ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານ ຟີລິບປີນ 2 ຄົນ ຖືກຂ້າຕາຍ ໃນການປະທະ ກັບ ພວກກະບົດ


ທ້າວ Abu Misry Mama (ແຖວໜ້າ-ຊ້າຍ) ໂຄສົກຂອງກຸ່ມ
BIFF ທີ່ແຍກອອກຈາກ ກຸ່ມແນວໂຮມປົດປ່ອຍ ສາສະໜາອິສລາມ ໂມໂຣ ຫລື MILF ທີ່ເກາະມິນດານາວ.
ທ້າວ Abu Misry Mama (ແຖວໜ້າ-ຊ້າຍ) ໂຄສົກຂອງກຸ່ມ BIFF ທີ່ແຍກອອກຈາກ ກຸ່ມແນວໂຮມປົດປ່ອຍ ສາສະໜາອິສລາມ ໂມໂຣ ຫລື MILF ທີ່ເກາະມິນດານາວ.

ກອງທັບ​ຟີ​ລິບ​ປິນ ກ່າວ​ວ່າ ທະຫານ​ 2 ຄົນ​ແລະ​ພວກ​ນັກ​ຕໍ່ສູ້​
ຈຳນວນນຶ່ງ ​ທີ່​ບໍ່​ຮູ້ຈັກ​ວ່າ ​ມີ​ຈັກ​ຄົນ​ແທ້ ຈາກ​ກຸ່ມ​ກະບົດ​ມຸສລິ​ມ ​
ໄດ້​ເສຍ​ຊີວິດ​ ໃນ​ລະຫວ່າງ​ການ​ຍິງ​ຕໍ່ສູ້​ກັນ ໃນ​ວັນ​ພະຫັດ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ການ​ຍິງ​ຕໍ່ສູ້​ກັນ​ໄດ້​ເລີ້ມ​ຂຶ້ນ ​ເວລາ
​ພວກ​ກະບົດ​ ຈາກ​ກຸ່ມ Bangsamoro Islamic Freedom
Fighters ຫຼື BIFF ໄດ້​ໂຈມ​ຕີກອງ​ທະຫານ​ຈຸ​ນຶ່ງ ​ຢູ່ໃນ​ແຂວງ
North Cotabato ​ໃນ​ພາກໃຕ້​ຂອງ​ປະ​ເທດ.

ການ​ສູ້​ລົບ​ກັນນີ້ ​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ປະທານາທິບໍດີ Benigno
Aquino ຂໍ​ຮ້ອງ​ໃຫ້​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ ຜ່ານ​ຮ່າງ​
ກົດໝາຍ ​ທີ່​ຈະ​ຈັດຕັ້ງ​ ຂົງ​ເຂດ​ມຸສລິ​ມ ທີ່​ປົກຄອງ​ຕົນ​ເອງ​ຂຶ້ນ.

ແຂວງ North Cotabato ຂອງຟີລິບປິນ
ແຂວງ North Cotabato ຂອງຟີລິບປິນ

ເຂດ​ປົກຄອງ​ຕົນ​ເອງ​ ທີ່​ສະ​ເໜີ​ໄປ​ນີ້ ​ເປັນ​ພາກສ່ວນ​ນຶ່ງ​ສົນທິ
ສັນຍາ​ສັນຕິ​ພາບ​ຄັ້ງ​ປະຫວັດສາດທີ່​ໄດ້​ຕົກລົງ​ກັນ​ໃນ​ຕົ້ນ​ປີ​ນີ້
ໂດຍ​ລັດຖະບານ ແລະກຸ່ມ​ແນວໂຮມ ປົດ​ປ່ອຍ​ສາສະໜາອິສ
ລາມ​ໂມ​ໂຣຫຼື MILF.

ກຸ່ມ BIFF ທີ່​ແຍກ​ຈາກ​ກຸ່ມ MILF ​ໃນ​ປີ 2008 ຄັດ​ຄ້ານ​ຕໍ່​ຂໍ້​
ຕົກລົງສັນຕິພາບ ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ທຳ​ການ​ຕໍ່ສູ້​ໄປ
ຈົນກວ່າ​ພວກ​ເຂົາ​ໄດ້​ຮັບເອກ​ກະລາດ​ຢ່າງ​ສົມບູນ.

ການ​ສູ້​ລົບ​ກັນ​ ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ ​ໃນ​ພາກ​ໃຕ້ປະເທດ ໄດ້​ເຮັດ​ໃຫ້​ປະຊາຊົນ
ເສຍ​ຊີວິດ​ໄປ​ຫຼາຍ​ພັນ​ຄົນ ແລະ​ປ້ອງ​ກັນ​ບໍ່​ມີ​ການພັດທະນາ​ ຢູ່ໃນ​ຂົງ​ເຂດ​ນັ້ນ.

XS
SM
MD
LG