ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາຍສອງຄົນ ຖືກຕັດສິນ ຈຳຄຸກ ໃນນໍເວ ຖານເຂົ້າຮ່ວມ ກຸ່ມລັດອິສລາມ


ລົດເຈົ້າໜ້າທີ່ຕຳຫຼວດ ຂອງນໍເວ ຈອດຢູ້ດ້ານໜ້າຟາມ Anders Behring Breivik ບ່ອນທີ່ຜູ້ຕ້ອງສົງໄສ ໂຈມຕີກໍ່ການຮ້າຍ ດ້ວຍມີດ ທີ່ໄດ້ສັງຫານ 76 ຄົນ ໃນນະຄອນຫຼວງ ອອສໂລ ຂອງນໍເວ ແລະ ຢູ່ທີ່ເກາະ Utoya ໃນເມືອງ Asta ທາງພາກກາງຂອງນໍເວ, ວັນທີ 28 ກໍລະກົດ 2011.
ລົດເຈົ້າໜ້າທີ່ຕຳຫຼວດ ຂອງນໍເວ ຈອດຢູ້ດ້ານໜ້າຟາມ Anders Behring Breivik ບ່ອນທີ່ຜູ້ຕ້ອງສົງໄສ ໂຈມຕີກໍ່ການຮ້າຍ ດ້ວຍມີດ ທີ່ໄດ້ສັງຫານ 76 ຄົນ ໃນນະຄອນຫຼວງ ອອສໂລ ຂອງນໍເວ ແລະ ຢູ່ທີ່ເກາະ Utoya ໃນເມືອງ Asta ທາງພາກກາງຂອງນໍເວ, ວັນທີ 28 ກໍລະກົດ 2011.

ນໍເວ ໄດ້ຄຸມຂັງ ຊາຍສອງຄົນ ຖານເຂົ້າຮ່ວມກຸ່ມລັດອິສລາມ ໃນເດືອນສິງຫາ ປີ 2014 ບໍ່ດົນຫຼັງຈາກທີ່ ກຸ່ມດັ່ງກ່າວໄດ້ປະກາດ ອານາຈັກອິສລາມ ຢູ່ໃນ ອີຣັກ ແລະ ຊີເຣຍ.

ສານ ນະຄອນຫຼວງ ອອສໂລ ໃນວັນພຸດວານນີ້ ໄດ້ຕັດສິນລົງໂທດ ທ້າວ Hasan Ahmed ອາຍຸ 46 ປີ ຊາວປາກິສຖານໂດຍພື້ນຖານ ສັນຊາດນໍເວ ໃຫ້ຈຳຄຸກ 6 ປີ ແລະ ທ້າວ Adam Idrisovich Magomadov ອາຍຸ 23 ປີ ຊາວຣັດເຊຍ ຈາກເຂດ Chechen ໂດຍພື້ນຖານ ໃຫ້ຈຳຄຸກ 7 ປີເຄິ່ງ ຕາມການຟ້ອງຮ້ອງໂດຍໄອຍະການສານ.

ສານດັ່ງກ່າວ ເວົ້າວ່າ ພວກເຂົາເຈົາມີ “ແຜນການອັນຈະແຈ້ງ ແລະ ຕັ້ງໃຈ ທີ່ຈະປະ ກອບສ່ວນ ໃນກິດຈະກຳ ການກໍ່ການຮ້າຍຕ່າງໆ ຂອງກຸ່ມລັດອິສລາມ.”

ທ້າວ Magomadov ໄດ້ຖືກລົງໂທດໜັກກວ່າ ຍ້ອນວ່າ ລາວໄດ້ຢູ່ໃນຊີເຣຍ ດົນກວ່າ ແລະ ໄດ້ມີການຕິດຕໍ່ກັບກຸ່ມລັດອິສລາມເປັນປະຈຳ ຫຼັງຈາກທີ່ລາວໄດ້ກັບຄືນມານໍເວ.

ຊາຍທັງສອງ ໄດ້ຖືກຕັດສິນວ່າມີຄວາມຜິດ ໃນຖານເປັນສະມາຊິກຂອງກຸ່ມລັດອິສລາມ ແລະ “ຖານສົມຮູ້ຮ່ວມຄິດກໍ່ການຮ້າຍ.” ພວກເຂົາ ໄດ້ເດີນທາງໄປຊີເຣຍພ້ອມກັນ ແລະ ໄດ້ເຂົ້າຮ່ວມໃນໂຄງການຝຶກແອບຂອງກຸ່ມລັດອິສລາມ ໄດ້ປະຕິຍານຄວາມຈົງຮັກພັກດີ ຕໍ່ກຸ່ມກໍ່ການຮ້າຍ ແລະ ໄດ້ຖືອາວຸດຕ່າງໆ ໃນນາມຂອງກຸ່ມນັ້ນ ດັ່ງທີ່ສານໄດ້ກ່າວ ຢູ່ໃນ ສຳເນົາຂອງຕົນ. ທັງສອງ ໄດ້ວາງແຜນ ວ່າຈະກັບຄືນໄປຊີເຣຍ.

ທ້າວ Ahmed ແລະ ທ້າວ Magomadov ໄດ້ຖືກຈັບກຸມ ເມື່ອປີກາຍນີ້ ຢູ່ໃນນະຄອນ ຫຼວງອອສໂລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG