ພວກນັກຊ່ຽວຊານສອງທ່ານ ຂອງສະຫະປະຊາຊາດ ໃນສາທາລະນະລັດປະຊາທິ
ຄອງໂກ ທີ່ຖືກລັກພາໂຕໄປໃນວັນອາທິດທີ່ຜ່ານມາ ຍັງຫາຍສາບສູນຢູ່ ອີງຕາມຄຳ
ເວົ້າ ລັດຖະມົນຕີສື່ສານຄົມມະນາຄົມຄອງໂກ ທ່ານ Lambert Mende ກ່າວຕໍ່
ວີໂອເອ ໃນຕອນແລງວັນຈັນວານນີ້.
ຖະແຫລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ກ່ອນໜ້ານີ້ ໂດຍລັດຖະບານຄອງໂກ
ແຈ້ງວ່າ ທ່ານ Micheal Sharp ຊຶ່ງເປັນຄົນອາເມຣິກັນ ແລະ ທ່ານ Zahida
Katalinຄົນສັນຊາດສະວີເດັນ ພ້ອມດ້ວຍຊາວຄອງໂກສີ່ຄົນ ທີ່ໄດ້ ຕິດຕາມບຸກຄົນ
ທັງສອງ “ໄດ່້ຕົກຢູ່ໃນກຳມືຂອງກຳລັງ ທີ່ຍັງບໍ່ທັນລະບຸເທື່ອວ່າ ເປັນກຸ່ມໃດ” ຢູ່ໃນ
ແຂວງ Kasai ກາງ. ຖະແຫລງການ ຍັງໄດ້ສະຫລຸບວ່າ “ລັດຖະບານ ແລະກຳລັງຮັກ
ສາຄວາມປອດໄພ ພວມປະຕິບັດງານຮ່ວມມືກັບ ກຳລັງຮັກສາສັນຕິພາບ ຫຼື
MONUSCO ຂອງອົງການສະຫະປະຊາຊາດ ຢູ່ໃນສາທາລະນະລັດປະຊາທິປະ
ໄຕຄອງໂກ ເພື່ອປ່ອຍພວກທີ່ຖືກລັກພາໂຕໄປ
ນັ້ນ.”
ໃນຕອນຄໍ່າວັນຈັນວານນີ້ ທ່ານ Mende ໄດ້ກ່າວຕໍ່ວີໂອເອວ່າ ກຳລັງຮັກສາຄວາມ
ປອດໄພຄອງໂກແລະກຳລັງຮັກສາສັນຕິພາບສະຫະປະຊາຊາດ ໄດ້ໃຊ້ເຮືອບິນເຮລິ
ຄອບເຕີ ຊອກຄົ້ນຫາບຸກຄົນທັງຫົກທີ່ຖືກລັກພາໂຕໄປເປັນເວລານຶ່ງມື້ແຕ່ຍັງບໍ່ທັນພົບ
ເຫັນເທື່ອ.
ທ່ານໃຫ້ການຢືນຢັນວ່າ ການຊອກຄົ້ນຫາທາງອາກາດ ຈະເລີ້ມຂຶ້ນອີກໃນຕອນເຊົ້າ
ວັນອັງຄານມື້ນີ້. ທ່ານ Mende ກ່າວວ່າ “ກຳລັງຮັກສາຄວາມປອດໄພອື່ນໆກໍພວມ
ຊອກຫາຄົ້ນຫາຢູ່ໃນເຂດດັ່ງກ່າວເຊັ່ນ ດຽວກັນ.”
ວີໂອເອ ບໍ່ສາມາດຕິດຕໍ່ກັບໂຄສົກາຂອງສະຫະປະຊາຊາດໃນປະເທດຄອງໂກ ແຕ່
ຖະແຫລງການສັ້ນໆ ໄດ້ຢືນຢັນວ່າ ພວກນັກຊ່ຽວຊານສອງຄົນໄດ້ຫາຍສາບສູນໄປ
ແລະສະຫະປະຊາຊາດກຳລັງເຮັດທຸກສິ່ງຢ່າງທີ່ເປັນໄປໄດ້ເພື່ອຊອກຄົ້ນພວກນັກ
ຊ່ຽວຊານທັງສອງຢູ່.
ໃນໄລຍະແປດເດືອນທີ່ຜ່ານມານີ້ ການຂັດແຍ້ງລະຫວ່າງກຳລັງຮັກສາຄວາມປອດ
ໄພຂອງຄອງໂກ ແລະພວກທະຫານບ້ານໄດ້ເພີ່ມທະວີຄວາມຮ້າຍແຮງຂຶ້ນຢູ່ໃນເຂດ
Kasai. ໃນເດືອນສິງຫາປີກາຍນີ້ ທະຫານຄອງໂກໄດ້ສັງຫານຫົວໜ້າເຜົ່າທີ່ຮູ້ກັນໃນ
ຊື່ Kamwina Nsapu ທີ່ໄດ້ປະຕິເສດບໍ່ຮັບຮູ້ອຳນາດຂອງລັດຖະບານ ແລະໄດ້ແນະ
ນຳໃຫ້ບັນດາຜູ້ສະໜັບສະໜູນທ່ານຂັບໄລ່ກຳ ລັງຮັກສາຄວາມປອດໄພອອກໄປ. ທະ
ຫານບ້ານ ທີ່ໃຫ້ການສະໜັບສະໜູນຕໍ່ທ່ານ ຍັງເອີ້ນວ່າ Kamwina Nsapu ຊຶ່ງໃນ
ປັດຈຸບັນນີ້ກຳລັງເຄື່ອນໄຫວຢູ່ໃນທັງສາມແຂວງ Kasai ແລະແຂວງ Lomami.
ມີຫລາຍກວ່າ 400 ຄົນໄດ້ເສຍຊີວິດ ແລະ 200,000 ຄົນບໍ່ມີທີ່ຢູ່ອາໄສຍ້ອນຄວາມ
ຮຸນແຮງດັ່ງກ່າວ ອີງຕາມຫ້ອງປະສານງານດ້ານມະນຸດສະທຳຂອງອົງ ການສະຫະ
ປະຊາຊາດ ໃນປະເທດຄອງໂກ.