​ສກ່າວ​ວ່າ ນອກນັ້ນ ຍັງ​ມີ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຈາກ​ສ​ຣີ​ລັງ​ກາ​ອີກ 4 ຄົນ ໄດ້​ຮັບ​ບາດ​ເຈັບ ໃນ​ເຫດ​ລະ​ເບີດ ​ຊຶ່ງເກີດ​ຂຶ້ນ​ໃນ​ວັນ​ສຸກວານນີ້​ທີ່​ເຂດມັອບ​ຕີ ໃນ​ພາກ​ກາງ​ຂອງ​ປະ​ເທດ​ມາ​ລີ ໃກ້ໆ​ກັບ​ເມືອງ​ດູ​ເອັນ​ຊາ.

ໂຄ​ສົກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຟາ​ຮານ ຮັກ ກ່າວ​ວ່າ ກຳ​ລັງ​ຮັກສາ​ສັນ​ຕິ​ພາບ​ຈາກ​ເບີ​ກີ​ນາ ຟາ​ໂຊ ກໍ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ອີກ​ຕ່າງ​ຫາກ ໃນ​ວັນ​ພະ​ຫັດ​ແລ້ວ ໃກ້ໆ​ກັບ​ເມືອງ​ດູ​ເອັນ​ຊາ. ການ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນພົວ​ພັນ​ກັບ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ທັງ​ສອງນີ້​ເທື່ອ.

ເລ​ຂາ​ທິ​ການ​ໃຫຍ່ອົງ​ການສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນີ​ໂອ ກິວ​ເຕ​ເຣ​ສ ໄດ້​ປະ​ນາມ​ການ​ໂຈມ​ຕີ​ທັງ​ສອງ ແລະ​ກ່າວ​ວ່າ ການ​ໂຈມ​ຕີທີ່​ແນເປົ້າ​ໝາຍ​ໃສ່​ກຳ​ລັງຮັກ​ສາ​ສັນ​ຕິ​ພາບນັ້ນ “ອາດ​ເທົ່າ​ກັບ ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ” ອີງ​ຕາມ​ຄຳ​ເວົ້າ​ໂຄ​ສົກ​ຂອງ​ທ່ານ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫ​ະ​ປະ​ຊາ​ຊາດ ເອີ້ນ​ການ​ໂຈມ​ຕີນີ້​ວ່າ ເປັນ​ການກໍ່​ການ​ຮ້າຍ ແລະ​ຮຽກ​ຮ້ອງ​ໃຫ້ ​ລັດ​ຖະ​ບານ​ມາ​ລີ ນຳ​ເອົາ​ໂຕ​ພວກ​ກໍ່​ການ​ມາ​ລົ​ງ​ໂທດ​ໂດຍ​ໄວ.

ການ​ໂຈມ​ຕີ​ມີ​ຂຶ້ນ​ຫຼາຍໆ​ມື້​ຫຼັງ​ຈາກ​ພວກ​ມື​ປືນ​ໄດ້​ສັງ​ຫານ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຈາກ​ປະ​ເທດ Chad ຈຳ​ນວນ 10 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 25 ຄົນ​ໃນການ​ໂຈມ​ຕີ​ຕໍ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ພາກເໜືອ​ຂອງ​ປະ​ເທດ​ມາ​ລີ ເມື່ອ​ວັນ​ອາ​ທິດ​ແລ້ວ.

​ກຸ່ມ​ອາ​ລ​ກາ​ອີ​ດາ ໃນ​ເຂດ​ອິ​ສ​ລາມ ມາ​ເກ​ຣັບ ທີ່​ເອີ້ນ​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​ວ່າ AQIM ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ມາ​ລີ ພວມ​ຫາ​ທາງ​ຟື້ນ​ຟູ​ສະ​ເຖ​ຍ​ລະ​ພາບ ຫຼັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ຈັດ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ໄດ້​ເຂົ້າ​ຄວບ​ຄຸມ​ພາກ​ເໜືອ​ຂອງ​ປະ​ເທດ ໃນ​ປີ2012 ຊຶ່ງ​ໄດ້​ພາ​ໃຫ້​ ປະ​ເທດ​ຝ​ຣັ່ງ ອະ​ດີດ​ມະ​ຫາ​ອຳ​ນາດ ​ທີ່​ເຄີຍ​ປົກ​ຄອງ​ປະ​ເທດມາ​ລີ ​ໃນ​ສະ​ໄໝ​ອາ​ນາ​ນິ​ຄົມ ຕ້ອງ​ໄດ້​ເຂົ້າ​ແຊກ​ແຊງ​ທາງ​ດ້ານ​ທະ​ຫານ ໃນ​ປີ 2013 ​ເພື່ອ​ຊ່ວຍ​ກຳ​ລັງ​ທະ​ຫານ​ມາ​ລີ ຂັບ​ໄລ່​ພວກ​ຈີ​ຮາດ ອອກ​ໄປ​ຈາກ​ພາກເໜືອ​ຂອງ​ປະ​ເທດ.

ຫຼັງ​ຈາກ​ກຳ​ລັງ​ທະ​ຫານ​ຝ​ຣັ່ງ ແລະ​ມາ​ລີ ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງ​ອອກ​ໄປ​ຈາກທີ່​ໝັ້ນ​ຂອງ​ພວກ​ເຂົາ​ແລ້ວກໍ​ໄດ້​ມີ​ການ​ສົ່ງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ຍັງ​ປະ​ເທດດັ່ງ​ກ່າວ ເພື່ອ​ຊ່ວຍ​ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ຈີ​ຮາດ ແຕ່​ພວກ​ຫົວ​ຮຸນແຮງ​ຈັດ ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG