ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ເລີ້ມເຈລະຈາກັນ ກ່ຽວກັບ ເຂດ Kaesong (ວີດີໂອ)


ເກົາ​ຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ເລີ້ມເຈລະຈາກັນ ກ່ຽວ​ກັບ​ການ​ເປີດຄືນ ​ເຂດ​ອຸດສາ​ຫະກໍາ​ຮ່ວມ
ເກົາ​ຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ເລີ້ມເຈລະຈາກັນ ກ່ຽວ​ກັບ​ການ​ເປີດຄືນ ​ເຂດ​ອຸດສາ​ຫະກໍາ​ຮ່ວມ
ບັນດາ​ຜູ້ຕາງໜ້າ ​ຈາກ ​ເກົາ​ຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ເລີ້ມ
​ເຈລະຈາກັນ ກ່ຽວ​ກັບ​ການ​ເປີດຄືນ ​ເຂດ​ອຸດສາ​ຫະກໍາ​ຮ່ວມທີ່​
ໄດ້​ຖືກ​ປິດ​ລົງ​ໃນ​ເດືອນ​ເມສາຜ່ານ​ມາ ​ໃນ​ລະຍ​ະທີ່​ເກີດ​ຄວາມ​
ເຄັ່ງ​ຕືງສູງ​ສຸດທາງ​ທະຫານ​ລະ ຫວ່າງ​ປະ​ເທດທັງ​ສອງ.

ການປະຊຸມ​ລະ​ດັບ​ເຮັດ​ວຽກໄດ້​ເລີ້ມ​ຂື້ນໃນ​ວັນ​ເສົາມື້ນີ້ ຢູ່ບ້ານ
​ສະຫງົບ​ເສິກ Panmunjom ​ໃນ​ເຂດ​ປອດ​ທະຫານ ທີ່​ມີ​ການ​
ຍາມຮັກສາ​ການ​ຢ່າງ​ໜາ​ແໜ້ນ​ ທີ່ແບ່ງ​ຊາຍ​ແດນ​ຂອງ​ປະ​ເທດ​
ຄູ່​ປໍ​ລະ​ປັກ​ທັງສອງອອກ ຈາກ​ກັນນັ້ນ.

ຢູ່​ໃນລາຍ​ງານ​ທີ່​ອອກ​ໃນ​ມື້​ວັນ​ພຸດຜ່ານ​ມາ ກຸງ​ໂຊ​ລກ່າວ​ວ່າ
ພຽງ​ຢາງ ​ໄດ້​ຕົກລົງ​ອະນຸຍາດໃຫ້ພວກນັກ​ທຸລະ​ກິດເກົາຫລີ​
ໃຕ້ ​ເຂົ້າ​ໄປ​ກວດ​ເບິ່ງ​ເຄຶ່ອງອຸ​ບປະ​ກອນ​ຂ​ອງ​ເຂົາ​ເຈົ້າ​ທີ່​ເຂດ
ອຸດສາຫະກຳ​ຮ່ວມ. ທ່ານ Yoo Chang-guen ໂຄສົກ​ຂອງ
ສະມາຄົມ​ບໍລິສັດ​ຢູ່ເຂດ​ອຸດສາ​ຫະກໍາ​ຮ່ວມ Kaesong ​ໄດ້​
ກ່າວ​ ຕໍ່ວີ​ໂອ​ເອ ວ່າພວກ​ບໍລິສັດ​ທັງຫຼາຍ​ຕ້ອງການຢາກ ​ປ້ອງ
​ກັນ​ຄວາມ​ເສຍ​ຫາຍ​ແກ່​ອຸບປະກອນ​ຂອງ​ເຂົາ​ເຈົ້າ ​ໃນ​ລະຍະ​
ລະດູ​ຝົນ.

ນອກ​ນັ້ນ ທາງສະມາຄົມຍັງ​ໄດ້​ຮຽກຮ້ອງ​ໃຫ້ກຸງ​ໂຊ​ລ​ ເຈລະຈາກັບ ພຽງຢາງ ​ເພື່ອເປີດ
​ເຂດ​ອຸດສາຫະກຳ​ດັ່ງກ່າວ​ຄືນ​ໃໝ່.

ການເຈລະຈາໃນ​ວັນ​ເສົາມື້ນີ້ ​ມີ​ຂື້ນ​ຫລັງ​ຈາກບໍ່​ສາມາດຕົກລົງ​ກັນໄດ້​ໃນ ດ້ານ​ລະບຽບ​
ການ​ເມື່ອ​ເດືອນ​ແລ້ວ​ນີ້ທີ່​ເປັນ​ເຫດ​ໃຫ້​ມີ​ການຍົກ​ເລີກ​ໃນອັນ ​ທີ່​ອາດ​ເປັນ​ການປະຊຸມ
​ລະດັບສູງ​ ຄັ້ງ​ທໍາ​ອິດ​ໃນຮອບ​ຫລາຍ​ປີ.

ເຂດ​ອຸດສາ​ຫະກໍາ​ຮ່ວມ ແມ່ນ​ເປັນ​ແຫ​ລ່ງລາຍ​ໄດ້​ທີ່ສໍາຄັນ​ຂອງ​ເກົາຫລີ​ເໜືອ​ ແລະ​ ເປັນຕົວ​ຢ່າງ​ບ່ອນ​ສຸດ​ທ້າຍ ຂອງການ​ຮ່ວມ​ມື​ລະ ຫວ່າງເກົາຫລີທັງ​ສອງ.

​ເກົາຫລີ​ເໜືອ​ໄດ້​ຖອນ​ພະນັກງານ 53,000 ຄົນ ​ອອກ​ຈາກ​ເຂດ​ອຸດສາ ຫະກຳ​ຮ່ວມ
Keasong ​ໃນ​ເດືອນ​ເມສາຜ່ານ​ມາ ​ແລະ​ໄດ້​ກີດ​ກັ້ນ​ບໍ່​ໃຫ້​ ບໍລິສັດ​ຕ່າງໆ​ຂອງ​ເກົາຫລີ
​ໃຕ້​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວທີ່​ໃຊ້​ເປັນ​ບ່ອນ​ຜະ​ລິດ​ສິນຄ້າ​ອຸດສາຫະກຳ ​ໂດຍ ແຮງ​ງານ​
ຄ່າຈ້າງ​ຖືກ ຂອງ​ເກົາຫລີ​ເໜືອ. ​ໃນ​ຂັ້ນ​ຕໍ່​ມາ​ເກົາຫລີ​ໃຕ້​ໄດ້​ຖອນ​ບັນດາຜູ້​ຈັດ​ການ​ຂອງ
​ຕົນ​ອອກ​ຈາກເຂດ ດັ່ງກ່າວ.

koreas
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG