ເກົາຫລີໃຕ້ແລະເກົາຫລີເໜືອ ໄດ້ຕົກລົງກັນໃນເລື່ອງວັນເວ
ລາແລະສະຖານທີ່ໃນການເຈລະຈາ ກ່ຽວກັບສອງໂຄງການ
ການຄ້າຮ່ວມກັນທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ.
ກະຊວງທ້ອນໂຮມຊາດເກົາຫລີໃຕ້ກ່າວວ່າ ພຽງຢາງຕົກລົງໃນ
ວັນເສົາ ມື້ນີ້ ທີ່ຈະພົບປະໃນວັນອາທິດມື້ອື່ນ ທີ່ບ້ານສະຫງົບ
ເສິກຊາຍແດນ Panmunjom ຢູ່ໃນເຂດປອດທະຫານ ທີ່ມີ
ການຍາມຮັກສາການຢ່າງໜາແໜ້ນ ທີ່ແບ່ງຊາຍແດນຂອງ
ສອງປະເທດທີ່ເປັນຄູ່ປໍລະປັກອອກຈາກກັນນັ້ນ.
ພຽງຢາງໄດ້ສະເໜີ ແບບທີ່ບໍ່ຄາດຝັນໃນວັນພະຫັດທີ່ຜ່ານມາ
ເພື່ອເປີດການເຈລະຈາກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະເປີດເຂດອຸດສາຫະກໍາ
ຮ່ວມ Kaesong ຄືນໃໝ່ຊຶ່ງຕັ້ງຢູ່ເໜືອຊາຍແດນຂອງປະເທດທັງສອງຂຶ້ນໄປໜ້ອຍນຶ່ງ
ທີ່ໄດ້ຖືກປິດລົງໃນເດືອນເມສາ ຜ່ານມາ ທ່າມກາງຄວາມຄັ່ງຕືງທີ່ເພີ້ມທະວີຂື້ນ.
ນອກນັ້ນ ພຽງຢາງຍັງໄດ້ສະເໜີໃຫ້ມີການສົນທະນາກັນ ກ່ຽວກັບ ການນໍາທ່ຽວຂ້າມຊາຍ
ແດນ ໄປຍັງບ່ອນຕາກອາກາດທີ່ພູ Kumgang ຂອງເກົາຫຼີເໜືອ.
ເກົາຫລີໃຕ້ໄດ້ຢຸດການໄປພັກຜ່ອນຢູ່ທີ່ນັ້ນຫລັງຈາກ ທະຫານເກົາຫຼີເໜືອຍິງນັກທ່ອງທ່ຽວ
ເກົາຫຼີໃຕ້ຄົນນຶ່ງຕາຍໃນປີ 2008.
ເກົາຫຼີໃຕ້ໄດ້ສະໜອງຕອບຕໍ່ການສະເໜີຂອງເກົາຫຼີເໜືອໂດຍຮຽກຮ້ອງ ໃຫ້ມີການເຈລະ
ຈາລະດັບລັດຖະມົນຕີຢູ່ທີ່ກຸງໂຊລແຕ່ເກົາຫລີເໜືອເວົ້າ ວ່າຍັງເປັນການໄວເກີນໄປແລະຂໍ
ຮ້ອງໃຫ້ເປີດການເຈລະຈາໃນລະດັບ ທີ່ຕໍ່າລົງມາ.
ການເຈລະຈາລະຫວ່າງສອງຝ່າຍ ຈະເປັນຂີດໝາຍການຕ່າວປີ້ນທີ່ສໍາ ຄັນໃນຄວາມເຄັ່ງ
ຕຶງຢູ່ໃນແຫລມເກົາຫລີ ທີ່ໄດ້ເພີ້ມຂຶ້ນສູ່ລະດັບສູງສຸດໃນຮອບຫລາຍໆທົດສະວັດ.