ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີອີກ 2 ຄົນ ເຂົ້າຮ່ວມ ປະຊຸມ ທີ່ຕຶກ Trump Tower


ທ່ານດໍໂນລ ທຣຳ ຈູເນຍ ໄປເຖິງຕຶກ Trump Tower ທີ່ນະຄອນນິວຢອກ. (18 ມັງກອນ 2017)
ທ່ານດໍໂນລ ທຣຳ ຈູເນຍ ໄປເຖິງຕຶກ Trump Tower ທີ່ນະຄອນນິວຢອກ. (18 ມັງກອນ 2017)

ມີ​ລາຍ​ງານ​ວ່າ ມີ​ອີກ​ຄົນ​ນຶ່ງ​ໄດ້​ເຂົ້າຮ່ວມ​ໃນ​ການ​ປະຊຸມ​ທີ່​ຕຶກ Trump Tower ຊຶ່ງ​ມີ
​ຂຶ້ນ​ໃນ​ເດືອນ​ມິຖຸນາ ​ປີ 2016​ ລະຫວ່າງ​ຄະນະ​ໂຄສະນາ​ຫາ​ສຽງ ​ຂອງ​ປະທານາທິບໍ
ດີ​ດໍ​ໂນ​ລ ທຣຳ ​ແລະ​ທະນາຍຄວາມຣັດ​ເຊຍໃນ​ຂະນະ​ທີ່​ມີການ​ໂອ້​ລົມກັນ​ກ່ຽວ​ກັບ​ວ່າ
ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ ຈະ​ຮ່ວມ​ມື​ຫຼືບໍ່ກັບການ​ດຳ​ເນີນ​ຄວາມ​ພະຍາ
ຍາມ​ຂອງຣັດ​ເຊຍທີ່​ຈະ​ໃຊ້​ອິດ​ທິພົນ ຊັກ​ຈູງ​ການ​ເລືອກຕັ້ງປະທານາທິບໍດີ​ສະຫະລັດ
​ໃນ​ປີ​ກາຍ​ນີ້.

ຄົນ​ອາ​ເມຣິກັນເຊື້ອສາຍຣັດ​ເຊຍ 2 ຄົນຄືທ້າວ Anatoly Samochornov ​ແລະ​ທ້າວ
Rinat Akhmetshin ​ໄດ້​ຖືກ​ລະບຸ​ໂຕ​ໂດຍ​ອົງການ​ຂ່າວ​ ໃນ​ວັນ​ສຸກວານ​ນີ້ວ່າ ​ໄດ້​ຕິດ
ຕາມ​ທະນາຍຄວາມຣັດ​ເຊຍ ນາງ Natalia Veselnitskaya ​ໄປ​ຮ່ວມ​ການປະຊຸມທີ່
​ທ່ານ ດໍ​ໂນ​ລ ທຣຳ ຈູ​ເນຍ ຕົ້ນຕໍ​ແລ້ວ​ ກ່າວ​ວ່າ ມີການ​ໂອ້​ລົມ​ກັນແຕ່​ພຽງ​ການ​ຮັບ​ເອົາ​ເດັກນ້ອຍຣັດ​ເຊຍ​ມາ​ເປັນ​ລູກບຸນ​ທຳ​ເທົ່າ​ນັ້ນ.

​ໃນ​ອາທິດ​ນີ້ ທ່ານ​ທຣຳ ຈູ​ເນຍ ​ໄດ້​ເປີດ​ເຜີຍ​ວ່າ ທ່ານ​ໄດ້​ເຂົ້າຮ່ວມ​ປະຊຸມ ຍ້ອນມີ​ການ​
ໃຫ້​ຄຳ​ໝັ້ນສັນຍາ​ວ່າ ທ່ານ​ຈະ​ໄດ້​ຮັບ​ຂໍ້​ມູນ ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄູ່​ແຂ່ງ​ຂອງ​
ທ່ານ​ທຣຳ ນັ້ນກໍ​ຄື​ທ່ານ​ນາງ Hillary Clinton.

ທ້າວ Rinat Akhmetshin ກ່າວ​ຕໍ່​ໜັງສືພິມ ວໍ​ຊິງ​ຕັນ​ໂພດ​ທ໌ ​ໃນ​ວັນ​ສຸກ​ວານ​ນີ້ວ່າ
ລາວ​ໄດ້​ເຂົ້າຮ່ວມ​ປະຊຸມຫຼັງຈາກ​ທີ່​ອົງການ​ຂ່າວ​ອື່ນໆ​ລາຍ​ງານ​ກ່ຽວ​ກັບ​ການມີໜ້າ
​ຂອງ​ລາວ. ​ໂທລະພາບ MSNBC ລາຍ​ງານ​ໃນຕອນ​ແລງ​ວັນ​ສຸກ ວານ​ນີ້ວ່າ​ ທ້າວ Samochornov ຊຶ່ງ​ເປັນ​ນາຍ​ພາສາ ກໍ​ໄດ້​ເຂົ້າຮ່ວມ​ ໃນ​ການ​ປະຊຸມ ດັ່ງກ່າວ​ນີ້.
​ເປັນ​ທີ່​ເຊື່ອ​ກັນ​ວ່າ ຜູ້ກ່ຽວ​ໄດ້​ເຮັດ​ວຽກ ​ໃນ​ຖານະ​ຜູ້​ຈັດການ​ ກ່ຽວ​ກັບ​ໂຄງການ​ນຶ່ງ
​ຂອງ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ.

ທັງ​ທ້າວ Akhmetshin ​ແລະທ້າວ Samochornov ຕ່າງ​ກໍ​ມີ​ຊື່ຢູ່​ໃນ​ໜັງສື​ສະ​ແດງ
​ຄວາມ​ບໍ່ພໍ​ໃຈຂອງຄະນະ​ກຳມະການ​ຍຸຕິ​ທຳສະພາ​ສູງສະຫະລັດທີ່​ໄດ້​ກວດກາ​ເບິ່ງ​
ຄຳຖາມ​ຕ່າງໆ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ທີ່​ອາດ​ມີ​ການ​ສົມຮູ້​ຮ່ວມ​ຄິດ ລະຫວ່າງ​ລັດ
ຖະບານຣັດ​ເຊຍ ​ແລະ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ.

ທ້າວ Akhmetshin ທີ່​ໄດ້​ຮັບ​ສັນຊາດ​ຂອງ​ສະຫະລັດ​ໃນ​ປີ 2009 ​ແລະ​ຍັງ​ຮັກສາ
​ສັນຊາດຣັດ​ເຊຍ​ໄວ້​ຢູ່​ນັ້ນ ​ໄດ້​ວິ່ງເຕັ້ນຕໍ່ຕ້ານ​ການ​ລົງ​ໂທດ​ຂອງ​ສະຫະລັດ​ທີ່​ມີຕໍ່ຣັດ​
ເຊຍ ຍ້ອນ​ການລະ​ເມີດ​ສິດທິ​ມະນຸດ ຊຶ່ງ​ໄດ້ກາຍ​ເປັນ​ກົດໝາຍ​ຂອງ​ສະຫະລັດທີ່​ຮູ້​
ກັນ​ໃນ​ຊື່​ກົດໝາຍ Magnitsky.

ທ້າວ Akhmetshin ກ່າວ​ຕໍ່​ໜັງສືພິມ ວໍ​ຊິງ​ຕັນ​ໂພດ​ທ໌ວ່າ ການ​ໄປ​ຮ່ວມ​ປະຊຸມຂອງ​
ລາວ ​ແມ່ນ​ການ​ຕັດສິນ​ໃຈ ​ໃນ​ນາທີ​ສຸດ​ທ້າຍ. ລາວ​ເວົ້າວ່າ ລາວ​ໄດ້​ໄປ​ກິນ​ເຂົ້າທ່ຽງ
​ກັບ​ນາງ Veselnitskaya ພຽງ​ບໍ່​ເທົ່າ​ໃດ​ຮ່ອມຫ່າງ​ໄປຈາກ​ຕຶກ Trump Tower ​ຢູ່
ທາງ​ທິດ​ເໜືອ ​ເວລາ​ນາງ Veselnitskaya ​ໄດ້​ເຊື້ອ​ເຊີນ​ລາວ​ຢ່າງກະທັນຫັນ​ໃຫ້​ໄປ
​ຮ່ວມ​ປະຊຸມ​ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG