ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ລົມພາຍຸໄຊໂຄລນ ຂະໜາດໃຫຍ່ສອງ​ຫົວ ທີ່ຮ້າຍແຮງ ພັດເຂົ້າຖະຫລົ່ມ ​ອອສເຕຣເລຍ


ພາບນີ້ຈາກດາວທຽມ Aqua ຂອງອົງການ NASA ທີ່ນຳສົ່ງໂດຍ ທີມຮັບມືດ່ວນ Goddard MODIS ສະແດງໃຫ້ເຫັນ ພາຍຸໄຊໂຄລນ Marcia ຢູ່ທີ່ Coral Sea ນອກຝັ່ງ ກ້ຳຕາເວັນອອກສຽງເໜືອ ຂອງອອສເຕຣເລຍ, ວັນທີ 18 ກຸມພາ 2015.

ຫ້ອງການພະຍາກອນ​ອາກາດຂອງອອສເຕຣເລຍ ກ່າວ​ວ່າ
ລົມພາຍຸ cyclone ຂະໜາດໃຫຍ່ສອງ​ຫົວ ໄດ້​ພັດເຂົ້າຖະຫລົ່ມ
​ພາກເໜືອຂອງ​ອອສເຕຣເລຍ ​ໃນ​ວັນ​ສຸກ​ມື້​ນີ້ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ
​ຂອງ​ປະ​ເທດ.

ຫ້ອງການ​ອຸຕຸ​ນິຍົມ​ວິທະຍາ ກ່າວ​ວ່າ ອັນ​ນີ້ແມ່ນ​ເປັນ​ເທື່ອ​ທຳ​ອິດ
​ທີ່​ມີພາຍຸ​ໄຊ​ໂຄລນ​ເຂດ​ຮ້ອນ ທີ່​ຮ້າຍ​ແຮງ​ສອງຫົວໄດ້ພັດເຂົ້າ
ຖະຫລົ່ມອອສເຕຣເລຍ ພາຍໃນໄລຍະເວລາ 24 ຊົ່ວໂມງ.

ໄຊໂຄຣນ Lam ພັດ​ເຂົ້າຖະຫລົ່ມສ່ວນນຶ່ງຂອງເຂດ Northern
Territory​ ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່ຢ່າງກະຈັດກະຈາຍ ຫຼັງຈາກ​ນັ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ
ໄຊ​ໂຄຣນ Marcia ທີ່​ມີກຳລັງແຮງກວ່າ​ຫົວ​ທຳ​ອິດກໍໄດ້ພັດ​ ເຂົ້າປະທະເມືອງ​ນ້ອຍ
ຫຼາຍ​ແຫ່ງ​ ຕາມ​ແຄມ​ຝັ່ງທະເລທາງ​ພາກ​ຕາ​ເວັນ​ອອກ​ຂອງ​ລັດ Queensland ດ້ວຍ​
ລົມ​ທີ່​ມີ​ຄວາມ​ແຮງ​ເຖິງ 285 ກິ​ໂລ​ແມັດ​ຕໍ່ໍຊົວ​ໂມງ.

ຜູ້​ປົກຄອງ​ລັດ Queensland ທ່ານນາງ Annastacia Palaszczuk ​ໄດ້​ເຕືອນ​
ປະຊາຊົນ​ໃນ​ວັນ​ພະຫັດ​ວານ​ນີ້​ໃຫ້​ຕຽມ​ພ້ອມ​ຮັບມືກັບ “ປະສົບພະ​ການ ທີ່​ເຈັບ​ປວດ
​ແລະ ​ເປັນຕາ​ຢ້ານ​ກົວ”
ຂະນະ​ທີ່ ​ໄຊ​ໂຄລນ Marcia ​ພັດ​ຖະລົ່ມພື້ນ​ທີ່ດັ່ງກ່າວ.

ທ່ານ​ນາງ Palaszczuk ​ໄດ້​ເຕືອນ​ວ່າ “ນີ້ແມ່ນໄຊ​ໂຄລນ ທີ່ຮ້າຍ​ແຮງຫຼາຍ. ພວກ​ເຮົາ​
ຢາກ​ໃຫ້​ໝົດ​ທຸກຄົນ ​ມີ​ຄວາມລະມັດລະວັງ ​ເຮັດ​ທຸກໆ​ຢ່າງ​ເທົ່າ​ທີ່​ຕົນ​ຈະ​ເຮັດໄດ້​.”

ບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ​ໄຊ​ໂຄ​ລນ Marcia ​ເປັນລົມ​ພາຍຸຮ້າຍແຮງ​
ປະເພດທີ 5 ຊຶ່ງ​ເປັນ​ລະດັບ​ທີ່​ເປັນອັນ​ຕະລາຍ​ທີ່​ສຸດ ​ໃນ​ຂະນະ​ທີ່ໄຊໂຄລນ Lam ຖືກ
​ຈັດ​ໃຫ້​ຢູ່​ໃນປະເພດທີ 4.

AUSTRALIA CYCLONES VIDEO
please wait

No media source currently available

0:00 0:00:33 0:00

XS
SM
MD
LG