ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງພະຍາບານ 2 ຄົນ ໃນນິວຢອກ ຖືກກ່າວຫາ ປອມແປງບັດສັກຢາວັກ​ຊີນ ກັນໂຄວິດ-19 ​​ແລະໄດ້ເງິນ​ຫຼາຍກວ່າ 1 ລ້ານ 5 ແສນໂດລາ


ໂຕຢ່າງບັນທຶກບັດສັກຢາປ້ອງກັນໂຄວິດ-19 ທີ່ສາຂາໂຮງຮຽນ ເມືອງ Spring Branch Independent School Distric ວັນທີ 16 ມີນາ 2021,ທີ່ນະຄອນ Houston,ລັດເທັກຊັສ.
ໂຕຢ່າງບັນທຶກບັດສັກຢາປ້ອງກັນໂຄວິດ-19 ທີ່ສາຂາໂຮງຮຽນ ເມືອງ Spring Branch Independent School Distric ວັນທີ 16 ມີນາ 2021,ທີ່ນະຄອນ Houston,ລັດເທັກຊັສ.

ນາງພະຍາບານສອງຄົນ ໃນນະຄອນນິວຢອກ ຖືກກ່າວຫາ ປອມແປງບັດສັກຢາວັກ​ຊີນກັນໂຄວິດ ໄດ້ຮັບເງິນກວ່າ 1 ລ້ານ 5 ແສນໂດລາ.

ພວກເຈົ້າໜ້າທີ່ໃນ​ນະ​ຄອນ​ນິວຢອກ ໄດ້ຈັບນາງພະຍາບານຢູ່ທີ່ລອງອາຍແລນ (Long Island) ສອງຄົນ ຜູ້ທີ່ພວກເຈົ້າໜ້າທີ່ກ່າວວ່າ ໄດ້ຮັບເງິນຫຼາຍກວ່າ 1 ລ້ານ 5 ແສນໂດລາ ຍ້ອນການປອມແປງບັດສັກຢາວັກຊີນ​ກັນໂຄວິດ-19.

ນາງຈູລີ ເດີວູໂອໂນ (Julie DeVuono) ເຈົ້າຂອງບ່ອນປິ່ນປົວສຸຂະພາບເດັກນ້ອຍ Wild Child Pediatric Healthcare ແລະພະນັກງານຂອງລາວ ນາງມາຣິສ​ສາ ເອີຣາໂຣ (Marissa Urraro) ໄດ້ຖືກກ່າວຫາວ່າ ກະທຳຄວາມຜິດ​ຍ້ອນ​ທຳ​ການປອມແປງ ອີງ​ຕາມ​ຄຳ​ເວົ້າ​ຂອງພວກເຈົ້າໜ້າທີ່. ນາງເດີວູໂອໂນ ຍັງໄດ້ຖືກກ່າວຫາວ່າ ນຳ​ໃຊ້​ເອກ​ກະ​ສານ​ທີ່​ບໍ່​ຖືກ​ຕ້ອງໃນການ​ຍື່ນ​ຄຳຮ້ອງ.

ພວກເຈົ້າໜ້າທີ່ກ່າວວ່າ ແມ່ຍິງທັງສອງຄົນໄດ້ຮັບສາລະພາບໃນການ​ຂຽນຂໍ້ມູນ ​ທີ່ຜິດພາດໃສ່ໃນບັດ ບັນທຶກການສັກຢາຂອງລັດນິວຢອກ.

ຫ້ອງການທະນາຍຄວາມເຂດເມືອງຊັຟຟອກ (Suffolk) ໄດ້ກ່າວວ່າ ພວກແມ່ ຍິງທັງ​ສອງໄດ້ຂາຍບັດສັກຢາປອມ 220 ໂດລາ ສຳລັບຜູ້ໃຫຍ່ ແລະ 85 ໂດ ລາສຳລັບເດັກນ້ອຍ.

ພວກເຈົ້າໜ້າທີ່ກ່າວວ່າ ເງິນສົດປະມານ 900,000 ໂດລາ ໄດ້ຖືກຍຶດຈາກ ເຮືອນຂອງນາງເດີວູໂອໂນ.

ໃນ​ອີກ​ດ້ານ​ນຶ່ງ ນາຍົກລັດຖະມົນຕີຂອງນິວຊີແລນ ທ່ານນາງຈາຊິນດາ ອາຣເດີນ ກຳລັງກັກຕົນເອງໄປ​ຈົນ​ຮອດວັນອັງຄານ ຫຼັງຈາກການ​ມີ​ຄວາມເປັນໄປໄດ້ທີ່​ທ່ານ​ນາງອາດຕິດໂຄວິດ ​ໃນ​ລະ​ຫວ່າງ​ຖ້ຽວບິນ ໄປຫາເມືອງອອກແລນ (Auckland) ອີງ​ຕາມ​ຄຳ​ເວົ້າ​ຂອງພວກເຈົ້າໜ້າທີ່ ທີ່ກ່າວໃນວັນເສົາຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG