ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດຂຸດຄົ້ນແຮ່ທາດ ໃນລາວ ຈະຜະລິດ ແຮ່ທອງແດງ ໃຫ້ໄດ້ 150 ພັນໂຕນ ໃນປີໜ້າ


ໂຮງງານຜະລິດທອງແດງເຊໂປນ
ໂຮງງານຜະລິດທອງແດງເຊໂປນ

ບໍລິສັດ​​ຂຸດ​ຄົ້ນ​ແຮ່​ທາດ ຢູ່​ເຊ​​ໂປ​ນ ​ແລະ​ຢູ່​ພູ​ເບ້ຍ ມີແຜນຈະ​ເພີ່ມ​ການ​ຜະລິດ​ ແຮ່​ທອງ​ແດງ​ເພື່ອ​ສົ່ງ​ອອກ​​ ໃຫ້​ໄດ້​​​ເຖິງ 150,000 ໂຕນ​ໃນ​ປີ 2013.

ບໍລິສັດ​ຜູ້​ລົງທຶນ​ໃນ​ການ​ຂຸດ​ຄົ້ນ​ແຮ່​ທາດ ຢູ່​ເຊໂປ​ນ ​ແລະ​ຢູ່​ພູ​
ເບ້ຍ ມີແຜນທີ່ຈະ​ເພີ່ມ​ການ​ຜະລິດ​ ແຮ່​ທອງ​ແດງ​ເພື່ອ​ສົ່ງ​ອອກ
​ໄປ ຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 150,000 ໂຕນ​ໃນ​ປີ 2013.

ບໍລິສັດ Lane Xang Minerals ຈໍາກັດ ລາຍ​ງາຍ​ວ່າ ການ​
ຜະລິດ​ແຮ່​ທອງ​ແດງ ຢູ່​ທີ່ເໝືອງ​ແຮ່​ເຊ​ໂປ​ນ​ໃນ​ເຂດ​ເມືອງ​ວີລະ
​ບຸລີ ​ແຂວງ​ສະ​ຫວັນນະ​ເຂດ ຈະ​ເພີ່ມ​ຂຶ້ນ ຈາກ 78,000 ​ໂຕນ
ໃນ​ປີ 2012 ນີ້ ​ເປັນ 80,000 ​ໂຕນ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​
ລົງທຶນ​ເພື່ອ​ປະສິດທິພາບ​ ໃນ​ການ​ຜະລິດ​ແຮ່​ທອງ​ແດງ​ໃຫ້​ສູງ​ຂຶ້ນ
​ແລະ​ເພື່ອ​ເປັນ​ການ​ຮັບ​ຕ້ອນການ​ລົງທຶນ​ຂອງ​ບໍລິສັດ​ຄົບຮອບ 10
ປີ​ໃນ​ປີ 2013 ອີກດ້ວຍ

​ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ການ​ຜະລິດ​ແຮ່​ຄໍາ​ນັ້ນ ກັບ​ຕ້ອງ​ຫລຸດ
​ປະລິມານ​ລົງ​ຢ່າງ​ຕໍ່ເນື່ອງ ​ແລະ​ຄາດ​ວ່າ​ຈະ​ຖືກ​ຂຸດ​ຄົ້ນ​ຈົນ​ໝົດ​ພາຍ​ໃນ​ປີ 2013 ໝາຍ​ຄວາມ​ວ່າ​ຖ້າ​ຫາກ​ພາຍ​ໃນ​ປີ 2013 ຍັງ​ບໍ່​ມີ​ການ​ສໍາຫຼວດພົບ​ແຮ່​ຄໍາ​ແຫຼ່ງ​ໃໝ່​ນັ້ນ ກໍ​ຈະ​ເຮັດ​ໃຫ້​ເໝືອງແຮ່​ເຊ​ໂປ​ນຍັງເຫຼືອ​ພຽງ​ການ​ຜະລິດ​ແຮ່​ທອງ​ແດງ​ເທົ່ານັ້ນ ນັບ​ຈາກ​ປີ 2014 ​ເປັນ​ຕົ້ນ​ໄປ ສ່ວນ​ແຮ່​ຄໍາ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເວລາ​ນີ້ກໍ​ຄາດ​ວ່າ​ມີ​ປະລິມານ 65,000 ອອນຊ໌ ​ໃນ​ປີ 2012 ນີ້ ​ແລະ​ກໍ​ຈະ​ລົດ​ລົງ​ເຫຼືອ​ພຽງ​ແຕ່​ບໍ່​ເກີນ 60,000 ອອນຊ໌​ ​ເທົ່າ​ນັ້ນ​ໃນ​ປີ 2013 ດັ່ງກ່າວ.
ລົດຂົນສົ່ງແຮ່ທາດຢູ່ບໍລິສັດບໍ່ແຮ່ເຊໂປນ
ລົດຂົນສົ່ງແຮ່ທາດຢູ່ບໍລິສັດບໍ່ແຮ່ເຊໂປນ


