ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ 2 ຄົນ ຖືກຍິງບາດເຈັບ ທີ່ເມືອງ Ferguson ລັດ Missouri


US Ferguson Racism
please wait
Embed

No media source currently available

0:00 0:00:45 0:00

ຕຳຫຼວດ 2 ຄົນ ​ໄດ້​ຖືກ​ຍິງ ​ທີ່ເມືອງ Ferguson ​ໃນ​ລັດ Missori
ທາງ​ພາກ​ກາງຂອງ​ສະຫະລັດ ​ໃນຕອນ​ເຊົ້າ​ມືດ​ຂອງວັນ​ພະຫັດ​ມື້​ນີ້
ບໍ່​ເທົ່າ​ໃດ​ຊົ່ວໂມງ ຫຼັງຈາກ​ທີ່​ຜູ້ບັນຊາການ​ຕຳຫຼວດປະຈຳເມືອງ
ດັ່ງກ່າວລາ​ອອກ ລຸນຫລັງທີ່ລາຍງານຂອງ​ກະຊວງ​ຍຸ​ຕິ​ທຳ
ໄດ້​ກ່າວ​ຫາກົມຕຳຫລວດວ່າມີ​ນະ​ໂຍບາຍ​ທີ່​ລຳອຽງ ທາງດ້ານ
ເຊື້ອຊາດຜິວພັນ ໃນການປະຕິບັດງານຂອງຕຳຫຼວດນັ້ນ. ​

​ເຫດການ​ທີ່​ວ່າ​ນີ້ ​ໄດ້​ເກີດ​ຂຶ້ນ ໃນຂະນະທີ່​ພວກ​ປະ​ທ້ວງ ພາກັນ
​ເຕົ້າ​ໂຮມກັນຢູ່​ຂ້າງ​ນອກ​ ປ້ອມ ຕຳຫຼວດ​. ນຶ່ງ​ໃນ​ພວກ​ຕຳຫຼວດ
​ແມ່ນ​ເປັນ​ສະມາຊິກ​ຂອງກົມຕຳຫຼວດ ຈາກເຂດເມືອງ St.Louis
ໄດ້ຖືກຍິງໃສ່ບ່າໄຫລ່ ແລະອີກຜູ້ນຶ່ງນັ້ນ ແມ່ນມາຈາກເມືອງ
Webster Grove ທີ່ຢູ່ໃກ້ໆນັ້ນ ແມ່ນຖືກຍິງທີ່ໜ້າ. ຜູ້ບັນຊາການ​ຕຳຫຼວດໃນເຂດເມືອງ St.Louis ທ່ານ Jon Belmar ໄດ້ກ່າວວ່າ ຕຳຫຼວດທັງ​ສອງມີອາການຮູ້ເມື່ອຄີງຢູ່ ແລະກ່າວເຖິງອາການຂອງພວກເຂົາເຈົ້ານັ້ນວ່າ “ຢູ່ໃນຂັ້ນອັນຕະລາຍຮ້າຍແຮງຫຼາຍ.”

ທ່ານ Belmar ໄດ້ກ່າວວ່າ ພວກຕຳຫຼວດທັງສອງໄດ້ຖືກຍິງ “ພຽງແຕ່ວ່າພວກເຂົາເປັນຕຳ​ຫຼວດ” ແລະກ່າວຕື່ມວ່າ ຜູ້ທີ່ຍິງນັ້ນ ແມ່ນຮ່ວມຢູ່ໃນກຸ່ມຂອງພວກປະທ້ວງ ບໍ່ໃນຮູບໃດກໍຮູບນຶ່ງ.

ແຕ່ວ່າພວກເຫັນເຫດການໃນເມືອງ Ferguson ໄດ້ລາຍງານວ່າການຍິງທີ່ວ່ານີ້ ເບິ່ງຄືວ່າ
ຍິງມາຈາກເທິງພູຢູ່ອີກຟາກທາງນຶ່ງທີ່ກົງກັນຂ້າມກັບປ້ອມຕຳຫຼວດ ໄດ້ມີຕຳຫຼວດຫຼາຍໆ ຄົນອອກໄປປະຕິບັດໜ້າທີ່ຢູ່ຂ້າງນອກປ້ອມຕຳຫຼວດ ບໍ່ເທົ່າໃດນາວິນາທີ ຫຼັງຈາກທີ່ມີການ ຍິງເກີດຂຶ້ນ.

ຜູ້ບັນຊາຕຳຫລວດເມືອງ Ferguson ທ່ານ Thomas Jacksonໄດ້ຍື່ນໃບລາອອກຂອງ ທ່ານ ໃນວັນພຸດວານນີ້ 7 ເດືອນ ຫຼັງຈາກທີ່ຕຳຫຼວດຜີວຂາວ Darren Wilson ໄດ້ຍິງສັງ ຫານໜຸ່ມນ້ອຍຜີວດຳ ທ້າວ Michal Brown ໃນການປະເຊີນໜ້າກັນ ໃນທ້ອງ​ຖະຫນົນ
ເມື່ອເດືອນສິງຫາປີກາຍນີ້.

XS
SM
MD
LG