ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສອງເກົາຫຼີ ລະນຶກ​ເຖິງ ວັນຄົບຮອບ 61 ປີ ຂອງການ​​ເຊັນ ​ສັນຍາສະຫງົບ ​ເສິກ​ເກົາຫຼີ


ຜູ້ບັນຊາການ ກອງກຳລັງທະຫານປະສົມສະຫະລັດ-ເກົາຫຼີໃຕ້ ນາຍພົນທະຫານບົກສະຫະລັດ Curtis Scaparrotti (ກາງ) ເຂົ້າຮ່ວມພິທີລະນຶກເຖິງ ວັນຄົບຮອບ 61 ປີ ໃນການເຊັນສັນຍາ ສະຫງົບ​ເສິກ​ເກົາຫຼີ, ວັນທີ 27 ກໍລະກົດ 2014.
ຜູ້ບັນຊາການ ກອງກຳລັງທະຫານປະສົມສະຫະລັດ-ເກົາຫຼີໃຕ້ ນາຍພົນທະຫານບົກສະຫະລັດ Curtis Scaparrotti (ກາງ) ເຂົ້າຮ່ວມພິທີລະນຶກເຖິງ ວັນຄົບຮອບ 61 ປີ ໃນການເຊັນສັນຍາ ສະຫງົບ​ເສິກ​ເກົາຫຼີ, ວັນທີ 27 ກໍລະກົດ 2014.

ເກົາຫຼີ​ເໜືອ ​ແລະ ​ເກົາຫຼີ​ໃຕ້ ​ໄດ້​ລະນຶກ​ເຖິງ ວັນຄົບຮອບ 61 ປີ
ຂອງການເຊັນ ​ສັນຍາສະຫງົບ​ເສິກ​ເກົາຫຼີ ໃນວັນ​ອາທິດ​ມື້​ນີ້
ດ້ວຍ​ການ​ຢູ່​ໃນ​ຄວາມ​ສະຫງົບ ​ໃນ​ທັງ​ສອງ​ຟາ​ກ ຂອງ​ເຂດ
​ປອດ​ທະຫານ ທີ່ມີ​ການ​ຍາມ​ດ້ວຍ​ອາວຸດ​ສົງຄາມ​ຕ່າງໆຢ່າງ
​ໜາ​ແໜ້ນ ທີ່​ແບ່ງ​ແຍກ​ຄູ່​ປໍ​ລະ​ປັກ​ກັນ​ດັ່ງກ່າວ ມາ​ເ​ປັນ​ເວລາ
​ສອງ​ທົດ​ສະຫວັດ​ນັ້ນ.

ຢູ່​ໃນ​ເກົາຫຼີ​ເໜືອ ວັນ​ຄົບຮອບ​ດັ່ງກ່າວ ຊຶ່ງ​ເປັນ​ມື້ທີ່​ເອີ້ນ​ວ່າ
“​ໄຊຊະນະ ຂອງສົງຄາມ​ປົດ​ປ່ອຍ​ປິ​ຕຸ​ພູມ” ບັນດາ​ທະຫານ
​ຜ່ານ​ເສິກ​ ຊຶ່ງ​ດຽວ​ນີ້​ໄດ້​ມີ ອາຍຸ 70 ຫາ 80 ປີ ​ແລ້ວນັ້ນ ພາກັນ
​ໃສ່​ຊຸດ​ທະຫານ​ຕິດ ຫຼຽນກຽດຕິຍົດ​ເຕັມ​ໜ້າ​ເອິກ ​ແລະ​ໄດ້ຮັບ
​ກຽດ​ໃນ​ພິທີຮັກ​ຊາດ​ທີ່​ຈັດ​ຂຶ້ນ​ແບບ​ບໍ່​ຄຶກຄື້ນເທົ່າ​ໃດ ​ໃນ​ທົ່ວ​ປະ​
ເທດ. ບໍ່ມີ​ການ​ເດີນ​ສວນສະໜາມ ຫຼື ການ​ປາ​ໄສ ຈາກບັນດາ​ຜູ້ນຳ​ເລີຍ.

​ທີ່ເກົາຫຼີ​ໃຕ້ ນາຍົກລັດຖະມົນຕີ Chung Hong-won ​ໄດ້ກ່າວ​ຄຳ​ປາ​ໄສ ​ໃນ​ພິທີສຳ​ຫລັບ​
ທະຫານ​ຜ່ານ​ເສິກ ​ແລະ​ເວົ້າ​ວ່າ ​ເຖິງ​ແມ່ນ​ວ່າ​ ເກົາຫລີ​ເໜືອ​ຈະ​ຍັງ​ເປັນ​ໄພ​ຂົ່ມຂູ່​ ຢູ່​ກໍ​ຕາມ
​ແຕ່​ກໍ​ບໍ່​ຄວນ​ປ່ອຍ​ໃຫ້​ມີ​ສົງຄາມ​ອີກ ຢູ່​ໃນ​ແຫລມ​ເກົາຫລີ.

ສົງຄາມ​ເກົາຫລີ​ສິ້ນ​ສຸດ​ລົງ​ໃນ​ປີ 1953 ພາຍ​ໃຕ້​ສັນຍາ​ສະຫງົບ​ເສິກ​ກັນ ​ແຕ່​ບໍ່​ໄດ້​ມີ​ການ
​ເຊັນ​ສັນຍາ​ສັນຕິພາບ ສະ​ນັ້ນໃນ​ທາງ​ເທັກ​ນິກ​ແລ້ວ ທັງ​ສອງ​ປະ​ເທດ​ແມ່ນ​ຍັງ​ ຢູ່​ໃນ​ພາວະ
​ສົງຄາມ​ນຳ​ກັນ​ຢູ່. ​ວັນ​ເສົາ​ວານ​ນີ້ ​ເກົາຫລີ​ເໜືອ​ ໄດ້​ຍິງ​ລູກ​ສອນ​ໄຟ​ອີກ​ລູກ​ນຶ່ງ ​ເຂົ້າ​ໄປ​ໃສ່
​ເຂດ​ນ່ານນ້ຳ​ນອກ​ຝັ່ງ​ທະ​ເລ ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຕົນ ຊຶ່ງ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​
ລູກ​ທີ 7 ທີ່​ເກົາຫລີ​ເໜືອ​ ໄດ້​ທົດ​ລອງ​ຍິງ ​ໃນ​ປີນີ້.

XS
SM
MD
LG