ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນເສຍຊີວິດ ແລະຢ່າງໜ້ອຍ 10 ຄົນເປັນໂຄວິດ-19 ໃນປະຊາຄົມລາວ ຢູ່ເມືອງຝອດ ສະມິດ, ລັດອາແຄນຊໍ


ທ. ມະຫາບົວໃສ ແກ້ວບຸນຫອມ, ປະທານວັດລາວສັນຕິທໍາໃນທີ່ເມືອງຝອດ ສະມິດ, ລັດອາແຄນຊໍ ທີ່ມີຄົນເສຍຊີວິດ ແລະປ່ວຍຍ້ອນຳພະຍາດໂຄວິດ-19 ໃນປະຊາຄົມລາວ ຢູ່ເມືອງດັ່ງກ່າວ ໃນໄລຍະ 2 ເດືອນມານີ້
ທ. ມະຫາບົວໃສ ແກ້ວບຸນຫອມ, ປະທານວັດລາວສັນຕິທໍາໃນທີ່ເມືອງຝອດ ສະມິດ, ລັດອາແຄນຊໍ ທີ່ມີຄົນເສຍຊີວິດ ແລະປ່ວຍຍ້ອນຳພະຍາດໂຄວິດ-19 ໃນປະຊາຄົມລາວ ຢູ່ເມືອງດັ່ງກ່າວ ໃນໄລຍະ 2 ເດືອນມານີ້

ມີສອງ ຄົນເສຍຊີວິດ ໃນຂະນະທີ່ຢ່າງໜ້ອຍ 10 ຄົນຕິດພະຍາດໂຄວິດ-19 ໃນປະຊາຄົມລາວຢູ່ເຂດເມືອງຝອດ ສະມິດ (Fot Smith), ລັດອາແຄນຊໍ, ທາງພາກໃຕ້ຂອງສະຫະລັດໃນໄລຍະສອງເດືອນຜ່ານມານີ້, ອີງຕາມມະຫາບົວໃສ ແກ້ວບຸນຫອມ, ປະທານວັດລາວສັນຕິທໍາໃນເມືອງດັ່ງກ່າວ. ລັດອາ ແຄນຊໍ ເປັນລັດທີ່ມີຊື່ສຽງດ້ານອຸດສາຫະກໍາປຸງແຕ່ງຊີ້ນ ແລະໃນເມືອງ ຝອດ ສະມິດ ມີຄົນລາວອາໄສຢູ່ປະມານ 10 ພັນຄົນ ຊຶ່ງປະມານ 80 ເປີເຊັນຂອງ ຄົນໃນປະຊາຄົມ ລາວຢູ່ໃນເມືອງນີ້ ແມ່ນເຮັດການໃນໂຮງງານປະເພດນີ້. ສະນັ້ນ ທ່ານມະຫາບົວໃສ ໃຫ້ຂໍ້ສັງເກດວ່າ ສາເຫດທີ່ພາໃຫ້ເປັນພະຍາດນີ້ ແມ່ນ ຍ້ອນການໄປເຮັດວຽກ ຢູ່ໃນໂຮງງານປຸງແຕ່ງຊີ້ນຕ່າງໆ ເຊັ່ນຊີ້ນໝູ, ຊີ້ນໄກ່ ລວມທັງໄກ່ງວງ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ເມື່ອເວົ້າເຖິງຜູ້ເສຍຊີວິດສອງຄົນນັ້ນ ແມ່ນຜູ້ຍິງອາຍຸແກ່ຊຶ່ງຜູ້ນຶ່ງມີອາຍຸ 50 ກວ່າ ປີ ແລະອີກຜູ້ນຶ່ງກໍແມ່ນ 67 ປີ ຊຶ່ງພວກກ່ຽວ ເປັນພະຍາດປະມານ 1 ອາທິດ ເທົ່ານັ້ນ ກໍເສຍຊີວິດໄປແລ້ວ. ທັງນີ້ ກໍຍ້ອນມີສອງເຫດຜົນ, ອີງຕາມການສັນ ນິດຖານ ຂອງທ່ານມະຫາບົວໃສ. ອັນທີນຶ່ງກໍແມ່ນເຈັບເປັນແລ້ວ ກໍໄປຫາໂຮງໝໍ ແຕ່ມັນເຕັມ. ເມື່ອກໍລະນີຍັງບໍ່ທັນຮ້າຍແຮງຫລາຍທາງໂຮງໝໍບອກ ໃຫ້ປິ່ນປົວ ແລະກັກຕົວ ຢູ່ເຮືອນເວັ້ນເສຍແຕ່ມີອາການໜັກຂຶ້ນ. ສາເຫດທີສອງກໍຄື ເມື່ອ ອາການໜັກຂຶ້ນ ກໍບໍ່ໄປໂຮງໝໍ ຈົນກວ່າວ່າມັນເຖິງຂັ້ນຮ້າຍແຮງທີ່ສຸດ ຈຶ່ງໄປ ແລ້ວ ທ່ານໝໍກໍບໍ່ສາມາດຊ່ວຍຊີວິດໄວໄດ້. ດັ່ງທີ່ທ່ານເລົ່າສູ່ຟັງວ່າ:

ສ່ວນ ຜູ້ທີ່ເປັນພະຍາດນີ້ ແລ້ວເອົາໃຈໃສ່ປິ່ນປົວ, ກິນຢາ ແລະກັກກັນຕົນເອງ ຢູ່ເຮືອນ ນັ້ນ ກໍແມ່ນເລີ້ມຫາຍພະຍາດໄປຫລາຍຄົນແລ້ວ ແລະພວກເຂົາເຈົ້າ ກໍໄດ້ເລີ້ມໄປເຮັດລ້າເຮັດການຕາມປົກກະຕິແລ້ວ ໃນໄລຍະສອງອາທິດມານີ້.

ລັດອາແຄນຊໍ ເປັນລັດນຶ່ງ ທີ່ມີກໍລະນີຄົນເປັນພະຍາດນີ້ ເພີ້ມຫລາຍຂຶ້ນນັບມື້ ຕັ້ງແຕ່ເດືອນມີນາເປັນຕົ້ນມາ. ອີງຕາມໜັງສືພິມນິວຢອກໄທມສ໌ (New Yok Times) ສະບັບ ອອກວັນທີ 10 ສິງຫາ ວານນີ້, ມີຜູ້ປ່ວຍເປັນພະຍາດນີ້ພຽງ ແຕ່ 158 ຄົນໃນວັນທີ 12 ມິຖຸນາ ແຕ່ມາຮອດວັນ ຈັນວານນີ້ ແມ່ນມີເຖິງ 49,380 ກວ່າ ຄົນແລ້ວ ຊຶ່ງເພີ້ມຂຶ້ນ 572 ຄົນເມື່ອທຽບໃສ່ວັນອາທິດຜ່ານມາ ແລະກໍມີ ຫລາຍກວ່າ 540 ຄົນແລ້ວທີ່ເສຍຊີວິດໄປ.

XS
SM
MD
LG