ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 2 ຄົນເສຍຊີວິດ ແລະຫລາຍກວ່າ 10 ຄົນ ຕິດໂຄວິດ-19 ໃນປະຊາຄົມລາວ ເມືອງ ເດ ມອຍນ໌, ລັດໄອໂອວາ


ນາງທອງຫລໍ່ ໄຊສີນວນ (ທາງໜ້າ) ແມ່ນນຶ່ງໃນຜູ້ປ່ວຍຄົນລາວ ຫລາຍກວ່າ 10 ຄົນ ທີ່ຫາກໍ່ຫາຍດີຈາກການຕິດພະຍາດໂຄວິດ-19 ໃນເມືອງ ເດ ມອຍນ໌, ລັດໄອໂອວາ
ນາງທອງຫລໍ່ ໄຊສີນວນ (ທາງໜ້າ) ແມ່ນນຶ່ງໃນຜູ້ປ່ວຍຄົນລາວ ຫລາຍກວ່າ 10 ຄົນ ທີ່ຫາກໍ່ຫາຍດີຈາກການຕິດພະຍາດໂຄວິດ-19 ໃນເມືອງ ເດ ມອຍນ໌, ລັດໄອໂອວາ

ໂດຍທີ່ມີຄົນຕິດເຊື້ອລວມທັງໝົດຫລາຍກວ່າ 6 ລ້ານ 1 ແສນຄົນ ແລະເສຍຊີວິດ ໄປແລ້ວຫລາຍກວ່າ 185,000 ຄົນ ສະຫະລັດ ຍັງສືບຕໍ່ເປັນປະເທດ ນໍາໜ້າໝູ່ໃນໂລກ ໃນເລື້ອງກໍລະນີຄົນຕິດເຊື້ອ ແລະເສຍຊີວິດຍ້ອນພະຍາດ ໂຄວິດ-19. ຂະນະທີ່ຢູ່ໃນພາກຕ່າງໆ ຂອງປະເທດ ອັດຕາເພີ້ມຂຶ້ນ ຂອງຈໍານວນ ຄົນຕິດເຊື້ອລາຍໃໝ່ ແລະເສຍຊີວິດເລີ້ມຊ້າລົງແດ່ແລ້ວ ແຕ່ວ່າ ຢູ່ໃນບັນດາ ລັດເຂດຕາເວັນ ຕົກ ຕອນກາງຂອງປະເທດ ເຊັ່ນລັດໄອໂອວາ ຜັດກໍາລັງມີການເພີ້ມ ແຮງຂຶ້ນນັບມື້ ດັ່ງການໃຫ້ສໍາພາດຂອງທ່ານນາງ ເພັນສີ, ນັກທຸລະກິດຍິງ ທີ່ຂາຍປະກັນໄພ ບອກວ່າ ປັດຈຸບັນນີ້ຢູ່ໃນລັດດັ່ງກ່າວມີກໍລະນີຄົນຕິດພະຍາດເພີ້ມຂຶ້ນມື້ລະປະມານ 800 ຫາ 900 ຄົນ ຊຶ່ງຫລາຍເປັນພິເສດ ແບບບໍ່ເຄີຍມີມາກ່ອນ.

ນັກທຸລະກິດຍິງທ່ານນີ້ ຮູ້ຈັກຜູ້ຄົນຢູ່ໃນປະຊາຄົມລາວ ບອກວ່າ ຄົນເຊື້ອສາຍລາວທີ່ອາໄສຢູ່ໃນເມືອງເດ ມອຍນ໌, ລັດໂອໂອວາ ກໍບໍ່ສາມາດ ຫລີກລ້ຽງການ ເປັນພະຍາດນີ້ໄດ້ເຊັ່ນກັນ ຊຶ່ງທ່ານນາງເລົ່າສະພາບ ການເຈັບເປັນ ແລະເສຍ ຊີວິດຂອງຄົນລາວໃນໄລຍະເດືອນກວ່າມານີ້ ສູ່ຟັງວ່າ:

ສ່ວນໃຫຍ່ຄົນລາວຢູ່ໃນເມືອງແລະລັດດັ່ງກ່າວ ແມ່ນເຮັດວຽກຢູ່ໃນໂຮງງານຄົວໄກ່ ແລະປາດຊີ້ນ ຫລືບໍ່ກໍຢູ່ບ່ອນຫລິ້ນກາຊີໂນ ແລະໃນນັ້ນແມ່ນມີຄົນຕິດພະຍາດດັ່ງກ່າວຫລາຍ ແຕ່ສ່ວນຫລາຍຄົນກໍບໍ່ໄດ້ບອກໃຫ້ຄົນອື່ນຮູ້ຈັກ ນອກຈາກຄົນໃນຄອບຄົວ ແລະຄົນຮູ້ຈັກຮັກແພງກັນ ຍ້ອນກົດລະບຽບ ຂອງໂຮງການ ແລະໂຮງງານຕ່າງໆ ແລະຜູ້ທີ່ເຄີຍປົວດີແລ້ວ ກໍກັບຄືນມາເປັນອີກ ດັ່ງການບອກເລົ່າ ຂອງທ່ານນາງເພັນສີເລົ່າສູ່ຟັງວ່າ:

ເນື່ອງຈາກມີກໍລະນີຄົນຕິດພະຍາດນີ້ເພີ້ມຂຶ້ນຫລາຍເຊັ່ນນັ້ນ ນັບແຕ່ ວັນຈັນ ອາທິດແລ້ວນີ້ມາ ທາງເຈົ້າເມືອງເດມອຍກໍໄດ້ອອກລະບຽບ ໃຫ້ຄົນໃສ່ໜ້າກາກ ປິດປາກໝົດທຸກຄົນ ໃນເວລາອອກເຮືອນໄປເພື່ອ ເຂົ້າຮ້ານຄ້າ, ຫ້ອງການ ແລະ ຕຶກອາຄານຕ່າງໆ ທີ່ໃຊ້ສໍາລັບສ່ວນລວມ, ອີງຕາມ ທ່ານນາງເພັນສີ.

XS
SM
MD
LG