ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເມືອງອາເມຣິກັນ ເຊື້ອສາຍລາວ ສອງທ່ານ ໃຊ້ສິດອອກສຽງ ເລືອກເອົາປະທານາທິບໍດີ ສະຫະລັດ


ພົນລະເມືອງຊາວອາເມຣິກັນ ພາກັນອອກໄປໃຊ້ສິດເລືອກຕັ້ງ ໃນວັນທີ 3 ພະຈິກ 2020 ເພື່ອເລືອກເອົາປະທານາທິບໍດີ ສະຫະລັດ ຄົນທີ 46.
ພົນລະເມືອງຊາວອາເມຣິກັນ ພາກັນອອກໄປໃຊ້ສິດເລືອກຕັ້ງ ໃນວັນທີ 3 ພະຈິກ 2020 ເພື່ອເລືອກເອົາປະທານາທິບໍດີ ສະຫະລັດ ຄົນທີ 46.

ໃນຂະນະທີ່ຊາວອາເມຣິກັນ ຫຼາຍຮ້ອຍລ້ານຄົນ ໄດ້ພາກັນອອກໄປປ່ອນບັດເລືອກເອົາປະທານາທິບໍດີ ຮອງປະທານາທິບໍດີ ສະມາຊິກສະພາຕ່ຳແລະສະພາສູງ ພ້ອມດ້ວຍຫຼາຍໆຕຳແໜ່ງຕ່າງໆໃນທົ່ວປະເທດ ບໍ່ວ່າຈະດ້ວຍຕົນເອງ ແລະດ້ວຍການສົ່ງບັດເລືອກຕັ້ງຜ່ານທາງໄປສະນີ້ແລ້ວນັ້ນ ແຕ່ວັນເລືອກຕັ້ງ ວັນທີ 3 ພະຈິກມື້ນີ້ ເປັນວັນເລືອກຕັ້ງແຫ່ງຊາດ ທີ່ປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ປ່ອນບັດເທື່ອ ມີໂອກາດຄັ້ງສຸດທ້າຍ ທີ່ຈະປ່ອນບັດເລືອກຕັ້ງຂອງຕົນ ບັນດາຜູ້ສະໝັກທັງຫຼາຍ ກໍໄດ້ຂຸ້ນຂ້ຽວໂຄສະນາຫາສຽງຈົນເຖິງວັນສຸດທ້າຍ.

ທ່ານເມດ ລັດຕະ ພົນລະເມືອງແກຣນ ແພຣີ ລັດເທັກຊັສ ເປັນຄົນນຶ່ງທີ່ໄດ້ໃຊ້ສິດອອກສຽງ ປະກອບສ່ວນໃນຂະບວນການປະຊາທິປະໄຕຂອງສະຫະລັດ ຊຶ່ງທ່ານກ່າວຕໍ່ວີໂອເອລາວ ກ່ຽວກັບການປ່ອນບັດເລືອກເອົາທ່ານດໍໂນລ ທຣຳ ວ່າ:

ສ່ວນທ່ານວິນຍາ ສີສະໝຸດ ພົນລະເມືອງເຂດອ່າວແຊນແຟຣນຊິສໂກ ເປັນຄົນນຶ່ງ ທີ່ໄດ້ຕິດຕາມເລື້ອງການເມືອງຢ່າງໃກ້ຊິດ ແລະໄດ້ປະຕິບັດໜ້າທີ່ ທີ່ສຳຄັນຂອງພົນລະເມືອງມາຕະຫຼອດ ແລະໃນຄັ້ງນີ້ ທ່ານກ່າວວ່າ:

ບໍ່ວ່າ ທ່ານຈະຢູ່ພັກຝ່າຍໃດກໍຕາມ ສິດທິໃນການປ່ອນບັດເລືອກຕັ້ງ ເປັນພື້ນຖານທີ່ສຳຄັນຂອງລະບອບປະຊາທິປະໄຕ ແລະໜ້າທີ່ຂອງພົນລະເມືອງທຸກຄົນທີ່ສາມາດປະກອບສ່ວນ ເພື່ອເລືອກເອົາປະທານາທິບໍດີ ຜູ້ທີ່ທ່ານຕ້ອງການເພື່ອນຳພາປະເທດ.

XS
SM
MD
LG