ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວອາເມຣິກັນອີກ 2 ຄົນ ທີ່ໄປເຂົ້າກຸ່ມ IS ຖືກກ່າວຫາວ່າ ໃຫ້ການສະໜັບສະໜຸນທາງດ້ານວັດຖຸ ແກ່ກຸ່ມກໍ່ການຮ້າຍ


ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອັຟການິສຖານຄົນນຶ່ງຕູ້ມຜືນທຸງຊາດຂອງກຸ່ມລັດອິສລາມພາຍຫລັງໄດ້ໂຈມຕີຢູ່ໃນເມືອງ Jalalabad, ທາງທິດຕາເວັນອອກຂອງນະຄອນຫວງກາບູລຂອງອັຟການິສຖານ, ວັນທີ 3 ສິງຫາ, 2020.
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອັຟການິສຖານຄົນນຶ່ງຕູ້ມຜືນທຸງຊາດຂອງກຸ່ມລັດອິສລາມພາຍຫລັງໄດ້ໂຈມຕີຢູ່ໃນເມືອງ Jalalabad, ທາງທິດຕາເວັນອອກຂອງນະຄອນຫວງກາບູລຂອງອັຟການິສຖານ, ວັນທີ 3 ສິງຫາ, 2020.

ສອງພໍ່ລູກຊາວອາເມຣິກັນ - ເຊິ່ງເປັນສ່ວນນຶ່ງຂອງຄອບຄົວ ທີ່ມີເຈັດຄົນ-ທີ່ອອກຈາກເຮືອນຂອງພວກເຂົາເຈົ້າໄປເຂົ້າຮ່ວມກຸ່ມລັດອິສລາມໃນຊີເຣຍນັ້ນໄດ້ກັບມາຢູ່ດິນແດນສະຫະລັດ, ຖືກກ່າວຫາວ່າ ສະໜັບສະໜູນກຸ່ມກໍ່ການຮ້າຍ.

ທ້າວ ເອມຣານ ອາລີ (Emraan Ali), ອາຍຸ 53 ປີ, ແລະລູກຊາຍຂອງລາວ, ທ້າວ ຈີຮາດ (Jihad) ອາຍຸ 19 ປີ, ໄດ້ໄປປາກົດຕົວ ຢູ່ສານລັດຖະບານກາງໃນລັດຟລໍຣິດາ ໃນວັນອັງຄານທີ່ຜ່ານມາ, ໃນຂໍ້ຫາລະເມີດການສະໜັບສະໜູນດ້ານວັດຖຸ.

ອີງຕາມເອກະສານຂອງສານແລ້ວ, ທັງສອງຄົນໄດ້ຍອມຈຳນົນຕໍ່ກອງກຳລັງປະ ຊາທິປະໄຕຊີເຣຍ (SDF) ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ ຢູ່ໃກ້ກັບເມືອງ ແບັກຮູສ (Baghuz) ຂອງຊີເຣຍໃນເດືອນມີນາ 2019 ໃນຂະນະທີ່ທີ່ໝັ້ນແຫ່ງສຸດທ້າຍຂອງກຸ່ມກໍ່ການຮ້າຍໄດ້ພັງທະລາຍລົງ.

ລູກຊາຍນ້ອຍອີກຄົນນຶ່ງທີ່ມີຊື່ວ່າ ໄອ ເອັມ ເອ (I.M.A.) ແມ່ນຢູ່ກັບພວກເຂົາ ເຈົ້າໃນເວລານັ້ນ, ແຕ່ເຈົ້າໜ້າທີ່ສະຫະລັດ ຍັງບໍ່ໄດ້ໃຫ້ຄຳເຫັນກ່ຽວກັບບ່ອນທີ່ ລາວ ຫລືສະມາຊິກຄອບຄົວອື່ນໆ ຢູ່, ລວມທັງເອື້ອຍຂອງລາວທີ່ແຕ່ງງານກັບນັກລົບ IS ຊາວອັງກິດ ແລະມີລູກກັບຊາຍຄົນນັ້ນ ໃນຕອນທີ່ນາງມີອາຍຸພຽງແຕ່ 15 ປີເທົ່ານັ້ນ.

ສໍານວນຟ້ອງຮ້ອງກ່ຽວກັບຄະດີອາຍາທີ່ຍື່ນຕໍ່ສານກ່າວວ່າ ທ້າວ ເອມຣານ Emraan ແລະທ້າວຈີຮາດ ອາລີ (Jihad Ali) ໄດ້ເລີ່ມເວົ້າດ້ວຍຄວາມສະໝັກໃຈ ກັບນັກສືບຂອງອົງການສັນຕິບານກາງ ຫລື FBI ໃນເດືອນສິງຫາ 2019, ເປັນເວລາຫຼາຍເດືອນຫຼັງຈາກໄດ້ຍອມຈຳນົນແລ້ວ.

ທ້າວອາລີ (Ali) ທີ່ເປັນພໍ່, ເຊິ່ງເປັນພົນລະເມືອງຂອງປະເທດຕຣີນີແດັດ ແລະໂຕບາໂກ (Trinidad ແລະ Tobago), ໄດ້ບອກພວກນັກສືບວ່າ ລາວມີຄວາມສົນໃຈທີ່ຈະເດີນທາງໄປປະເທດຊີເຣຍໃນທ້າຍປີ 2014, ຫຼັງຈາກເອື້ອຍຂອງພັນລະຍາຂອງລາວໄດ້ສົ່ງຮູບພາບ ແລະວີດີໂອຂອງຄອບຄົວມາສະແດງໃຫ້ເຫັນວ່າຊີວິດຢູ່ໃນເຂດທີ່ປະກາດຕົນເອງ ປັນປະເທດຂອງກຸ່ມລັດອິສລາມ ຫລື IS ນັ້ນ ແມ່ນດີຫລາຍ.

ທ້າວ ອາລີ (Ali) ກ່າວວ່າ ລາວໄດ້ຕັດສິນໃຈຂັ້ນສຸດທ້າຍທີ່ຈະໄປທີ່ນັ້ນໃນເດືອນມີນາ 2015, ໂດຍໄດ້ເອົາເມຍຂອງລາວ, ນາງ ຊູເລມາ (Sulaimah), ລູກຊາຍຂອງລາວ, ທ້າວ ຈີຮາດ, ເຊິ່ງມີອາຍຸພຽງແຕ່ 14 ປີ ໃນເວລານັ້ນ, ແລະລູກຄົນອື່ນອີກ 5 ຄົນໄປນໍາ.

ທ້າວ ຈີຮາດ ອາລີ (Jihad Ali), ພົນລະເມືອງສະຫະລັດທີ່ເກີດໃນນະຄອນ ນິວຢອກ, ໄດ້ບອກພວກນັກສືບວ່າຄອບຄົວຂອງລາວອອກຈາກເຮືອນຂອງພວກເຂົາເຈົ້າຢູ່ໃນຕຣີນີແດັດ (Trinidad), ແລ້ວເດີນທາງໄປປະເທດບຣາຊີລ (Brazil) ແລະຫຼັງຈາກນັ້ນກໍໄປເທີກີ (Turkey), ກ່ອນທີ່ຈະລັກລອບເຂົ້າໄປໃນຊີເຣຍເອົາເອງ.

ລາວຍັງກ່າວອີກວ່າ ລາວລັ່ງເລໃຈທີ່ຈະເຂົ້າຮ່ວມການຝຶກອົບຮົມທະຫານຂອງກຸ່ມ IS ພາຍຫຼັງທີ່ຄອບຄົວຂອງລາວໄປຮອດຊີເຣຍ ເພາະວ່າລາວບໍ່ຢາກພັດພາກຈາກຄອບຄົວຂອງລາວ, ແຕ່ລາວກໍໄດ້ພັນລະນາເຖິງບາງສ່ວນຂອງການຝຶກອົບຮົມ ທີ່ກ່ຽວຂ້ອງກັບການໃຊ້ປືນກົນ, ປືນຍິງລູກລະເບີດໃສ່ຈະຫລວດ. ແລະການເຮັດສົງຄາມ ໃນຕົວເມືອງວ່າ "ຄັກຫລາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG