ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນ ຣັດເຊຍ ຍິງສັງຫານ ອາຈານ ແລະຕຳຫຼວດ ທີ່ ກຸງມົສກູ (ວີດີໂອ)


ຕຳຫຼວດກະຊວງພາຍໃນ ຢືນເຝົ້າພວກນັກຮຽນແລະພໍ່ແມ່ ທີ່ຮວມກັນຢູ່ຫຼັງຮົ້ວ
ຕຳຫຼວດກະຊວງພາຍໃນ ຢືນເຝົ້າພວກນັກຮຽນແລະພໍ່ແມ່ ທີ່ຮວມກັນຢູ່ຫຼັງຮົ້ວ
ໃນເຫດການ ​ທີ່​ບໍ່​ສູ່ຈະ​ມີ​ໃນຣັດ​ເຊຍ ຄືນັກຮຽນ​ມັດ​ທະ​ຍົມ​ປາຍ
​ ທີ່ມີອາວຸດປືນຄົນນຶ່ງ ໃນກຸງມົສກູ ໄດ້ຍິງ​ສັງຫານ​ອາຈານສອນ
​ພູມ​ສາດຂອງລາວ ​ແລະ​ຕໍາຫຼວດ​ຄົນ​ນຶ່ງ ພ້ອມ​ທັງ​ຈັບ​ເອົາເພື່ອນ
​ນັກຮຽນ​ຮ່ວມ​ຫ້ອງ​ດຽວ​ກັນ ຫຼາຍ​ກວ່າ 20 ຄົນ ​ໄວ້ເປັນ​ຕົວ​ປະກັນ
​ ​ໃນ​ວັນ​ຈັນ​ວານ​ນີ້.

ນັກຮຽນຄົນນີ້ ທີ່ມີການເປີດເຜີຍວ່າ ແມ່ນທ້າວ Sergei
Gordeyev ໄດ້ຍິງຕໍາຫຼວດອີກຄົນນຶ່ງ ​ໄດ້ຮັບ​ບາດ​ເຈັບ​ສາຫັດ.

ຜູ້ບັນຊາການ​ຕໍາຫຼວດ​ໃນ​ກຸງມົສກູ ທ່ານ Anatoly Yakunin ​
ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​ເຂົ້າມອບ​ຕົວ ​ແລະຖືກ​ຈັບ​ກຸມ​ໃນ
ທີ່​ສຸດ ຫຼັງຈາກ​ທີ່​ພໍ່​ຂອງ​ລາວ​ໄດ້​ໂອ້​ລົມ​ກັບ​ລາວ​ຊຶ່ງ​ທໍາ​ອິດ​ແມ່ນ​ໂອ້​ລົມ​ກັນ​ທາງ​ໂທລະສັບ ​ແລະ​ຕໍ່​ມາ​ເປັນ​ການໂອ້ລົມແບບ​ເຊິ່ງ​ໜ້າ.

​ໂຄສົກ​ຂອງຄະນະ​ກໍາມະການ​ສືບສວນ​ສອບ​ສວນຣັດ​ເຊຍ ​ເວົ້າ​ວ່າ ທ້າວ Gordeyev
​ຊຶ່ງກ່າວກັນວ່າ ເປັນ​ເດັກນັກຮຽນ​ທີ່​ຮຽນ​ດີເດັ່ນນັ້ນ ອາດ​ຈະປະສົບກັບບັນຫາທາງດ້ານ
ຈິດໃຈ ຢ່າງຮ້າຍແຮງ.

MOSCOW SCHOOL SHOOTING
please wait

No media source currently available

0:00 0:00:48 0:00
XS
SM
MD
LG