ເຈົ້າໜ້າທີ lottery ກ່າວວ່າ ມີສອງບັດທີ່ຖືກລາງວັນທີນຶ່ງ ຊຶ່ງ
ຈະແບ່ງປັນເງິນຈຳນວນມະຫາສານ ເປັນເງິນກ້ອນໃຫຍ່ອັນ
ດັບສອງໃນປະວັດສາດຂອງ ສະຫະລັດ ທີ່ມີມູນຄ່າປະມານ
580 ລ້ານໂດລາ.
ບັນດາເຈົ້າໜ້າທີ່ ໄດ້ປະກາດບໍ່ເທົ່າໃດຊົ່ວໂມງຫລັງຈາກມີການຈົກເອົານໍ້າເບີ Powerball ໃນຕອນແລງວັນພຸດ ມີສອງບັດຊື້ໄປແລ້ວນັ້ນ ຖືກເລກໝົດທັງ 6 ໂຕ. ໂອກາດທີ່ຈະຖືກເລກດັ່ງກ່າວນີ້ ຄາດຄະເນ ວ່າມີຢູ່ 1 ໃນຈໍານວນ 175 ລ້ານຄົນ.
ສ່ວນ 8 ລ້ານ 9 ແສນຄົນ ພາກັນຖືກລາງວັນ ນ້ອຍລົງມາຈໍານວນນຶ່ງ ຊຶ່ງຮວມທັງໝົດແລ້ວຕົກເປັນເງິນຫລາຍກວ່າ 131 ລ້ານໂດລາ.
ເງິນລາງວັນກ້ອນໃຫຍ່ ໄດ້ຄູນຂື້ນມາຫລາຍເດືອນແລ້ວ ຊຶ່ງບໍ່ມີຜູ້ຊື້ຄົນໃດ ຖືກເລກທັງໝົດຫົກໂຕ ມາເປັນເວລາ 16 ເທື່ອຕິດຕໍ່ກັນ ຈາກການຈົກສະຫລາກເອົານໍ້າເບີ.
ໂອກາດອັນໃຫຍ່ຫລວງນີ້ ເຮັດໃຫ້ຊາວອາເມຣິກັນເປັນລ້ານໆພາກັນລຽນແຖວລໍຖ້າຊື້ລັອດເຕີລີ ໃນການຈົກສະຫລາກເອົາໂຕເລກ ໃນວັນພຸດວານນີ້. ຢູ່ໃນບາງລັດ ບັດລັອດເຕີລີລາຄາ 2 ໂດລາ ໄດ້ຂາຍກັນ ໃນອັດຕາ 10.000 ບັດ ຕໍ່ນຶ່ງນາທີ.