ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ສອງຄົນ ບາດເຈັບສາຫັດ ໃນການຍິງກັນ ຢູ່ໂຮງຮຽນ ໃນ ການາດາ


ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ກ່າວກ່ຽວກັບ ການຍິງກັນຕາຍ ໃນໂຮງຮຽນແຫ່ງໜຶ່ງ ໃນແຂວງ Saskatchewan.
ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ກ່າວກ່ຽວກັບ ການຍິງກັນຕາຍ ໃນໂຮງຮຽນແຫ່ງໜຶ່ງ ໃນແຂວງ Saskatchewan.

ນາຍົກລັດຖະມົນຕີ ກາ​ນາດາ ທ່ານ Justin Trudeau ກ່າວວ່າ
ຫ້າ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ​ສອງ​ຄົນ​ ໄດ້​ຮັບ​ບາດ​ເຈັບ​
ສາຫັດ ​ໃນ​ການ​ຍິງ​ກັນຢູ່​ໂຮງຮຽນມັດທະຍົມແຫ່ງ​ໜຶ່ງ​ໃນ​ແຂວງ
Saskatchewan ​ໃນ​ເຂດ​ທົ່ງ​ຮາບທາງພາກ​ຕາ​ເວັນ​ຕົກຂອງ​
ປະ​ເທດ.

ທ່ານ Trudeau ກ່າ​ວຈາກ​ເມືອງ Davos ປະ​ເທດ Switzerland
ວ່າ ຜູ້​ຕ້ອງສົງ​ໄສຖືກເຈົ້າໜ້າ​ທີ່ຈັບ​ໂຕ​ແລ້ວ. ທ່ານ Trudeau ກ່າວ
ໃນ​ວັນ​ສຸກ​ວານ​ນີ້​ວ່າ “ນີ້ແມ່ນຄວາມ​ຝັນ​ຮ້າຍ​ຂອງພໍ່​ແມ່​ທຸກໆ​ຄົນ.”

ການ​ຍິງ​ກັນ​ໄດ້​ເກີດ​ຂື້ນ​ຢູ່​ທີ່ຮງຮຽນ​ ​ແລະສະຖານ​ທີ່ອີກແຫ່ງໜຶ່ງ​ທີ່​
ສອກຫຼີກຫ່າງ​ໄກ​ຂອງ​ປະຊາ​ຄົມ​ພື້ນ​ເມືອງ La Loche. ນາຍົກລັດຖະມົນຕີ ບໍ່​ໄດ້ເປີດ​ເຜີຍ
ລາຍ​ລະອຽດ​ໃດໆ​ກ່ຽວ​ກັບສກະຖາ​ນທີ່​ແຫ່ງ​ທີ​ສອງ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ວ່າ ມີ​ຈັກ​ຄົນໄດ້ເສຍ​ຊີວິດ ຢູ່ໂຮງຮຽນ. ຕຳຫຼວດຢູ່​ໃນ​ເມື​ອງທີ່​ມີ
ປະຊາກອນ​ປະມານ 3,000 ຄົນ​ຕັ້ງ​ຢູ່​ປະມາ​ນ 600 ກິ​ໂລ​ແມັດທາງ​ພາກ​ເໜືອ​ຂອງເມືອງ
Saskatoon ​ແຕ່​ຍັງ​ບໍ່​ໄດ້​ເປີດ​ເຜີຍໃຫ້​ຊາບລາຍ​ລະ​ອຽດ​ໃດໆ.

Facebook ຂອງ​ໂຮງຮຽນ ກ່າວ​ວ່າ ທາງ​ໂຮງຮຽນ​ຍັງ​ຈະປິດລົງ​ຈົນ ກວ່າຕຳຫລວດລັດ
ຖະບານ​ກາງ​ກາ​ນາ​ດາ ​ແກ້ໄຂ​ເລື້ອງ​ດັ່ງກ່າວ ​ແລະ​ໄດ້​ບອກໃຫ້​ປະຊາ​ຊົນ ຢ່າ​ໄດ້​ເຂົ້າ​ໄປ​
ໃກ້​ສະຖານ​ທີ່​ແຫ່ງນີ້.

ທ່ານ Bobby Cameron ຫົວໜ້າ​ສະຫະພັນ​ຂອງ​ປ​ະ​ເທດ​ອິນ​ເດຍ​ແດງ ໃນ​ແຂວງ Sas-
katchewan ກ່າວ​ວ່າ ມັນສ​ເປັນ​ໂສກ​ນາດຕະກຳ​ທີ່​ຮ້າຍ​ແຮງ​ສຸດທີ່ບໍ່​ມີ​ມາ​ກ່ອນໃນ​ປະຊາ​
ຄົມ.

ທ່ານ​ກ່າວ​ວ່າ “ມັນ​ເປັນ​ເລື້ອງ​ທີ່​ບໍ່​ຄິດ​ບໍ່​ຝັນ​ເກີດ​ຂື້​ນຢູ່​ທີ່​ນີ້. ປະຊາ​ຄົມ​ທັງ​ໝົດ​ໃນ​ແຂວງແລະ
​ໃນ​ປະ​ເທດ ​ໄດ້​ຮັບ​ຜົນ​ກະທົບ ​ແລະ​ເຮົາ​ທຸກ​ຄົນ​ຈະ​ພາ​ກັນທຳ​ການ​ໄວ້ອາ​ໄລ.”

XS
SM
MD
LG