ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 2 ຄົນ ເສຍຊີວິດ ໃນການຍິງສັງຫານ ທີ່ ມະຫາວິທະຍາໄລ UCLA


ຕຳຫຼວດ ປະຕິບັດໜ້າທີ່ ໃນມະຫາວິທະຍາໄລ California, ທີ່ Los Angeles, 1 ມິຖຸນາ, 2016.
ຕຳຫຼວດ ປະຕິບັດໜ້າທີ່ ໃນມະຫາວິທະຍາໄລ California, ທີ່ Los Angeles, 1 ມິຖຸນາ, 2016.

ມີ 2 ຄົນ​ໄດ້​ຖືກ​ຍິງ​ຕາຍ ທີ່​ມະຫາວິທະຍາ​ໄລ​ແຄ​ລີ​ຟໍ​ເນຍ ​ໃນ​ນະຄອນ​ Los Angeles ຫຼື UCLA ​ໃນ​ວັນ​ພຸດ​ວານ​ນີ້​ ຊຶ່ງ​ໄດ້​ພາ​ໃຫ້​ເຈົ້າໜ້າ​ທີ່​ຫ້າມ​ບໍ່​ໃຫ້​ມີ ການ​ເຂົ້າອອກ​ຢູ່​ໃນ​ເຂດ​ມະຫາວິທະຍາ​ໄລ​ດັ່ງກ່າວ​ເປັນ​ການ​ຊົ່ວຄາວ.

ຜູ້​ບັນຊາ​ການ​ຕຳຫຼວດ​ໃນ​ນະຄອນ Los Angeles ທ່ານ Charlie Beck ກ່າວ​ວ່າ ການ​ຍິງ​ກັນ​ດັ່ງກ່າວ​ນີ້ ​ເປັນ​ການ​ຄາດ​ຕະກຳ​ແບບ​ຂ້າ​ຕົວ​ຕາຍ.​ ທ່ານ ກ່າວ​ເຖິງ​ຜູ້​ເຄາະ​ຮ້າຍ​ທັງ​ສອງ​ຄົນ​ວ່າ ​ເປັນ​ຊາຍສະກັນ.

Two Shot Dead on University Campus in California
please wait

No media source currently available

0:00 0:00:30 0:00



​ເຈົ້າໜ້າ​ທີ່​ຄົນ​ນຶ່ງ ກ່າວ​ຕໍ່​ໜັງສືພິມ Los Angeles Times ວ່າ ອີງ​ຕາມ​ລັກສະນະ​ທ່າ​ທາງ​ຂອງຜູ້​ຕາຍ​ແລ້ວ ຕຳຫຼວດ​ເຊື່ອ​ວ່າ ອາຈານ​ສອນ​ຄົນ​ນຶ່ງ​ໄດ້​ຖືກຍິງ ​ໂດ​ຍໜຸ່ມ​ນ້ອຍ​ຄົນ​ນຶ່ງ ທີ່​ອາດ​ຈະ​ເປັນ​ນັກຮຽນ ​ແລ້ວ​ຫລັງ​ຈາກ​ນັ້ນກໍ​ຍິງ​ໂຕ ລາວ​ເອງ.

ການ​ຍິງ​ກັນ​ທີ່​ວ່າ​ນີ້ ​ເກີດ​ຂຶ້ນຢູ່​ໃນ​ຫ້ອງການ​ນ້ອຍໆ​ແຫ່ງ​ນຶ່ງ​ທີ່​ຕຶກ​ອາຄານ​ວິສະວະ​ກຳ. ຜູ້​ບັນ ຊາ​ການ​ຕຳຫຼວດກ່າວ​ວ່າ ເຈົ້າໜ້າ​ທີ່​ໄດ້​ພົບ​ປືນ ພ້ອມ​ກັບ​ອັນ​ທີ່​ອາດຈະ​ເປັນຈົດໝາຍ​ລາ​ຕາຍ. ຕຳຫຼວດບໍ່​ໄດ້​ລະບຸ​ຊື່​ພວກ​ຜູ້​ຊາຍ​ທີ່​ພົວພັນ​ນຳ ການ​ຍິງ​ກັນ​ໃນ​ຄັ້ງນີ້.

ມະຫາວິທະຍາ​ໄລ UCLA ຕັ້ງຢູ່​ທີ່​ຄຸ້ມ Westwood ​ໃນ​ນະຄອນ Los Angeles ​ແລະ​ມີ​ພວກ​ນັກ​ສຶກສາ​ທີ່​ເຂົ້າຮຽນ​ຢູ່​ຫລາຍ​ກວ່າ 40,000 ຄົນ.​ ການ​ຍິງ​ກັນ​ທີ່​ວ່າ​ນີ້ ​ເກີດ​ຂຶ້ນ​ໃນ​ອາ ທິດ​ກ່ອນ​ການ​ສອບ​ເສັງ​ຂັ້ນສຸດ​ທ້າຍ​ ທີ່​ຈະ​ມີ​ຂຶ້ນຢູ່ ທີ່​ມະຫາວິທະຍາ​ໄລ​ດັ່ງກ່າວ.

ມະຫາວິທະຍາໄລ UCLA, ໃນ ລັດ Los Angeles, California
ມະຫາວິທະຍາໄລ UCLA, ໃນ ລັດ Los Angeles, California

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG