ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ຮອນດູຣັສ ຈັບຄົນ ສັນຊາດ ປາກິສຖານ ແລະ ຊີເຣຍ


ຕຳຫຼວດໃນເມືອງ Tegucicalpa ນຳຕົວຜູ້ຊາຍ ຊີເຣຍ 1 ໃນຫ້າຄົນ ທີ່ຖືກຕັດສິນຈຳຄຸກໄປ ຫຼັງຈາກພວກເຂົາເຈົ້າ
ຄົ້ນພົບວ່າພວກເຂົາໄດ້ລັກເອົາໜັງສືຜ່ານແດນ ກຣິສ ເພື່ອຜ່ານ ເຂົ້າໃນປະເທດ ຮອນດູຣັສ. 20 ພະຈິກ, 2015.
ຕຳຫຼວດໃນເມືອງ Tegucicalpa ນຳຕົວຜູ້ຊາຍ ຊີເຣຍ 1 ໃນຫ້າຄົນ ທີ່ຖືກຕັດສິນຈຳຄຸກໄປ ຫຼັງຈາກພວກເຂົາເຈົ້າ ຄົ້ນພົບວ່າພວກເຂົາໄດ້ລັກເອົາໜັງສືຜ່ານແດນ ກຣິສ ເພື່ອຜ່ານ ເຂົ້າໃນປະເທດ ຮອນດູຣັສ. 20 ພະຈິກ, 2015.

ຕຳຫຼວດໃນພາກໃຕ້ຂອງປະເທດ ຮອນດູຣັສ ໄດ້ຈັບກຸມຜູ້ຊາຍ ປາກິສຖານ ສອງຄົນ ແລະ ແມ່ຍິງ ຊີເຣຍ ຄົນໜຶ່ງໃນວັນເສົາວານ ນີ້, ໂດຍກ່າວ ຫາພວກເຂົາວ່າ ເຂົ້າປະເທດຢ່າງຜິດກົດໝາຍ ແລະ ອາດເປັນໄປໄດ້ ວ່າພະຍາຍາມທີ່ຈະເດີນທາງເຂົ້າໃນ ສະຫະລັດ.

ຕຳຫຼວດໄດ້ໄປຮັບເອົາທັງສາມຄົນຢູ່ທີ່ລັດ Choluteca ໃກ້ກັບ ເຂດຊາຍແດນຕິດກັບປະເທດ ນິກາຣາກົວ.

ບັນດາເຈົ້າໜ້າທີ່ກ່່າວວ່າ ພວກເຂົາເຈົ້າບໍ່ມີເອກະສານທີ່ຖືກຕ້ອງ ເພື່ອເດີນທາງເຂົ້າໃນປະເທດ ຮອນດູຣັສ ແລະ ໄດ້ຖືກນຳໂຕໄປ ຫ້ອງການກວດກາຄົນເຂົ້າເມືອງເພື່ອການສອບຖາມ.

ການຈັບກຸມພວກເຂົາໄດ້ເກີດຂຶ້ນຫຼັງຈາກຫົວໜ້າສານ ຮອນດູຣັສ ໄດ້ສັ່ງໃຫ້ປະຊາຊົນ ຊີເຣຍ 5 ຄົນຖືກຂັງຄຸກ ຫຼັງຈາກໃຊ້ໜັງສືຜ່ານແດນຂອງປະເທດ ກຣິສ ເພື່ອເຂົ້າປະເທດ. ພວກເຂົາ ແມ່ນໄດ້ຖືກຂັງໄວ້ໃນຄຸກ ໃນຂະນະທີ່ຖືກສືບສວນສອບສວນກຳລັງດຳເນີນຢູ່.

ເຈົ້າໜ້າທີ່ໄດ້ກ່າວວ່າພວກເຂົາ ຍັງໄດ້ວາງແຜນທີ່ຈະເຂົ້າມາຍັງ ສະຫະລັດ. ແຕ່ບໍ່ມີການກຳ ນົດອອກມາຢ່າງທັນທີທັນໃດເທື່ອວ່າ ພວກເຂົາມີສາຍພົວ ພັນກັບລັດທິກໍ່ການຮ້າຍຫຼືບໍ່.

ບົດລາຍງານສະບັບໜຶ່ງກ່າວວ່າ ຜູ້ຊາຍທັງ 5 ຄົນນັ້ນໄດ້ພະຍາຍາມ ທີ່ຈະຫຼົບໜີຈາກສົງຄາມ ໃນ ຊີເຣຍ ແລະ ຊອກຫາທີ່ຫຼົບໄພໃນປະເທດ ຮອນດູຣັສ.

ພວກເຂົາໄດ້ຖືກຈັບໃນວັນອັງຄານທີ່ຜ່ານມາ ທີ່ສະໜາມບິນ Toncontin ໃນລັດ Tegucigalpa.

XS
SM
MD
LG