ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກສະໜັບສະໜຸນ ກຸ່ມລັດອິສລາມ 2 ຄົນ ປະເຊີນກັບ ໂທດຕິດຄຸກ ເປັນເວລາດົນນານ


ທ້າວ Mufid Elfgeeh ຈາກເມືອງ Rochester ໃນລັດນິວຢອກ
ທ້າວ Mufid Elfgeeh ຈາກເມືອງ Rochester ໃນລັດນິວຢອກ

ຜູ້​ພິພາກສາ​ຂອງ​ລັດຖະບານ​ກາງ​ສະຫະລັດ​ ​ໄດ້​ຕັດສິນ​ລົງ​ໂທດ
ຊາຍຄົນ​ນຶ່ງ​ຈາກ​ເມືອງ Rochester ​ໃນ​ລັດ​ນິວຢອກ ໃຫ້​ຈຳ​ຄຸກ​
ດົນ​ກວ່າ 22 ປີ​ ໃນ​ວັນ​ພະຫັດ​ວານ​ນີ້​ ຍ້ອນ​ຜູ້ກ່ຽວພະຍາຍາມ​ທີ່
​ຈະ​ເກັບ​ເກນ​ເອົາ​ພວກ​ກໍ່​ການ​ຮ້າຍ​ແລະ​ຊອກ​ຫາ​ເງິນທຶນ​ໃຫ້​ແກ່​
ກຸ່ມ​ລັດ​ອິສລາມ.

ຄະນະ​ໄອຍະ​ການ​ກ່າວ​ວ່າ ທ້າວ Mufid Elfgeeh ​ແມ່ນ​ຜູ້​ເກັບ
​ເກນເອົາ​ພວກ​ກໍ່ການ​ຮ້າຍ​ຂອງ​ກຸ່ມ​ລັດ​ອິສລາມ​ຄົນ​ທຳ​ອິດ​ທີ່​ຖືກ​
ຈັບ​ໄດ້ແລະ​ມີ​ຄວາມ​ເຊື່ອ​ໝັ້ນວ່າການ​ລົງ​ໂທດ​ຜູ້ກ່ຽວ​ເປັນ​ເວລາ
​ດົນ​ນານ​ຈະ​ເຮັດ​ໃຫ້​ສະຫະລັດ​ມີ​ຄວາມ​ປອດ​ໄພ​ຕື່ມ ຂຶ້ນ.

ອີງ​ຕາມ​ສຳ​ນວນຟ້ອງ​ຂອງ​ລັດຖະບານ​ແລ້ວ ​ທ້າວ Elfgeeh ​ໄດ້​ທຳ​ການ​ເກັບ​ເກນ​ແລະ​ໄດ້​
ໃຫ້ການ​ສະໜັບສະໜຸນ ​ທາງ​ດ້ານ​ການ​ເງິນ ພ້ອມ​ທັງ​ເອກ​ກະສາ​ນ ​ແລະ ​ການ​ຊ່ອຍ​ເຫລືອ​
ອື່ນໆ ​ແກ່​ຜູ້​ຊາຍ​ສອງ​ຄົນເດີນທາງ​ໄປ​ຊີ​ເຣຍ​ໃນ​ປີ​ 2014 ​ແລະ​ເຂົ້າຮ່ວມ​ກຸ່ມ​ລັດ​ອິສລາມ​ທີ່​
ນັ້ນ.

ທ້າວ Elfgeeh ບໍ່​ໄດ້​ຮູ້ຈັກ​ວ່າບຸກຄົນ​ທັງ​ສອງ​ເປັນ​ຜູ້​ສົ່ງ​ຂ່າວ​ໃຫ້​ແກ່​ອົງການ​ສັນຕິ​ບານ​ກາງ
ຫຼື​ເອັຟບີ​ອາຍ​ຂອງ​ສະຫະລັດ.

ນອກ​ນັ້ນ ຜູ້ກ່ຽວ​ຍັງ​ໄດ້​ໃຊ້​ຕາໜ່າງສື່​ສັງ​ຄົມ​ເຜີຍ​ແຜ່​ຂໍ້​ມູນ​ກ່ຽວ​ກັບ​ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ​
ຫົວ​ຮຸນ​ແຮງ​ຈັດ​ອື່ນໆ​ພ້ອມ​ທັງ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ຂອງ​ຜູ້ກ່ຽວ​ຕໍ່​
ພວກ​ກໍ່​ການ​ຮ້າຍ.

ພ້ອມ​ດຽວ​ກັນ ​ໃນ​ວັນ​ພະຫັດ​ວານ​ນີ້ ສານ​ລັດຖະບານ​ກາງ​ໄດ້​ຕັດສິນ​ລົງ​ໂທດ​ຊາຍ​ຄົນ​ນຶ່ງ​
ຈາກລັດ​ອາຣິ​ໂຊ​ນາ ​ໃນ​ຂໍ້​ຫາ ​ພົວພັນ​ກັບ​ພວກ​ກໍ່​ຮ້າຍ​ ຮວມທັງ​ ວາງ​ແຜນ​ກັບໝູ່​ ທີ່ຢູ່​ຫ້ອງ​
ດຽວ​ກັນ ​ໂຈມ​ຕີ​ຄ້າຍ​ທະຫານ ສູນ​ກາງ​ການ​ຄ້າ ​ແລະ​ ການ​ແຂ່ງຂັນ​ຊູ​ເປີ້​ໂບລ ປີ 2015 ທີ່​
ເມືອງ Glendale ​ໃນ​ລັດ​ອາຣິ​ໂຊ​ນາ.

ທ້າວ Abdul Malik Abdul Kareem ປະ​ເຊີນ​ກັບ​ການ​ຕິດ​ຄຸກ 45 ປີ ​ເວລາຜູ້ກ່ຽວ​ຖືກ​ຕັດ
ສິນ​ລົງ​ໂທດ​ໃນ​ທ້າຍ​ປີນີ້.

US Islamic State Suspect
please wait

No media source currently available

0:00 0:00:16 0:00

XS
SM
MD
LG