ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫ​ານ ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ສອງ​ຄົນ ຖືກ​ຂ້າ​ຕາຍ​ ໃນ​ປະ​ເທດ ມາ​ລີ


ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ເຊ​ເນ​ກາ​ລ ຂອງ​ອົງ​ການ MINUSMA ຢືນ​ລຽນ​ແຖວ ກ່ອນ​ການ​ເດີນ​ທາງ​ຮອດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 30 ພຶດ​ສະ​ພາ 2018. ເມືອງ ເຊວາ​ເຣ, ປະ​ເທດ ມາ​ລີ.
ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ເຊ​ເນ​ກາ​ລ ຂອງ​ອົງ​ການ MINUSMA ຢືນ​ລຽນ​ແຖວ ກ່ອນ​ການ​ເດີນ​ທາງ​ຮອດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 30 ພຶດ​ສະ​ພາ 2018. ເມືອງ ເຊວາ​ເຣ, ປະ​ເທດ ມາ​ລີ.

ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສອງ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ແລະ
ຫຼາຍຄົນໄດ້ຮັບບາດເຈັບໃນເຫດການຕ່າງກັນຢູ່ປະເທດ ມາລີ ເມື່ອວັນເສົາວານນີ້.

ອົງ​ການ​ຮັກ​ສາ​ສັນ​ຕິ​ພາບ MINUSMA ໄດ້​ກ່າວ​ໃນ​ຖະ​ແຫຼງ​ຂ່າວ​ສະບັບ​ນຶ່ງວ່າ ທະ​
ຫານໝວກກັນກະທົບສີຟ້າຂອງເຂົາເຈົ້າໃນເມືອງ ເບີ (Ber) ຢູ່ພາກພື້ນ ທິມບັກຕູ
(Timbuktu) ໄດ້ຕອບໂຕ້ການໂຈມຕີທີ່ຊັບຊ້ອນ” ຈາກລົດກະບະ ຫຼາຍຄັນດ້ວຍປືນ
ລູກໝາກປີ, ປືນກົນ ແລະ ລະເບີດອື່ນໆ. ທະຫານຮັກສາສັນຕິພາບສອງຄົນທີ່ຖືກຂ້າ
ຕາຍໃນເຫດການດັ່ງກ່າວ ແມ່ນມາຈາກປະເທດ ເບີກິນາ ຟາໂຊ ແລະ ທະຫານອີກ
ຫຼາຍຄົນ ໄດ້ຮັບບາດເຈັບ.

ໃນ​ເຫດ​ການ​ທີ່​ຕ່າງ​ກັນ​ນັ້ນ ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຊາວ ໂຕ​ໂກ ຫຼາຍ​ຄົນ ​ກໍ​ໄດ້​ຮັບ​
ບາດເຈັບ ເມື່ອຂະບວນລົດຂອງເຂົາເຈົ້າ ໄດ້ແລ່ນໄປຢຽບເອົາລະເບີດໃນເມືອງ ຄອນ
ນາ, ຕັ້ງຢູ່ພາກພື້ນ ມັອບຕີ ຂອງປະເທດ ມາລີ.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ, ແຕ່​ມັນ​
ຄ້າຍຄືກັບການໂຈມຕີທີ່ເຊື່ອມໂຍງ ກັບ ກຸ່ມທີ່ມີສາຍພົວພັນກັບພວກ ອາລ-ໄກດາ.

ສະ​ພາ​ຄວາມ​ໝັ້ນ​ຄົງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ປະ​ນາມ​ເຫດ​ການ​ດັ່ງ​ກ່າວ
“ດ້ວຍຄຳເວົ້າທີ່ຮຸນແຮງທີ່ສຸດ” ແລະ ໄດ້ເຕືອນວ່າ ການໂຈມຕີຕ່າງໆ ທີ່ແນເປົ້າໃສ່ທະ
ຫານຮັກສາສັນຕິພາບ “ອາດເປັນອາຊະຍາກຳສົງຄາມ ພາຍໃຕ້ກົດໝາຍສາກົນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG