ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕຳຫຼວດ 3 ຄົນ ເສຍຊີວິດ ໃນການໂຈມຕີ ໃກ້ໆຕຶກສະພາ ໂຊມາເລຍ


ກຳລັງຮັກສາຄວາມສະຫງົບໂຊມາເລຍ ຍ່າງຜ່ານຊາກລົດ ຫລັງຈາກໄດ້ມີການໂຈມຕີ ຢູ່ນອກຕຶກສະພາ ໂຊມາເລຍ ໃນນະຄອນຫຼວງໂມກາດິສຊູ (5 ກໍລະກົດ 2014)
ກຳລັງຮັກສາຄວາມສະຫງົບໂຊມາເລຍ ຍ່າງຜ່ານຊາກລົດ ຫລັງຈາກໄດ້ມີການໂຈມຕີ ຢູ່ນອກຕຶກສະພາ ໂຊມາເລຍ ໃນນະຄອນຫຼວງໂມກາດິສຊູ (5 ກໍລະກົດ 2014)

ເຈົ້າໜ້າທີ່ໂຊມາເລຍກ່າວວ່າ ການໂຈມຕີດ້ວຍລົດລະເບີດສະຫຼະ
ຊີບ ໃກ້ໆສະພາແຫ່ງຊາດ ໄດ້ສັງຫານຕຳຫຼວດ ຢ່າງໜ້ອຍ 3 ຄົນ
ແລະໄດ້ຮັບບາດເຈັບອີກຈຳນວນນຶ່ງ.

ພວກກະບົດ al-Shabab ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ
ອາລກາອີດາໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດ້ວຍ
ລະເບີດ ໃນວັນເສົາມື້ນີ້ ທີ່ນະຄອນຫລວງ ໂມກາດິສຊູ ແລະກ່າວ
ວ່າ ການໂຈມຕີຈະດຳເນີນຕໍ່ໄປ.

ສະພາແຫ່ງຊາດ ພວມປະຊຸມກັນຢູ່ ໃນລະຫວ່າງທີ່ມີການໂຈມຕີ
ດ້ວຍລະເບີດດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າ ລົດທີ່ບັນທຸກດິນລະເບີດ ໄດ້ມີການບີບຄະນວນໃຫ້ແຕກຂຶ້ນ ເວລາຕຳຫຼວດ ສັ່ງໃຫ້ຢຸດທີ່ດ່ານກວດ ກ່ອນທີ່ຈະເຂົ້າໄປໃນເຂດບໍລິເວນສະພາ.

ກຸ່ມ al-Shabab ຊຶ່ງໃນຄັ້ງນຶ່ງຄວບຄຸມບໍລິເວນສ່ວນໃຫຍ່ຂອງໂຊມາເລຍ ແຕ່ໄດ້ຖືກຂັບໄລ່ ອອກໄປຈາກຫົວເມືອງຕ່າງໆ ໂດຍກຳລັງຂອງສະຫະພາບອາ ຟຣິກາແລະຂອງລັດຖະບານ ໂຊມາເລຍ.

ກຸ່ມດັ່ງກ່າວນີ້ ຍັງສືບຕໍ່ທຳການໂຈມຕີ ຮວມທັງການບຸກໂຈມຕີສະພາແຫ່ງຊາດ ທີ່ສັງຫານ 18 ຄົນ ໃນເດືອນພຶດສະພາຜ່ານມາ.

XS
SM
MD
LG