ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີ​ໃຕ້ ສະຫຼອງ​ຄົບ​ຮອບ​ນຶ່ງ​ປີ ກອງ​ປະ​ຊຸມ​ສຸດຍອດ ກັບ​ຜູ້​ນຳ ເກົາຫຼີ​ເໜືອ


ຜູ້​ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ​ ອຶນ, ຊ້າຍ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ-ອິນ. ທີ່​ບ້​ານ​ສະ​ຫງົບ​ເສິກ ປັນ​ມຸນ​ຈອມ, ເກົາຫຼີ​ໃຈ້. 27 ເມ​ສາ, 2018.
ຜູ້​ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ​ ອຶນ, ຊ້າຍ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ-ອິນ. ທີ່​ບ້​ານ​ສະ​ຫງົບ​ເສິກ ປັນ​ມຸນ​ຈອມ, ເກົາຫຼີ​ໃຈ້. 27 ເມ​ສາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ-ອິນ ໄດ້​ປະ​ຕິ​ຍານ​ວ່າ​ຈະ​ສືບ​ຕໍ່ໃຫ້​ການ​ຊ່ວຍ
ເຫຼືອຕໍ່ ເກົາຫຼີເໜືອ, ໂດຍເວົ້າວ່າເສັ້ນທາງໄປສູ່ສັນຕິພາບໃນແຫຼມ ເກົາຫຼີ ແມ່ນບໍ່ສາ
ມາດເອົາກັບຄືນມາໄດ້ເຖິງແມ່ນຈະມີອຸປະສັກຊົ່ວຄາວກໍ່ຕາມ.

ທ່ານ ມູນ ໄດ້​ກ່າວ​ວ່າ “ເສັ້ນ​ທາງ​ໃໝ່​ນີ, ແລະ ໃນ​ເມື່ອ​ພວກ​ເຮົາ​ທຸກ​ຄົນ​ຮັບ​ເອົາ​ມັນ​ນຳ​
ກັນ ບາງເທື່ອພວກເຮົາຕ້ອງຖ້າໃຫ້ຜູ້ທີ່ເຄື່ອນໄຫວຊ້າກວ່ານຳໃຫ້ທັນ. ຍ້ອນອຸປະສັກ
ຕ່າງໆ ບາງເທື່ອພວກເຮົາຕ້ອງໄດ້ລໍຖ້າໜ້ອຍນຶ່ງ ແລະ ຫາທາງອອກນຳກັນ.”

ຄຳ​ເຫັນ​ຂອງ​ທ່ານ ມູນ ໄດ້​ມີ​ຂຶ້ນ​ໃນ​ວັນ​ຄົບ​ຮອບ​ນຶ່ງ​ປີ ຂອງ​ການ​ພົບ​ປະ​ກັບ​ຜູ້​ນຳ​ເກົາຫຼີ
ເໜືອເປັນຄັ້ງທຳອິດຂອງທ່ານ.

ໃນ​ສັນ​ຍານ​ຂອງ​ສາຍ​ພົວ​ທີ່​ກຳ​ລັງ​ຊຸດ​ໂຊມ​ລົງ​ນັ້ນ, ເກົາຫຼີ​ເໜືອ ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​
ສະເຫຼີມສະຫຼອງ. ແຕ່ໃນທາງກົງກັນຂ້າມ, ລັດຖະບານ ພຽງຢາງ ໄດ້ລະນຶກເຖິງເຫດ
ການດັ່ງກ່າວດ້ວຍຖະແຫຼງການທີ່ມີຄຳເວົ້າຮຸນແຮງ ໃນອົງການຂ່າວສູນກາງ ເກົາຫຼີ
ເຊິ່ງໄດ້ກ່າວຫາ ສະຫະລັດ ສຳລັບການຖ່ວງເວລາຄວາມຈະເລີນກ້າວໜ້າລະຫວ່າງ
ເກົາຫຼີ.

ອົງ​ການ​ຂ່າວ KNCA ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ຄະ​ນະ​ກຳ​ມະ​ການ ເກົາຫຼີ​ເໜືອ ສຳ​ລັບ​ການ​
ລວມຕົວກັນໃໝ່ຢ່າງສັນຕິຂອງປະເທດດັ່ງກ່າວວ່າ “ສະຫະລັດ ແມ່ນກຳລັງໃຊ້ທຸກໆ
ຄວາມພະຍາຍາມ ແລະ ວິທີທີ່ເປັນໄປໄດ້ ເພື່ອບັງຄັບບັນຊາຊາຍພົວພັນລະຫວ່າ
ເກົາຫຼີເໜືອ ແລະ ໃຕ້ ຕໍ່ນະໂຍບາຍມາດຕະການລົງໂທດຂອງເຂົາເຈົ້າ ແລະ ກົດດັນ
ສປປ ເກົາຫຼີ, ໃນຂະນະທີ່ໄດ້ຊັກຊວນບັນດາເຈົ້າເຈົ້າໜ້າທີ່ ເກົາຫຼີໃຕ້ ຢ່າງເປີດເຜີຍ.”

ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ທ່ານ ມູນ ກັບ ທ່ານ ກິມ ໄດ້​ຊ່ວຍ​ກະ​ຕຸ້ນ​ສາຍ​
ພົວພັນທາງການທູດດົນນຶ່ງປີ ແລະ ການເຈລະຈາຕ່າງໆກັບ ສະຫະລັດ ກ່ຽວກັບ ອາ
ວຸດນິວເຄລຍ ຂອງ ເກົາຫຼີເໜືອ. ເຖິງແມ່ນວ່າ ການເຈລະຈານິວເລຍ ແລະ ໂຄງການ
ລະຫວ່າງ ເກົາຫຼີ ແມ່ນໄດ້ຢຸດລົງກໍຕາມ, ເກົາຫຼີໃຕ້ ກໍໄດ້ສືບຕໍ່ໄປໜ້າໃນວັນເສົາວານນີ້
ດ້ວຍການສະເຫຼີມສະຫຼອງຂີດໝາຍຄົບຮອບນຶ່ງປີຂອງເຫດການດັ່ງກ່າວ.

ບັນ​ດາ​ນັກ​ສິ​ລະ​ປະ​ຈາກ ເກົາຫຼີ​ໃຕ້, ຈີນ, ຍີ່​ປຸ່ນ ແລະ ສະ​ຫະ​ລັດ ໄດ້​ຮ່ວມ​ສະ​ແດງ​ໃນ
ງານດັ່ງກ່າວ, ທີ່ຖືກຈັດຂຶ້ນໃນເມືອງເຂດຊາຍແດນ ປັນມຸນຈອມ ໃນເຂດປອດທະຫານ,
ເຊິ່ງແມ່ນບ່ອນທີ່ໄດ້ຈັດການພົບປະລະຫວ່າງທ່ານ ມູນ ກັບ ທ່ານ ກິມ ເປັນຄັ້ງທຳອິດ.
ບັນດານັກສິລະປະ ໄດ້ສະແດງຢູ່ຫ້າສະຖານທີ່ແຍກຕ່າງຫາງ, ແຕ່ລະບ່ອນຈະລະນຶກ
ເຖິງແງ່ມຸມທີ່ແຕກຕ່າງກັນ ຂອງກອງປະຊຸມສຸດຍອດນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG