ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍິງສາວລາວສອງຄົນ ທີ່ພາຜູ້ຊາຍໄທທ່ຽວໃນລາວ ແລະຕໍາຫລວດ ຖືກຕັດສິນ ຈໍາຄຸກຖານເປັນຕົ້ນເຫດ ກໍ່ໃຫ້ເກີດການລະບາດຂອງພະຍາດຮ້າຍແຮງ ຢູ່ໃນລາວ 


ໂຮງໝໍມິດຕະພາຍ ໃນນະຄອນຫຼວງງຈັນ
ໂຮງໝໍມິດຕະພາຍ ໃນນະຄອນຫຼວງງຈັນ

ຍິງສາວລາວສອງຄົນທີ່ພາຄົນໄທທ່ຽວໃນເມືອງສະຫວັນນະເຂດແລະ ນະຄອນຫລວງ
ວຽງຈັນ ກ່ອນຈະເກີດການລະບາດຮອບໃໝ່ທີ່ຮ້າຍແຮງ ຈົນມາ ຮອດປັດຈຸບັນນີ້ ພ້ອມ
ກັບຕໍາຫລວດຄົນນຶ່ງແລະຜູ້ກ່ຽວຂ້ອງອີກ 3 ຄົນ ຖືກຕັດ ສິນຈໍາຄຸກ ແຕ່ 1 ປີ 6 ເດືອນ
ເຖິງ 5 ປີ ກັບ 1 ເດືອນກວ່າ ໂດຍທີ່ນາງພາວະດີ ວິພາກອນ ທີ່ລັກລອບເຂົ້າລາວກັບ
ຜູ້ຊາຍໄທສອງຄົນນັ້ນຖືກຈໍາຄຸກ ແລະປັບໄໝຫລາຍກວ່າໝູ່, ສ່ວນອະດີດຮ້ອຍເອກພູ
ໃສ ສີສະຫວັນ ຢູ່ແຂວງສະຫວັນນະເຂດ ແລະນາງມອນມີນາ ສຸດທິດານັ້ນໄດ້ຮັບໂທດ
ເທົ່າກັນ ກໍຄືຖານເບົາລົງມາ. ຜົນການຕັດສິນທີ່ລົງໂທດທີ່ວ່ານີ້ ເຮັດໃຫ້ຫລາຍຄົນຄິດ
ວ່າ ຍັງບໍ່ເປັນທໍາ ເພາະເຂົາເຈົ້າເຫັນວ່າຜູ້ເປັນຕໍາຫລວດ ຊຶ່ງເປັນທີ່ຈະແຈ້ງແລ້ວວ່າຜູ້
ກ່ຽວໄດ້ຮູ້ເຫັນເປັນໃຈ ກັບພວກກະທໍາຜິດນັ້ນ ຄວນຈະຖືກໂທດ ໜັກກວ່ານັ້ນ.
ກິ່ງສະຫວັນ ມີລາຍລະອຽດ ກ່ຽວກັບເລື້ອງນີ້ຈາກນັກຂ່າວຂອງເຮົາມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:03:24 0:00
ລິງໂດຍກົງ

