ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາຍ 2 ຄົນ ຖືກຕັດສິນ ປະຫານຊີວິດ ຍ້ອນ​ໄດ້ສັງຫານ ທະນາຍຄວາມ ແລະ​ທີ່​ປຶກ​ສາ ທ.ນ. ອອ​ງ​ຊານ ຊ​ູ​ ຈີ


ທ້າວ ຈີ ລິນ, ກາງ, ແລະ ທ້າວ ອອງ ວິນ ຈໍ, ຜູ້ຖືກກ່າວຫາ ເປັນຄາດຕະກອນສັງຫານ ທ່ານ ໂກ ນີ ທະນາຍຄວາມ ຊາວມຸສລິມ, ເດີນທາງມາຮອດ ສານ ເມືອງ ອິນເສນ ໃນນະຄອນ ຢ່າງກຸ້ງ, ມຽນມາ, ວັນທີ 15 ກຸມພາ 2019.
ທ້າວ ຈີ ລິນ, ກາງ, ແລະ ທ້າວ ອອງ ວິນ ຈໍ, ຜູ້ຖືກກ່າວຫາ ເປັນຄາດຕະກອນສັງຫານ ທ່ານ ໂກ ນີ ທະນາຍຄວາມ ຊາວມຸສລິມ, ເດີນທາງມາຮອດ ສານ ເມືອງ ອິນເສນ ໃນນະຄອນ ຢ່າງກຸ້ງ, ມຽນມາ, ວັນທີ 15 ກຸມພາ 2019.

ສານຂອງມຽນແຫ່ງນຶ່ງ ໄດ້ຕັດສິນລົງໂທດ ໃຫ້ປະຫານຊີວິດ ຊາຍສອງຄົນ ສຳລັບການ
ສັງຫານ ທະນາຍຄວາມລະດັບສູງ ຊາວມຸສລິມ ແລະ ທີ່ປຶກສາຜູ້ໃກ້ຊິດ ກັບ ທ່ານນາງ
ອອງ ຊານ ຊູ ຈີ ຜູ້ນຳໂດຍແທ້ຈິງຂອງປະເທດ.

ສານດັ່ງກ່າວ ຢູ່ໃນນະຄອນ ຢ່າງກຸ້ງ ໃນວັນສຸກມື້ນີ້ ໄດ້ພົບເຫັນວ່າ ທ້າວ ຈີ ລິນ ຜູ້ຖືກ
ກ່າວຫາວ່າ ເປັນມືປືນ ມີຄວາມຜິດ ຖານ ຄາດຕະກຳໂດຍເຈດຕະນາ ແລະ ການມີ
ອາວຸດໄວ້ໃນຄອບຄອງທີ່ຜິດກົດໝາຍ ເພື່ອໃຊ້ໃນການສັງຫານ ທ່ານ ກໍ ນີ ຢູ່ສະໜາມ
ບິນ ຢ່າງກຸ້ງ ໃນວັນທີ 29 ເດືອນມັງກອນ ປີ 2017.

ຜູ້ສົມຮູ້ຮ່ວມຄິດ ທີ່ພົວພັນໃນການວາງແຜນ ການສັງຫານນັ້ນ ຍັງໄດ້ຖືກຕັດສິນລົງໂທດ
ໃຫ້ປະຫານຊີວິດ ໃນຂໍ້ຫາດຽວກັນນັ້ນ.

ສານ ໄດ້ຕັດສິນລົງໂທດ ຊາຍອີກສອງຄົນ ທີ່ກ່ຽວຂ້ອງ ໃນອາຊະຍາກຳດັ່ງກ່າວ ຊຶ່ງ
ທັງສອງຄົນນີ້ ເຄີຍເປັນທະຫານ ໃຫ້ຈຳຄຸກ. ສ່ວນຜູ້ທີ 5 ທີ່ຜູກພັນກັບກອງທັບບົກ ຊຶ່ງ
ເປັນຜູ້ຕ້ອງສົງໄສ ເປັນຫົວໂປ່ໃຫຍ່ ອອກຫົວຄິດວາງແຜນ ອາຊະຍາກຳນັ້ນ ແມ່ນຍັງ
ໜີການຈັບກຸມຢູ່.

ທ່ານ ໂກ ນີ ຖືກຍິງໃສ່ດ້ານຫລັງຂອງຫົວ ໃນຂະນະທີ່ ລໍຖ້າລົດຕັກຊີ້ ກັບຫລານຊາຍ
ນ້ອຍ ຢູ່ໃນອ້ອມແຂນຂອງເພິ່ນ.

ທ່ານ ເປັນຜູ້ກ່າວຕິຕຽນ ຕໍ່ລັດຖະທຳມະນູນທີ່ຮ່າງໂດຍກອງທັບ ຊຶ່ງໄດ້ສະກັດກັ້ນ ບໍ່
ໃຫ້ ທ່ານນາງ ອອງ ຊານ ຊູ ຈີ ກາຍເປັນປະທານາທິບໍດີ ໄດ້. ພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ຂອງທ່ານນາງ ຊູ ຈີ ໄດ້ຖືເອົາ ການສັງຫານຂອງທ່ານ ນີ ນັ້ນ ໃຫ້
ເປັນ “ການກະທຳຂອງພວກກໍ່ການຮ້າຍ” ທີ່ໄດ້ແນໃສ່ເພື່ອຂັດຂວາງ ນະໂຍບາຍ
ຕ່າງໆ ຂອງພັກພວກເຂົາເຈົ້າ.

ລັດຖະທຳມະນູນທີ່ຈັດຕັ້ງຂຶ້ນມາ ພາຍໃຕ້ ການປົກຄອງໂດຍທະຫານ ໃນເມື່ອກ່ອນ
ອຳນວຍໃຫ້ ທະຫານມີອຳນາດຢ່າງກວ້າງຂວາງ ໂດຍການຮັບປະກັນວ່າ ພວກເຂົາ
ເຈົ້າຈະໄດ້ຮັບບ່ອນນັ່ງໃນສະພາ ຈຳນວນ ນຶ່ງສ່ວນສີ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG