ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນ ແລະຕໍ່ຕ້ານ ທ່ານ Morsi ປະທະກັນອີກ (ສະໄລດ໌)


ທະຫານອີຈິບ ພາກັນຍາມ ຢູ່ຫົນທາງສາຍນຶ່ງ ໃກ້ທຳນຽບປະທານາທິບໍດີ ຂະນະທີ່ພວກສະໜັບສະໜຸນ ທ່ານ Mohamed Morsi ພວມເດີນຂະບວນເຂົ້າໄປໃກ້ໆ (19 ກໍລະກົດ 2013)
ທະຫານອີຈິບ ພາກັນຍາມ ຢູ່ຫົນທາງສາຍນຶ່ງ ໃກ້ທຳນຽບປະທານາທິບໍດີ ຂະນະທີ່ພວກສະໜັບສະໜຸນ ທ່ານ Mohamed Morsi ພວມເດີນຂະບວນເຂົ້າໄປໃກ້ໆ (19 ກໍລະກົດ 2013)
ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນໃນການປະທະກັນລະຫວ່າງພວກ ສະໜັບສະໜຸນ ແລະພວກຕໍ່ຕ້ານ ທ່ານ Mohamed Morsi ປະ
ທານາທິບໍດີທີ່ຖືກໂຄ່ນລົ້ມຂອງອີຈິບທີ່ເມືອງ Mansura ໃນເຂດ ສາມຫລ່ຽມປາກແມ່ນໍ້າ Nile.

ການປະທ້ວງຂອງທັງສອງກຸ່ມທີ່ເປັນປໍລະປັກກັນ ໄດ້ມີຂຶ້ນຢູ່ໃນ ຫຼາຍໆຫົວເມືອງທົ່ວປະເທດອິຈິບໃນວັນສຸກວານນີ້. ທີ່ກຸງໄຄໂຣ
ພວກສະໜັບສະໜຸນທ່ານ Morsi ຫຼາຍພັນຄົນສະໜອງຕອບຕໍ່
ຄຳຮຽກຮ້ອງຂອງກຸ່ມພະລາດອນພາບມຸສລິມ ໂດຍພາກັນຫລັ່ງ
ໄຫລ ລົງສູ່ຖະໜົນຫົນທາງ ຮຽກຮ້ອງໃຫ້ ແຕ່ງຕັ້ງທ່ານ Morsi ປະທານາທິບໍດີພັກສາສະໜາອິສລາມເຂົ້າຮັບຕຳແໜ່ງຄືນໃໝ່.

ໃນມື້ວານນີ້ ພວກສະໜັບສະໜຸນ ທ່ານ Morsi ກໍໄດ້ໄປໂຮມຊຸມນຸມກັນອີກ ໃນອັນທີ່ເປັນ
ການນັ່ງປະທ້ວງປະຈຳວັນຢູ່ນອກວັດ Rabia el-Adawiya ຂອງສາສະໜາອິສລາມທີ່ຄຸ້ມ Nasr ໃນກຸງໄຄໂຣ ອັນເປັນທີ່ໝັ້ນອັນເຂັ້ມແຂງຂອງກຸ່ມພະລາດອນພາບມຸສລິມຂະນະທີ່ ອີກຈຳນວນນຶ່ງ ພາກັນໂຮມຊຸມນຸມເດີນຂະບວນໃກ້ກັບມະຫາວິທະຍາໄລໄຄໂຣ.

ສ່ວນພວກນັກເຄື່ອນໄຫວຕໍ່ຕ້ານທ່ານ Morsi ກໍພາກັນໂຮມຊຸມນຸມກັນທີ່ຈະຕຸລັດປະຫວັດ ສາດ Tahrir ໃນກຸງໄຄໂຣຊຶ່ງພາໃຫ້ມີຄວາມວິຕົກກັງວົນຢ້ານວ່າ ອາດຈະເກີດການປະທະ ກັນຂຶ້ນລະຫວ່າງທັງສອງກຸ່ມ.

ກອງທັບອີຈິບໄດ້ເຕືອນວ່າ ຕົນຈະບໍ່ປ່ອຍໃຫ້ມີການກໍ່ຄວາມຮຸນແຮງໃດໆກໍຕາມ ໂດຍໄດ້ ສົ່ງລົດຖັງແລະທະຫານໄປປະຈຳຢູ່ຕາມເຂດຕ່າງໆໃນນະຄອນຫຼວງອີຈິບໃນມື້ວັນສຸກວານ ນີ້. ຢູ່ໃນບາງເຂດນັ້ນ ພວກທະຫານໄດ້ສ້າງເຄື່ອງກີດຂວາງ ດ້ວຍຮົ້ວໜາມໝາກຈັບ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ຢູ່ໃນລະຫວ່າງການຢ້ຽມຢາມປະເທດຈໍແດັນ ກໍໄດ້ໂທລະສັບໄປຫາລັດຖະມົນ ຕີການຕ່າງປະເທດຄົນໃໝ່ຂອງອີຈິບ ທ່ານ Nabil Fahmy. ເຈົ້າໜ້າທີ່ອີຈິບເວົ້າວ່າທັງ ສອງທ່ານໄດ້ສະແດງຄວາມຫວັງອອກມາກ່ຽວກັບການຫັນປ່ຽນກັບຄືນໄປສູ່ປະຊາທິປະ ໄຕຂອງອີຈິບ.

XS
SM
MD
LG