ທາງ​ດ້ານ ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​
ແຜນການ​ ​ແລະ​ການ ລົງທຶນ​ກໍ​ຍອມຮັບ​ວ່າການ​ປະຕິບັດ​ຈັດ
​ຕັ້ງ​ແຜນການ​ພັດທະນາ​ດ້ານ​ເສດຖະກິດ​ປະ​ຈໍາປີ 2011-
2012 ທີ່​ຈະ​ສິ້ນ​ສຸດ​ແຜນການ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້ ຈະ​
ບໍ່​ສາມາດ​ບັນລຸ​ຕາມເປົ້າໝາຍ​ທີ່​ວ່າງ​ໄວ້ ​ໂດຍ​ມີ​ສາ​ເຫດ​ທີ່
ສໍາຄັນ​ປະການ​ນຶ່ງ ມາ​ຈາກ ການ​ຂຸດ​ຄົ້ນ​ແຮ່​ທາດ​ບໍ່​ສາມາດ
​ປະຕິບັດ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້ ດັ່ງ​ທີ່​ທ່ານ ສົມ​ດີ ​ໄດ້
​ໃຫ້ການ​ຊີ້​ແຈງ​ວ່າ:

“ຂະ​ແໜງ​ອຸດສາຫະກໍາ​ເພີ່ມ​ຂຶ້ນປະມານ 13.5%. ຍອດ​ຜະລິດ​ຕະພັນ​ຂອງ​ຂະແໜງ​ອຸດສາຫະກໍາ​ ຄາດ​ວ່າ​ຈະ​ບໍ່​ສາມາດ​ປະຕິບັດ​ໄດ້​ຕາມ​ຄາດໝາຍ​ຂອງ​ແຜການ​ທີ່​
ວາງ​ໄວ້ ຍ້ອນ​ວ່າການ​ຜະລິດ​ບາງ​ແຮ່​ທາດ​ຈະ​ບໍ່​ໄດ້​ຕາມ​ແຜນ​ເປັນ​ຕົ້ນ​ທອງ​ແດງ ຫິນ​ກາວ ​ແຮ່​ກົ່ວ ຖ່ານ​ຫິນ​ອັລຕຣາ​ໄຊ້ຕ໌.”


​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າການ​ຜະລິດ​ແຮ່​ທອງ​ແດງ​ເພື່ອ​ສົ່ງ ອອກ​ໄປ​ຕ່າງປະ​ເທດ​ໃນ​ປີ 2013 ຈະ​ເພີ່ມ​ຂຶ້ນຈາກ​ປີ 2012 ຢ່າງ​ແນ່ນອນ ​ໂດຍ​ນອກຈາກ​ຈະ​ເປັນ​ແຮ່​ທອງ​ແດງ​ທີ່​ຜະລິດ​ຈາກ​ເໝືອງ​ແຮ່​ເຊ​ໂປ​ນ​ໃນ​ປະລິມານ 80,000 ​ໂຕນ​ດັ່ງກ່າວ​ແລ້ວ ກໍ​ຍັງ​ຈະ​ເປັນ​ຜົນ​ຜະລິດ​ແຮ່​ທອງ​ແດງ​ຈາກ​ເໝືອ​ງ​ແຮ່​ຢູ່​ພູ​ເບ້ຍ ພູ​ຄໍາ ຂອງ​ກຸ່ມ​ບໍລິສັດ Pan Australia ​ໃນ​ປະລິມານ​ບໍ່​ໜ້ອຍ​ກວ່າ 70,000 ​ໂຕນ​ອີກ​ດ້ວຍ ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ຜົນ​ຜະລິດ​ແຮ່​ທອງ​ແດງ​ເພື່ອ​ສົ່ງ​ອອກ​ໄປ ຕ່າງປະ​ເທດ​ລວມກັນ​ບໍ່​ໜ້ອຍ​ກວ່າ 150,000 ​ໂຕນ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ກຸ່ມ​ບໍລິສັດ Pan Australia ​ໄດ້​ມີ​ການ​ລົງທຶນ​ຂຸດ​ຄົ້ນ​ບໍ່​ແຮ່​ເພີ່ມ​ຂຶ້ນ​ອີກ​ແຫ່ງ​ນຶ່ງ​ຢູ່​ທີ່​ບ້ານ​ຫ້ວຍ​ຊາຍ​ໃນ​ແຂວງ​ວຽງ​ຈັນ ​ແລະ​ກໍ​ໄດ້ເລີ່​ມການ​ຜະລິດ​ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ກໍ​ຍັງເຮັດ​ໃຫ້​ກຸ່ມ​ບໍລິສັດ Pan Australia ​ເຊື່ອ​ວ່າ​ຈະ​ສາມາດ​ຜະລິດ​ແຮ່​ເງິນ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃນ​ປະລິມານ 100,000 ອອນຊ໌ ​ແລະ 700,000 ​ແສນ​ອອນຊ໌ຕາມ​ລໍາດັບໃນ​ປີ 2013 ອີກ​ດ້ວຍ.
ສະຖານທີ່ຂຸດຄົ້ນບໍ່ແຮ່ພູເບ້ຍ
ສະຖານທີ່ຂຸດຄົ້ນບໍ່ແຮ່ພູເບ້ຍ


ທາງ​ດ້ານ​ບໍລິ​ສັດ Lane Xang Minerals ກໍ​ລາຍ​ງານ​ວ່າ ​ໃນ
​ປີ 2011 ທີ​ຜ່ານ​ມາ​ສາມາດ​ຂຸດ​ຄົ້ນ​ແຮ່​ຄໍາ​ໄດ້​ໃນ​ປະລິມານ​ລວມ
74,484 ອອນຊ໌ ​ແລະ​ຂຸດ​ຄົ້ນ​ແຮ່ ທອງ​ແດງ​ໄດ້ 78,859 ​ໂຕນ
ຊຶ່ງ​ເພີ່ມ​ຂຶ້ນຈາກ​ປີ 2010 ຄິດ​ເປັນ​ສັດສ່ວນ​ເຖິງ 23% ​ແລະ​ກໍ​
ເຮັດ​ໃຫ້​ບໍລິສັດ​ເຊື່ອ​ໝັ້ນ​ວ່າ​ໃນ​ປີ 2012 ນີ້ ຈະ​ສາມາດ​ຜະລິດ​ແຮ່
ທອງ​ແດງໄດ້​ໃນ​ປະລິມານລະຫວ່າງ 78,000 ​ໂຕນ ​ເຖິງ 80,000 ​ໂຕນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ບັນຫາ​ທີ່​ອົງການ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ​ລະດັບສາກົນ​ ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ​ທີ່​ສຸດ​ຕໍ່​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ລາວ​ໃນ​ທຸກ​ມື້​ນີ້ ກໍ​ຄື ບັນຫາ​ຜົນ​ກະ ທົບ​ຕໍ່​ສະພາບ​ແວດ​ລ້ວມທໍາ​ມະ​ຊາດ​ ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວອີກ​ດ້ວຍ.
XS
SM
MD
LG