ຫລາຍໆທ່ານຍັງຄົງຈໍາໄດ້ດີເນາະກ່ຽວກັບເຫດການກ່ອນຈະມີການລະບາດຢ່າງໜັກ
ເປັນປະຫວັດການ ຂອງພະຍາດໂຄວິດ-19 ໃນລາວ ຊຶ່ງສືບຕໍ່ມາຮອດທຸກ ມື້ນີ້. ໃນນັ້ນ
ກໍມີສາວລາວສອງຄົນ ທີ່ພາຜູ້ຊາຍໄທສອງຄົນໄປທ່ຽວໃນເມືອງສະ ຫວັນນະເຂດ ແລະ
ນະຄອນຫລວງວຽງຈັນນັບແຕ່ວັນທີ 7-15 ເມສາ. ຍິງສາວ ຜູ້ທີນຶ່ງແລະເປັນຜູ້ທີ່ສັງຄົມ
ຮູ້ກັນດີ ໃນນາມກໍລະນີ 59 ກໍຄືນາງມອນມີນາ ສຸດທິດາ ຫລືຕີນ່າ ຢູ່ນະຄອນຫລວງ
ວຽງຈັນ ແລະຜູ້ທີສອງ ກໍຄືນາງພາວະດີ ວິ- ພາກອນ ຫລືຕຸກຕິກ ທີ່ນາງມອນມະນີ
ບອກວ່າ ເປັນເອື້ອຍຮັກຂອງນາງທີ່ໄດ້ ພາຜູ້ຊາຍໄທ ຂ້າມຊາຍແດນເຂົ້າລາວ ຢ່າງຜິດ
ກົດໝາຍ ໃນແຂວງສະຫວັນ ນະເຂດໂດຍມີ ອະດີດຮ້ອຍເອກພູໃສ ສີສະຫວັນ, ຊຶ່ງ
ຕອນນັ້ນ ເປັນຕໍາຫຼວດສື່ສານປະຈໍາແຂວງສະຫວັນນະເຂດ ໄດ້ຮູ້ເຫັນເປັນໃຈນໍາ.

ໃນວັນທີ 15 ກໍລະກົດຜ່ານມາ ຄະນະສານອາຍາຢູ່ສານປະຊາຊົນຂັ້ນຕົ້ນຂອງ ນະ
ຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດພວກກ່ຽວ ພ້ອມດ້ວຍຜູ້ກ່ຽວຂ້ອງອີກ 3 ຄົນ ຊຶ່ງ
ເປັນຜູ້ໃຫ້ພາຫະນະຮັບສົ່ງພວກກ່ຽວຢູ່ແຂວງສະຫວັນນະເຂດ ແລະ ຂ້າມຊາຍແດນ
ໃນນະຄອນຫລວງວຽງຈັນນໍາ ໃນຂໍ້ຫາເອົາຄົນອອກ ຫລື ເຂົ້າ ປະເທດແບບຜິດກົດ
ໝາຍ, ເປັນສາເຫດໃຫ້ເກີດການແຜ່ເຊື້ອພະຍາດຢ່າງຮ້າຍ ແຮງ ແລະການປິດບັງ
ການກະທໍາຜິດ, ອີງຕາມໂທລະພາບຂອງກະຊວງປ້ອງ ກັນຄວາມສະຫງົບຂອງລາວ.
ຜົນຂອງການຕັດສິນກໍຄື: ນາງພາວະດີ ວິພາ-ກອນ, ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່
ບ້ານຫລັກ 2 ເມືອງສາລະວັນ, ແຂວງ ສາລະວັນ ທີ່ເປັນຜູ້ຂ້າມແມ່ນໍ້າຂອງເຂົ້າມາ
ລາວ ກັບຜູ້ຊາຍໄທ 2 ຄົນ ຊຶ່ງນຶ່ງ ໃນນັ້ນນາງບອກວ່ າເປັນຄົນຮັກຂອງນາງນັ້ນໄດ້
ຖືກໃສ່ໂທດໜັກກວ່າໝູ່ຍ້ອນ ຖືກພົບວ່າ ກະທໍາຜິດຄົບຕາມຂໍ້ຫາທັງ 3 ຂໍ້ທີ່ກ່າວມາ
ຂ້າງເທິງນັ້ນ. ຜູ້ກ່ຽວຖືກ ຕັດສິນຈໍາຄຸກ 5 ປີ 1 ເດືອນ ກັບ 15 ວັນ ແລະ ເສຍຄ່າປັບ
ໃໝ 52 ລ້ານ 5 ແສນກີບ ກໍຄືປະມານ 5,000 ໂດລາ.

ຜູ້ລອງລົງມາໄດ້ແກ່ນາງມອນມີນາ ສຸດທິດາ, ອາຍຸ 22 ປີ, ອາຊີບນັກສຶກສາ, ຢູ່ບ້ານ
ໂພນສະຫວ່າງ, ເມືອງຈັນ ທະບູລີ, ນະຄອນຫລວງວຽງຈັນທີ່ຖືກຕັດສິນວ່າກະທໍາຜິດ
ກົດໝາຍອາຍາໃນ ຂໍ້ຫາແຜ່ເຊື້ອພະຍາດອັນຮ້າຍແຮງແລະການປິດບັງການກະທໍາ
ຜິດ ຊຶ່ງຜູ້ກ່ຽວ ຖືຕັດສິນຈໍາຄຸກເປັນເວລາ 3 ປີ 7 ເດືອນກັບ 15 ວັນພ້ອມກັບເສຍເງິນ
ຄ່າ ປັບໃໝ 27 ລ້ານ 5 ແສນກີບ ແລະ ທ້າວ ພູໃສ ສີສະຫວັນ ອະດີດ ຮ້ອຍເອກຕໍາ
ຫລວດ ກໍຖືກຕັດສິນໃສ່ໂທດ ໃນຖານດຽວກັນ ກັບນາງມອນມະນີ. ນອກຈາກນັ້ນ ກໍ
ມີອີກ 3 ຄົນ ຄື 2 ຄົນ ຢູ່ແຂວງສະຫວັນນະເຂດ ແລະ 1 ຄົນຢູ່ເມືອງປາກງື່ມ, ນະ
ຄອນຫວງວຽງຈັນ ທີ່ໄດ້ໃຫ້ການບໍລິການຂົນສົ່ງ ແກ່ ນາງພາວະດີ ແລະຜູ້ຊາຍໄທ
ສອງຄົນ ໃນເວລາຂ້າມນໍ້າຂອງມາ ໃນວັນທີ 7 ເມສາແລະຂ້າມນໍ້າຂອງໄປໄທໃນວັນ
ທີ 15 ເມສານັ້ນ ໄດ້ຮັບໂທດຜູ້ລະປີ 1 ກັບ 6 ເດືອນ ຫລື 7 ເດືອນ ແລະປັບໃໝ 25
ລ້ານກີບ ຊຶ່ງເປັນໂທດ ສະ ຖານເບົາກວ່າ. ສ່ວນຮ້ອຍໂທສອນອາໄລ ໂພທິລາດ,
ຕໍາຫລວດປະຈໍາເມືອງສອງຄອນ, ແຂວງສະຫວັນນະເຂດທີ່ສື່ມວນຊົນເຄີຍມີລາຍ
ງານວ່າໄດ້ມີສ່ວນ ພົວພັນກັບເຫດການນີ້ ແມ່ນບໍ່ໄດ້ຖືກເອີ່ຍເຖິງແຕ່ຢ່າງໃດ.

ຕໍ່ຜົນການຕັດສິນດັ່ງກ່າວ ຄົນລາວສ່ວນໃຫຍ່ເຫັນວ່າ ເປັນການເໝາະສົມແລ້ວ ຍົກ
ເວັ້ນກໍລະນີການລົງໂທດຕໍ່ຕໍາຫຼວດທີ່ໄດ້ຮັບໂທດເທົ່າກັນກັບນາງມອນມະນີ ຫລື
ຕີນ່ານັ້ນ ເພາະມັນຍັງບໍ່ເປັນທີ່ຈະແຈ້ງຕໍ່ປວງຊົນວ່ານາງໄດ້ຮູ້ຂໍ້ມູນກ່ຽວກັບ ການ
ກະທໍາຜິດຂອງຜູ້ຊາຍໄທສອງຄົນ ແລະເອື້ອຍຮັກຂອງນາງ ກໍຄືນາງພາວະດີ ໃນ
ການລັກລອບຂ້າມຊາຍແດນ ແລະມີເຊື້ອພະຍາດໂຄວິດ ນັ້ນຫລືບໍ່ ຈຶ່ງຈະຖືກຂໍ້ຫາ
ວ່າຜູ້ກ່ຽວປິດບັງການກະທໍາຜິດທີ່ເປັນເຫດໃຫ້ເກີດການລະບາດ ຢ່າງໜັກ ຂອງ
ພະຍາດຕາມມາໃນພາຍຫລັງນັ້ນ ແທ້ຫລືບໍ່ ດັ່ງການອະທິ ບາຍຂອງແຮງງານ
ລາວຜູ້ນຶ່ງ ທີ່ຍັງເຮັດວຽກຢູ່ໄທວ່າ:

“ແນ່ນອນແລ້ວເຂົາພາກັນມາແລ້ວເຂົາຕ້ອງໄດ້ເງິນ ເຂົາຮັບຈ້າງພາຂ້າມແມ່ນບໍ່?
ກະເລີຍເບົາລົງ ແຕ່ເພິ່ນນັ້ນ (ນາງພາວະດີ) ຄືເພິ່ນລັບມາເຕັມໆ, ເອີຕີນ່າ ໜີ້
ຈະໂດນຕົງທີ່ພາທ່ຽວທົວ ແມ່ນບໍ່? ຂອງພວກນີ້ ກະບໍ່ແນ່ໃຈວ່າ ເຮົາອາດຈະບໍ່ໄດ້
ຂໍ້ມູນທີ່ແທ້ຈິງ, ຕາມຄວາມຄິດເຮົາ ເປັນແນວນັ້ນ.”

ສ່ວນກໍລະນີຂອງທ້າວພູໃສທີ່ເປັນຮ້ອຍເອກຕໍາຫລວດ ແຮງງານລາວຜູ້ນີ້ ບອກ
ວ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ຜູ້ກ່ຽວໄດ້ຮູ້ເຫັນເປັນໃຈນໍາ ນາງພາວະດີ ແລະຜູ້
ຊາຍໄທສອງຄົນໃນເວລາທີ່ເຂົາເຈົ້າຂ້າມນໍ້າຂອງມານັ້ນສະນັ້ນ ການທີ່ໄດ້ຮັບ
ໂທດໜັກອັນດັບຮອງລົງມາເທົ່າກັນກັບນາງມອນມະນີນັ້ນ ເຫັນວ່າບໍ່ເໝາະສົມ
ເລີຍ. ຜູ້ກ່ຽວເວົ້າວ່າ ເນື່ອງຈາກທ້າວພູໃສໄດ້ຮູ້ເຫັນການກະທໍາຜິດ ຂອງພວກ
ກ່ຽວ 3 ຄົນມາແຕ່ຕົ້ນແລ້ວຍັງປ່ອຍໃຫ້ເຂົາເຈົ້າເຂົ້າມາລາວກໍສາມາດຖືໄດ້ວ່າ
ຜູ້ກ່ຽວສົມຮູ້ຮ່ວມຄິດ ແລະປົກປິດການກະທໍາຜິດ ແລ້ວສົມຄວນຖືກຕັດສິນລົງ
ໂທດໃນຖານເປັນຕົ້ນເຫດ ຂອງເຫດການທັງ ໝົດທີ່ພາໃຫ້ເກີດການລະບາດ
ຂອງພະຍາດຢ່າງຮ້າຍແຮງໃນຄັ້ງນີ້ ເທົ່າກັບນາງພາວະດີ.

ເຊັ່ນດຽວກັນແຮງງານລາວທີ່ເຮັດວຽກຢູ່ປະເທດໄທອີກຜູ້ນຶ່ງກໍຄິດວ່າຜູ້ທີ່ເປັນ
ຕໍາຫລວດທີ່ໄດ້ຮູ້ເຫັນການກະທໍາຜິດດັ່ງກ່າວຄວນໄດ້ຖືກລົງໂທດໜັກກວ່າໝູ່
ຫລື ຢ່າງໜ້ອຍກໍເທົ່າໆກັນ ກັບນາງພາວະດີ ແຕ່ເນື່ອງຈາກວ່າ ການຕັດສິນຄັ້ງນີ້
ບໍ່ ໄດ້ເວົ້າເຖິງກ່ຽວກັບວ່າ ຜູ້ກ່ຽວຈະຖືກລົງວິໄນຕາມກົດລະບຽບຂອງຕໍາຫລວດ
ຄື ແນວໃດນັ້ນ ກໍຍັງບໍ່ທັນເປັນທີ່ຈະແຈ້ງວ່າ ການຕັດສິນລົງໂທດຕໍ່ທ້າວພູໃສນັ້ນ
ມັນສົມເຫດສົມຜົນຫລືບໍ່ ດັ່ງຜູ້ກ່ຽວໃຫ້ຄໍາເຫັນວ່າ:

“ເຂົາອາດຊິແຍກເປັນສອງກໍລະນີ ຕໍາຫລວດຄືທີ່ຮູ້ ນອກຈາກເຂົາໄປແຍກເປັນ
ສອງກໍລະນີ ຂອງວິໄນຕໍາຫລວດ ເຂົາໄປວ່າອີກ ອັນມັນເປັນຂໍ້ຫາວ່າຮັບຈ້າງພາ
ເຂົ້າເມືອງ ໃນຂໍ້ນັ້ນແມ່ນບໍ່? ຄົນທີ່ໂດນໜັກກວ່າໝູ່ອັ ນນັ້ນຄືຜູ້ນໍາເຂົ້າເຕັມ 100
ເປີເຊັນ”.

ພ້ອມກັນນັ້ນ ກໍມີບາງຄົນຄິດວ່າ ການລົງໂທດແກ່ຜູ້ອື່ນນັ້ນເໝາະສົມໝົດ ນອກ
ຈາກທ້າວພູໃສ ທີ່ເປັນຕໍາຫລວດ. ເນື່ອງຈາກວ່າຜູ້ກ່ຽວໄດ້ຮູ້ເຫັນການກະທໍາຜິດ
ຂອງນາງພາວະດີ ແລະຜູ້ຊາຍ 2 ຄົນນັ້ນ ຄວນຈະໄດ້ຮັບໂທດໜັກອັນດັບສອງ
ແລະຫລາຍກວ່ານາງມອນມະນີຫລືຕີນ່າ ດັ່ງປະຊາຊົນຜູ້ນຶ່ງໃນແຂວງສາລະວັນ
ໃຫ້ຄໍາເຫັນວ່າ:

“ເພາະນາງນັ້ນເປັນຄົນພົວພັນກ່ອນ, ເລີ້ມຕົ້ນວ່າຊັ້ນສາ, ເປັນຜູ້ທີນຶ່ງ. ທີສອງ ທີ
ສາມມາກະຊິເບົາບາງລົງມາ, ສ່ວນຕໍາຫລວດກະຊິຫລາຍກວ່ານາງຕີນ່າໜິ ນາງ
ຕີນ່າເປັນຜູ້ທີສາມ ກະເປັນຄົນສຸດທ້າຍ”

ສະຫລຸບແລ້ວ ຄົນລາວສ່ວນໃຫຍ່ ເຫັນວ່າ ການຕັດສິນລົງໂທດຕໍ່ຜູ້ທີ່ທາງການ
ລາວພົບເຫັນວ່າ ກະທໍາຜິດ ຖານເປັນຕົ້ນເຫດ ໃນການກໍ່ໃຫ້ເກີດການລະບາດ
ຢ່າງວ່ອງໄວ ແລະຮ້າຍແຮງ ນັບແຕ່ກາງເດືອນເມສາຜ່ານມາຈົນຮອດທຸກວັນນີ້
ແມ່ນເໝາະສົມ ຍົກເວັ້ນການລົງໂທດຕໍ່ອະດີດຮ້ອຍເອກຕໍາຫລວດພູໃສໃນຖານ
ທີ່ຜູ້ກ່ຽວເປັນຜູ້ທໍາອິດທີ່ຮູ້ເຫັນເຫດການກະທໍາຜິດໃນເລື້ອງນີ້ສົມຄວນຈະຖືກລົງ
ໂທດໜັກກວ່ານີ້ ແລະຢ່າງໜ້ອຍກໍຄວນຈະໜັກກວ່ານາງມອນມະນີ ຫລືຕີນ່າ ທີ່
ເປັນຜູ້ໄດ້ພົບກັບພວກກະທໍາຜິດ ຕາມທີຫລັງນັ້ນ.

XS
SM
MD
LG